LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ປ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 433
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (433)
ກະຣຸນາ - ກະລຸນາ
ນ. ຄວາມອີ່ດູ, ຄວາມປະສົງ ຢາກໃຫ້ຜູ່ອື່ນພົ້ນທຸກ (. ກຣຸນາ)
ກະລິງຄະຣາດ
ນ. ພະຣາຊະອານາຈັກແຫ່ງປະເທດກະລິງ ໃນອິນເດຍບູຮານ (. ກລິງຄຣາຊ)
ກະສິກອນ
ນ. ຜູ່ທຳການປູກຫວ່ານ ແລະ ລ້ຽງສັດ (. ກສິກຣ)
ກະເດບໆ
ວ. ອາການດຶບໄ ຫລື ໂອບຂຶ້ນ ດັ່ງຄົນໂອບຂຶ້ນຕົ້ນໄມ້ ເປັນຕົ້ນ.
ກະເພາະ
ນ. ພຸງ, ອະໄວຍະວະ ຂອງຄົນແລະສັດ ເຊິ່ງເປັນບ່ອນໃສ່ອາຫານ ທີ່ກິນລົງໄ (ເບິ່ງ ພຸງ ດ້ວຍ)
ກະເລວະຣາກ - ກະເລວະລາກ
ນ. ຊາກຄົນຕາຍ, ຮ່າງກາຍທີ່ປາສະຈາກວິນຍານ (.ກເລວ ຣາກ)
ກະໂດງ
ນ. ເສົາສູງທີ່ຕັ້ງຢູ່ໃນເຮືອສຳເພົາ ສຳລັບຜູກ ແຜ່ນຜ້າ ເຮັດເປັນໃບໃຫ້ລົມພັດ ເພື່ອໃຫ້ເຮືອແລ່ນໄ ດ້ວຍກຳລັງລົມ.
ກັງສະດານ
ນ. ຣະຄັງມົນໆ, ຄ້ອງ (. ກັງສດາລ): “ຟັງຍິນ ສັງໂຄຕ້ອງ ກັງສະດານດັງມີ່ ວັດປ່າເຕົ້າສແວງເຂົ້າ ຄູ່ມະຮາມ” (ສິນໄຊ)
ກັນນິກາ
1 ນ. ຍອດຊໍ່ຟ້າ, ຕຸ້ມຫູ, ຕ້າງ (.). 2 ນ. ຕົ້ນໄມ້ມີດອກແນວນຶ່ງ ກາບດອກສີຂາວ ກ້ານດອກສີເຫລືອງ (. ກັນນິກາ)
ກັ່ນ
1 ນ. ສົ້ນຂອງດວງມີດທາງໃສ່ດ້າມ ຕັ້ງແຕ່ບ່ອນເປັນບັກໄ, ບ່ອນບັກ, ຮອຍກ່ານອ້ອມ, ຮອຍຫມາຍ, ຂວັນດອກໄມ້, ຂາຕ້າງ ຫລື ກະຈອນ, ກັ່ນພູ ນ. ຂວັ້ນພູ, ຊື່ເຄືອໄມ້ແນວນຶ່ງ ດອກມີຣົດເຜັດ ໃຊ້ທຳຢາ. 2 ກ. ຕອງ,…
ກາກະນິກ
ນ. ມາດຕາເງິນອິນເດຍບູຮານ ມີຄ່າທໍ່ກັບກ້ອນຊີ້ນ ພໍກາຄາບໄປໄດ້. (.)
ກາກະບາດ
ນ. ຕີນຂອງກາ, ເຄື່ອງຫມາຍຮູບ (+) ນີ້ (. ກາກປາທ)
ກາກີ
1 ນ. ກາຕົວແມ່. 2 ສີຢ່າງນຶ່ງ ເປັນສີຂຽວເມີ້ນ ຫລື ໃບໄມ້ແຫ້ງ ເອີ້ນວ່າ ສີກາກີ (. ກາກີ)
ກາຍບໍຣິຫານ - ກາຍຍະບໍລິຫານ
ນ. ການຫັດແຮງ, ການຮັກສາຮ່າງກາຍໃຫ້ແຂງແຮງ (. ກາຍປຣິຫາຣ)
ກາສາວະ
ນ. ຜ້າຍ້ອມນ້ຳເປືອກໄມ້ ມີສີເຫລືອງຫມົ່ນ (.)
ກາສິ
ນ. ຕາເວັນ, ສະຖານທີ່ຮຸ່ງເຮືອງ, ຜ້າໄຫມ, ຊື່ເມືອງນຶ່ງໃນປະເທດອິນເດຍສະໄຫມບູຮານ (.)
ກາເມສຸມິດສາຈານ
ນ. ຄວາມປະພຶດຜິດໃນກາມ (. ກາເມສຸມິຈສາຈາຣ)
ກຶດ
1 ຄຳນີ້ໃຊ້ຕໍ່ທ້າຍຄຳອື່ນໆ ເຊັ່ນ ມູລກຶດ (. ມູລກິຕຕິ) (ເບິ່ງ ມູລກິຕຕິ). 2 ຄຳນີ້ໃຊ້ຕໍ່ທ້າຍຄຳອື່ນ ພຣະກຶດ, ພຣະກຶດຖະກອນ; ພຣະກຶດ ແມ່ນພຣະກຣິສນະ ຫລື ພຣະນາຣາຍ (. ກຣິສນ)
ກຸນຊອນ
ນ. ຊ້າງ, ເລກ 8 (ເພາະຊ້າງປະຈຳທິດ ມີ 8 ພວກ), ດາວຊ້າງ (. ກຸນຊຣ)
ກຸມຸທະວັນ
ນ. ປ່າດອກບົວ (.)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑