LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 332
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (332)
ກຸກ - ກຸກໆ
. ອາການທີ່ແມ່ໄກ່ແມ່ຮ້ອງຫາລູກ; ອຸ. ສຽງໄກ່ແມ່ຮ້ອງເອົາລູກ.
ວາກຍະ - ວາກກະຍະ
ນ. ຄຳເວົ້າ, ຄຳກ່າວ, ປໂຍກ (ປ.) ວາກຍະສຳພັນ ນ. ຊື່ໜັງສືໄວຍາກອນ ຕອນທີ່ແຍກຄວາມເວົ້າອອກເປັນປະໂຍກໆ ແລະ ບອກຄວາມກ່ຽວຂ້ອງກັນວິກຂັມ - ວິກຂຳພະນະ: . ການເລີກຖອນ, ການຂົ່ມໄວ້, ການປົດອອກ (ປ.)
ວາກຍະ - ວາກກະຍະ:
ນ. ຄຳເວົ້າ, ຄຳກ່າວ, ປໂຍກ (ປ.) ວາກຍະສຳພັນ ນ. ຊື່ໜັງສືໄວຍາກອນ ຕອນທີ່ແຍກຄວາມເວົ້າອອກເປັນປະໂຍກໆ ແລະ ບອກຄວາມກ່ຽວຂ້ອງກັນວິກຂັມ - ວິກຂຳພະນະ: . ການເລີກຖອນ, ການຂົ່ມໄວ້, ການປົດອອກ (ປ.)
ກິ້ງເກືອກ
. ປິ່ນໄປມາຕາມພື້ນ. “ໃຫມ່” ໃນປັດຈຸບັນ ຫມາຍເຖິງການຢູ່ໃກ້ຊິດ ດັ່ງເວົ້າວ່າ: “ລົງກິ້ງເກືອກກັບປະຊາຊົນ”
ກະຊິບ - ກະຊິບກະຊາບ
. ເວົ້າຄ່ອຍໆໃກ້ຫູ ສ່ຳ ຫລື ສຶ່ມໃສ່ຫູ ວ. ອາການເວົ້າຄ່ອຍໆ ແລະຟ້າວ.
ກະດຶກກະດຶນ
. ສະແດງກິລິຍາເຫນັງຕີງໄວໆ ໃຫ້ປາກົດ ດ້ວຍຄວາມຕັ້ງໃຈ.
ກອກ
1 ນ. ກ້ອງໃສ່ຢາເສັ້ນ ສຳລັບດູດ; 2 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ບໍ່ມີແກ່ນ ມີ 2 ແນວ ຄື: ກອກສົ້ມ ຫນ່ວຍມີຣົດ ສົ້ມຝາດ, ກອກກັນ ບໍ່ມີຫນ່ວຍ ແລະໃບອ່ອນກິນບໍ່ໄດ້; 3 ນ. ແມງແນວນຶ່ງ ຕົວຂະຫນາດໂປ້ມື…
ກັສປະ - ກັດສະປະ
1 ນ. ເຕົ່າ (ປ. ກັຈສປ); ກັສປາວະຕານ ນ. ປາງເກີດເປັນເຕົ່າຄື ພຣະນາຣາຍລົງມາເກີດເປັນເຕົ່າ (ປ. ກັຈສປາວຕາຣ). 2 ນ. ຄຳນີ້ເປັນຊື່ບຸກຄົນສຳຄັນທາງສາສນາ ຄື: / ເປັນນາມຂອງພຣະພຸທເຈົ້າ ອົງທີ 3 ເອີ້ນວ່າ ພຣະ…
ກອງກອຍ
. ກອງກົ້ນຂຶ້ນ (ກອງກົ້ນກອງກອຍ)
ກັບກ່າຍ
. ເກີດເປັນແນວໃຫມ່: “ກັນກໍກັບກ່າຍປີ້ນ ເປັນໄກ່ແສນຕົວ” (ສິນໄຊ)
ກິໂລກຣາມ
ນ. ມາດຕາຊັ່ງນ້ຳຫນັກ ທໍ່ກັບ 1000 ກຣາມ ຫລື ທໍ່ກັບ 6 ຮ້ອຍ 6 ບາດຂອງຊັ່ງລາວ ອັກສອນຫຍໍ້ ໃຊ້ .ກ. (ຝ.)
ກົກ
1 ນ. ລຳຂອງຕົ້ນໄມ້, ຕົ້ນເດີມ, ຫົວທີ, ຄັ້ງແຮກ; . ຕຸ້ມໄວ້, ຫຸ້ມຫອມ (ຕຸ້ມປົກກົກຫອມ); 2 ນ. ຊື່ນົກແນວນຶ່ງ ສົບໃຫຍ່ ຂົນປີກສີດຳດ່າງ.
ທໍຣະກັມ - ທໍລະກຳ
. ການທຳໃຫ້ລຳບາກ. ວ. ລຳບາກ, ທຸກເວດທະນາ
ສລັກຫຼັງ - ສະຫຼັກຫຼັງ
. ການຂຽນໜັງສືບອກຊື່ ແລະບ່ອນຢູ່ຂອງຜູ່ຮັບຈົດໝາຍໄວ້ເທິງຫຼັງຈົດໝາຍ (ຈ່າໜ້າຊອງ ກໍວ່າ)
ເກືອກ
. ກິ້ງກັບໄປກັບມາ.
ເກື່ອຍແກ້
. ຊ່ອຍເຫລືອ: “ຖ້າບໍ່ຄຶດເກື່ອຍແກ້ ການໃຫຍ່ມີຂວາງ” (ສິນໄຊ)
ແກ້ງກົ້ນ
. ເອົາໄມ້ ຫລື ຂອງອື່ນ ເຊັດອຸດຈາຣະອອກຈາກກົ້ນໃນເວລາຖ່າຍແລ້ວ.
ໂທຣະເລກ - ໂທລະເລກ
. ຂຽນໄກ ຄືເຄື່ອງສົ່ງຂ່າວກັນດ້ວຍກຳລັງໄຟຟ້າ (ປ. ໂທຣເລຂ)
ກວກ
. ເອົາມີດປາດທາງໃນ ໃຫ້ກວ້າງອອກ.
ກອງກົ້ນ
. ທຳກົ້ນໃຫ້ສູງຂຶ້ນ ແລະກົ້ມຫົວລົງ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑