LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ເຮັດ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 30
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (30)
ແກ້
ກ. ມືຍອອກ, ທຳໃຫ້ດີຂຶ້ນ, ປ່ຽນແປງ, ທຳໃຫ້ຫາຍ, ທຳໃຫ້ຫລຸດອອກ, ຕອບຄຳຖາມທີ່ຄົນອື່ນຖາມ. ແກ້ກົນ ກ. ເຮັດຢ່າງໃດຢ່າງນຶ່ງ ເພື່ອແກ້ວິທີຂອງຜູ່ອື່ນ ຫລື ເພື່ອໃຫ້ເຂັດຢຳ ແລະໄດ້ຜົນ. ແກ້ເກີ້ ວ.…
ກັບ
1 ນ. ເຄື່ອງຫ້າງເອົາສັດ ດັ່ງ ຫນູ ເປັນຕົ້ນ ມີຫລາຍຢ່າງ ຮູບຕ່າງໆກັນ ເຮັດດ້ວຍໄມ້ກໍມີ ເຮັດດ້ວຍເຫລັກກໍມີ. 2 ນ. ແອບໃສ່ຢາດູດ, ຕລັບຫມາກ, ແອບນ້ອຍ. 3 ກ. ປ່ຽນ, ປິ້ນ, ແປງຫລົບຄືນ (ກັບເກີດ). 4 ນ.…
ເຜີຍແຜ່
ກ. ເຮັດໃຫ້ແຜ່ຫລາຍອອກ, ເຮັດໃຫ້ເຫັນແຈ້ງ.
ແຜງ
1 ນ. ຂົນເສັ້ນໃຫຍ່ແຂງແລະຍາວຢູ່ທີ່ຄໍມ້າ ຫລື ຫມູ (ແຝງກໍວ່າ) ຊື່ຫມູແລະເຫັນ ແນວນຶ່ງທີ່ມີຂົນຫລັງຍາວແລະແຂງ ເອີ້ນຫມູແຜງ, ເຫັນແຜງ, ເຄື່ອງຜັດແຂ້ວແລະເສື້ອຜ້າ ເປັນຕົ້ນ ເຮັດດ້ວຍຂອງເປັນເສັ້ນດັ່ງແຜງຫມູ…
ກະຈອນ
ນ. ເຄື່ອງປະດັບຫູຢ່າງນຶ່ງ ຂາຍາວແລະງໍ ເຮັດດ້ວຍເງິນຫລືຄຳ; ຊື່ດອກໄມ້ແນວນຶ່ງ ດອກ ແລະ ກ້ານຄື ກະຈອນໃສ່ຫູ.
ກະດິງ
1 ນ. ເຄື່ອງສັ່ນໃຫ້ມີສຽງດັງ ເພື່ອສັນຍານໃຫ້ໄດ້ຍິນ ເຮັດດ້ວຍໂລຫະ ມີລູກພັດຢູ່ທາງໃນ ສຳລັບແຂວນຄໍສັດ ຫລື ແຂວນຕາມໂງ່ນສິມ ເປັນຕົ້ນ. 2 ນ. ຊື່ແມ່ນ້ຳສາຍນຶ່ງ ເປັນສາຂາຂອງນ້ຳຂອງ…
ກະຕ່ຳ
ນ. ເຄື່ອງຫ້າງເອົາສັດປ່າ ເຮັດດ້ວຍໄມ້ ເປັນທ່ອນຍາວ ມີສາຍໃຍພານ ເວລາສັດຢຽບ ຫລື ພານ ສາຍໄມ້ນັ້ນ ລັ່ນລົງເຕັງ.
ກະຕໍ້
ນ. ເຄື່ອງຫລິ້ນຢ່າງນຶ່ງ ເຮັດດ້ວຍຫວາຍ ຫລື ຫນັງ ຮູບມົນ ສຳລັບເຕະ ຫລື ຕົບ.
ກະທຳ
ກ. ເຮັດ, ຕົກແຕ່ງ, ຈັດແຈ່ງ, ສ້າງຂຶ້ນ (ທຳ ກໍວ່າ)
ກະປິ
ອາຫານຄາວຢ່າງນຶ່ງ ເຮັດດ້ວຍກຸ້ງຝອຍ ຫລື ປານ້ອຍ ຫມັກເກືອໃຫ້ເຄັມ ແລະ ຕຳໃຫ້ມຸ່ນ.
ກະຫລ່າງ
ນ. ພາຊະນະສຳລັບຕັກນ້ຳ ເຮັດດ້ວຍສັງກະສີ ກົ້ນສ້ວຍປາກເຫວີ (ເອີ້ນ ຄຸກະຫລ່າງ)
ກະອູບ
ນ. ເຄື່ອງໃຊ້ ເຮັດດ້ວຍໄມ້ ຫລື ໂລຫະຮູບສີ່ລ່ຽມ ຫລື ກົມ ມີຝາອັດ (ອູບ ກໍເອີ້ນ ຖ້ານ້ອຍ ເອີ້ນ ແອບ)
ກະແຕະ
ນ. ເຄື່ອງສານດ້ວຍໄມ້ໄຜ່, ສານລາຍຂັດເປັນແຜ່ນ ສຳລັບຕາກຂອງ ຫລື ເຮັດຝາ (ຝາແຕະ ກໍວ່າ)
ກະໂດງ
ນ. ເສົາສູງທີ່ຕັ້ງຢູ່ໃນເຮືອສຳເພົາ ສຳລັບຜູກ ແຜ່ນຜ້າ ເຮັດເປັນໃບໃຫ້ລົມພັດ ເພື່ອໃຫ້ເຮືອແລ່ນໄປ ດ້ວຍກຳລັງລົມ.
ກ່ວຍລໍ່
ກ. ຂຸດຮ່ອງໃຫ້ນ້ຳໄຫລ, ເຮັດຮ່ອງນ້ຳຕື້ນໆໃຕ້ຊາຍຄາ.
ກໍ່
1 ນ. ຊື່ໄມ້ແນວນຶ່ງ ຫນ່ວຍນ້ອຍມົນ ນວນທາງໃນມີຣົດມັນ, ຊື່ເຫັດແນວນຶ່ງ ເຊິ່ງເກີດໃນຮົ່ມຕົ້ນກໍ່ ເອີ້ນວ່າ ເຫັດກໍ່. 2 ກ. ຕັ້ງຕົ້ນ, ຕັ້ງເຄົ້າໃຫມ່, ສ້າງສາ, ຕັ້ງຕົ້ນສານສິ່ງໃດສິ່ງນຶ່ງ, ເອົາຫີນ ຫລື…
ທຳ
1. ກ. ເອົາຝ່າຕີນຢັນ ຫລື ຍູ້ໄປໂດຍແຮງ. 2. ກ. ເຮັດ, ສ້າງ, ແປງ, ຈັດແຈ່ງ.
ທູດ
1. (ມາຈາກປາລີວ່າ ທູຕ) ນ. ຄົນຜູ່ຮັບໃຊ້ໄປເວົ້າຕາງ, ຜູ່ທີ່ຮັບມອບຫມາຍໃຫ້ເປັນຜູ່ແທນທາງຣາຊການແຜ່ນດິນໃນຕ່າງປະເທດ (ເບິ່ງ ທູຕາ ດ້ວຍ) 2. ນ. ຊື່ພະຍາດແນວນື່ງ ເປັນຕຸ່ມໃຫຍ່ເປື່ອຍຕາມຮ່າງກາຍ ຫລື…
ທໍຣະມານ - ທໍລະມານ
ກ. ຂົ່ມເຫງ, ຜາບ, ແອບ, ເຮັດໃຫ້ລຳບາກ (ປສ. ທໍຣມານ) ກ. ຍັງມີຊີວິດຢູ່ (ປ. ທຣມານ)
ຜະລິດ-ຜະຫລິດ
ກ. ບານອອກ, ອອກຫມາກຜົນ, ແຕກປົ່ງ, ເຮັດໃຫ້ແຜ່ຫລາຍ (ປ. ຜລິຕ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑