LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ປ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 433
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (433)
ຜັນ
ກ. ຫັນ, ປິ່ນ, ປ່ຽນ, ເຮັດໃຫ້ສຽງປ່ຽນໄ.
ເທດ
1. ນ. ບ້ານເມືອງ, ປະເທດ, ທ້ອງທີ່, ທີ່: ວ. ຕ່າງປະເທດ (.ເທສ) 2. ກ. ສະແດງທັມ, ສັ່ງສອນ (. ເທສນ)
ເຜດ
ນ. ສັດເກີດໃນອະບາຍພູມພວກນຶ່ງ, ຜີຈຳພວກນຶ່ງ ມີຮູບຮ່າງຈ່ອຍໂຊຫນ້າຢ້ານ (. ເປຕະ ແຕ່ຄຳວ່າເປຕະ ຫມາຍເຖິງເອົາວິນຍານຂອງຜູ່ຕາຍໄ)
ເວທະ:
ນ. ຄວາມຮູ້, ຄວາມຮູ້ໃນທາງສາສນາ, ມົນ, ຖ້ອຍຄຳທີ່ຜູກເຂົ້າເປັນຄາຖາ, ຄັມພີທີ່ເປັນຫລັກຖານຂອງສາສນາພຣາມ (ຄຳນີ້ເຮົາແປງໃຊ້ວ່າເພດ-ເພທ ດັ່ງ ຈົບເພດດ້ວຍ ມົນມາກຢາຍໍາ) (.)
ກະບິລພັດ - ກະບິນລະພັດ
ນ. ຊື່ເມືອງຫລວງຂອງປະເທດສັກກະ ໃນອິນເດຍ ເປັນເມືອງຂອງພຣະພຸທເຈົ້າ ໃນເວລາ ເພິ່ນບໍ່ທັນອອກບວດ (. ກບິລວັດຖຸ)
ກະບີ້
ນ. ແມງແນວນຶ່ງ ປີກເປັນແຜ່ນບາງໆ ຂາຍາວກົ້ນສ້ວຍແລະຫົວໂ (ແມງກະບີ້ ເກີດຈາກຕົວຫນ້ຽວ ຫລື ແມງງຳ ທີ່ຢູ່ໃນນ້ຳ)
ກະຣົກ - ກາລົກ
ນ. ຜູ່ທຳ, ຜູ່ເຮັດ, ຊື່ຄຳໃນໄວຍາກອນສ່ວນນຶ່ງ ເຊິ່ງກ່າວດ້ວຍຄຳເວົ້າທີ່ເຂົ້າກັບ ກິຣິຍາ ມີ 6 ຢ່າງຄື: ກັດຕຸກາຣົກ: ຜູ່ທຳເອງ, ກັມມະກາຣົກ: ຜູ່ຖືກທຳ, ກາຣະນະກາຣົກ: ເຄື່ອງທຳ, ສັມປະທານະກາຣົກ: ຜູ່ຮັບທຳ,…
ກະລະລະ
ນ. ຕົມ, ເຊື້ອສຳລັບໃຫ້ເກີດເປັນຕົວມະນຸດ ແລະ ສັດ ເປັນຮູບຄືນ້ຳມັນງາໃສ (. ກລລ)
ກະສັຍ - ກະໄສ - ກະສັຍການ - ກະໄສຍະການ
ນ. ການຫມົດສ້ຽງ, ການສູນໄ, ຊື່ພະຍາດຝີໃນທ້ອງ ຫລື ປອດແຫ້ງ (ສ. ກສຍ) ນ. ເວລາສ້ຽງໂລກ, ເວລາສຸດ ແຫ່ງສິ່ງທັງປວງ (ສ. ກສັຍກາລ)
ກະສັດ - ກະສັດຕາ
ນ. ພຣະເຈົ້າແຜ່ນດິນ (.ຂັດຕິຍະ, ສ. ກສັຕຣິຍະ ຫມາຍຄວາມວ່າ ຜູ່ປົກຄອງເຂດ) ນ. ເຈົ້າແຜ່ນດິນ, ກະສັດຕາທິຣາດ ນ. ພຣະເຈົ້າແຜ່ນດິນຜູ່ຍິ່ງໃຫຍ່, ກະສັດຕາໄທ້ ນ. ພຣະເຈົ້າແຜ່ນດິນຜູ່ປະເສີດ.
ກະແຈ
ນ. ເຄື່ອງໃສ່ປະຕູ, ຕູ້, ຫີບ ເປັນຕົ້ນ ເພື່ອໃຫ້ໄຂບໍ່ໄດ້ ທຳດ້ວຍໂລຫະ ຫລື ໄມ້ ມີໄລເກາະທາງໃນ ແລະມີລູກສຳລັບໄຂ (. ກຸນຈິກາ).
ກຳຈອນ
ກ. ໄປໃນອາກາດ, ພຸ່ງໄ (. ຂຈຣ)
ກິຣິຍາ - ກິລິຍາ
ນ. ອາການ, ການເຮັດ, ຄວາມປະພຶດ, ຄຳເວົ້າສ່ວນນຶ່ງໃນໄວຍາກອນ ເປັນຄຳສະແດງອາການຂອງນາມ ຮຽກວ່າ ຄຳກິຣິຍາ (.)
ກ່ານ
ກ. ເອົາສີຕ່າງໆກັນຂັ້ນໄວ້; ວ. ມີສີຕ່າງໆສັບກັນໄ; ກ່ານປ້ອງ ງູທຳທານ (ງູກ່ານປ້ອງ)
ທັກຂິນາບົດ
ນ. ທາງຝ່າຍໃຕ້, ປະເທດຝ່າຍໃຕ້ (. ທັກຂິນາປຖ)
ທັກຂິໄນຍະບຸກຄົນ
ນ. ຄົນຜູ່ຄວນຮັບຂອງທານເພື່ອຜົນອັນປະເສີດ ຄື ພວກພຣະອະຣິຍະ (. ທັກຂິເນຍຍປຸຄຄລ)
ທີຄະ
ວ. ຍາວ, ເຫິງ, ຫມັ້ນຍືນ (.) ທີຄະຊາດ ນ. ງູ (. ທີຄະຊາຕິ). ທີຄະນິກາຍ ນ. ຊື່ຄັມພີຕົ້ນໃນພຣະສຸດຕັນຕະປິດົກ
ທີຣະ - ທີນະ
ນ. ນັກປາດ, ສະຫລາດ, ມີປັນຍາ (.)
ທຸມະເກດ
ນ. ໄຟ, ດາວຫາງ, ດາວສະເກັດ, ຫມອກເປັນຄວັນຂື້ນໃນອາກາດຜິດທຳມະດາ ມີຮູບຄືທຸງເປັນຕົ້ນ (. ທຸມເກຕ)
ທຸວະ
ວ. ສັ້ນ, ທ່ຽງ (.). ທຸວະດາຣາ ນ. ດາວເໜືອ ຄື ດາວຊ້າງ (.) ທຸວະພາກ ນ.ເສັ້ນແວງອັນບໍ່ຜ່ຽນທີ່ແຫ່ງດາວເຊິ່ງປະຈຳທີ່ຢູ່; ທຸວະມົນທົນ ນ. ລຽບຂວັ້ນຂອງໂລກ, ອ້ອມຂວັ້ນໂລກ; ທຸວະຍັສດີ ນ. ເວລາ ຫລື…

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑