LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ເຮັດ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 30
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (30)
ຜັນ
ກ. ຫັນ, ປິ່ນ, ປ່ຽນ, ເຮັດໃຫ້ສຽງປ່ຽນໄປ.
ຜາບ
ກ. ແພ້, ຊະນະ, ເຮັດໃຫ້ຢ້ານ, ກຳຮາບ.
ວ່ອມ
ນ. ໝວກບູຮານ ເຮັດດ້ວຍຜ້າບໍ່ມີໃບ ແຕ່ມີຍອດ ຫລື ກາບ, ໝວກເບເລ
ສາວ
1 ນ. ເປັນຄຳບອກເພດຂອງຜູ່ຍິງ ໃຊ້ປະກອບໜ້າຊື່ ດັ່ງ ສາວແດງ ສາວຄຳ ເປັນຕົ້ນ. ເປັນຄຳຮຽກຊື່ຂອງຜູ່ຍິງ ທີ່ມີອາຍຸຕັ້ງແຕ່ 15 ປີຂຶ້ນໄປ ເຊິ່ງຍັງບໍ່ມີຜົວ. 2 ກ. ດຶງເຂົ້າມາບາດຫ່າງໆ ຫຼືບາດຍາວໆ,…
ສ້ຽມ
ກ. ເຮັດໃຫ້ແຫຼມ. ວ. ແຫຼມ, ມີປັນຍາ.
ຫັກຫນ້າ
ກ. ເຮັດໃຫ້ອາຍ, ຫັກຫລັງ ກ. ປິ້ນເອົາດີແຕ່ໂຕ ໃຫ້ຮ້າຍແກ່ຜູ່ອື່ນທີ່ໄດ້ຮ່ວມຄຶດນຳກັນມາ, ຫັກຫານ ກ. ຫັກເອົາດ້ວຍຄວາມກ້າ, ກ້າຫານ
ຫູຊ້າງ
ນ. ຊື່ເຂົ້າຫນົມແນວນຶ່ງ ເຮັດເປັນແຜ່ນບາງໆ ຂາງໄຟ, ຊື່ໄມ້ເຄືອແນວນຶ່ງໃບມົນຄືຫູຊ້າງ
ເກາະລໍ
ນ. ເຄື່ອງຕີສັນຍານໃຫ້ຄົນມາໂຮມກັນ ເຮັດດ້ວຍໄມ້ໄຜ່ ຫລື ໄມ້ແກ່ນ ຮູບຄືເຂາະ ແຂວນຄໍສັດກໍມີ ຮູບຄືໂປງ ກໍມີ.
ແວ່ນ
ນ. ເຄື່ອງສ່ອງເບີ່ງເງົາ ເຮັດດ້ວຍແກ້ວສີຂາວ ທາງຫລັງທາບາແລ່ນ, ຊື່ຜັກແນວນຶ່ງເກີດຢູ່ນ້ຳ ໃບມົນ ເອີ້ນ ຜັກແວ່ນ
ແຫກ
ກ. ຜ່າໄປທາງກາງ, ເຮັດໃຫ້ຂາດແລ່ງໄປ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑