LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ປ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 433
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (433)
ກຸຣຸ - ກຸລຸ
ນ. ຊື່ປະຊາຊົນຊາວອິນເດຍພວກນຶ່ງ (.)
ກຸສຣາດ - ກຸດສະຫຣາດ
ນ. ນາມພຣະກະສັດເມືອງເປັງຈານ ພຣະຣາຊບິດາຂອງທ້າວສິນໄຊ ໃນເລື່ອງ ສິນໄຊ (. ກຸສຣາຊ)
ທັກຂິນາວັດ
ກ. ວຽນໄປທາງຂວາ, ວົນຂວາ (. ທັກຂິນຸວັຕຕ)
ທັສນີ - ທັດສະນີ
ວ. ເປັນຕາເບິ່ງ, ງາມ (. ທັສສນີຍ)
ທາຣາ
ນ. ສາຍນ້ຳ. ຫ້ວຍ, ຮ່ອງ, ທໍ່ນ້ຳ (.). ທາຣາເຄຫະ ນ. ຫ້ອງອາບນ້ຳທີ່ມີຝັກບົວ (.)
ທິວົງຄົດ
ກ. ໄປສູ່ສະຫວັນ (ຫມາຍຄວາມວ່າ ຕາຍ ໃຊ້ສຳລັບ ຣັຊທາຍາດ) (. ທິວັງຄຕ)
ທຸກ
1. ວ. ຫມົດ, ຄົບ, ຖ້ວນ, ດັ່ງ ຄົນໃນບ້ານໄປທຸກຄົນ. ວ. ຫມົດຊູ່ຍາມ. 2. ນ. ຄວາມຢາກ, ຄວາມລຳບາກ, ຄວາມທໍຣະມານ (. ທຸກຂ)
ທຸກຂາ - ທຸກຂັງ
ນ. ຄວາມທຸກ, ທຸກຂະນິໂຣດ ນ. ຄວາມດັບທຸກ (. ທຸກຂນິໂຣທ), ທຸກຂະເວດ, ທຸກຂະເວທນາ ນ. ການໄດ້ຮັບຄວາມທຸກ, ຄວາມສະເວີຍທຸກ, ຄວາມຮູ້ເມື່ອບໍ່ສຳບາຍ, ທຸກຂະສມຸທັຍ ນ. ເຫດພາໃຫ້ເກີດທຸກ ໄດ້ແກ່ຕັນຫາ (.…
ທຸກົດ
ນ. ຄວາມຊົ່ວ, ການເຮັດບໍ່ດີ, ຊື່ອາບັດຈຳພວກນຶ່ງ ໃນທາງວິນັຍແຫ່ງພຸທ ສາສນາ ເປັນອາບັດເບົາ (. ທຸກກຕ)
ທຸຈຣິດ - ທຸດຈະຫລິດ
ວ. ປະພຶດຊົ່ວ, ບໍ່ສັດຊື່ (. ທຸຈຈຣິຕ)
ທຸດົງຄະວັດ
ນ. ກິດອັນພິກຂຸຄວນປະຕິບັດ ຄື ທຸດົງ (.)
ທຸຣະຄົມ
ນ. ການໄປຍາກ (. ທຸຣຄັມມ)
ທຸຣາຈານ
ນ. ຄວາມປະພຶດຊົ່ວ (. ທຸຣາຈາຣ)
ທຸສິນ
ວ. ມີສິນຊົ່ວ, ທຳຜິດວິນັຍ, ປະພຶດຊົ່ວ (. ທຸສສິລ)
ທໍຣະນີສົງ - ທໍລະນີສົງ
ນ. ບ່ອນດິນອຸທິດໃຫ້ເປັນຂອງສົງ (.)
ທໍຣະມານ - ທໍລະມານ
ກ. ຂົ່ມເຫງ, ຜາບ, ແອບ, ເຮັດໃຫ້ລຳບາກ (ປສ. ທໍຣມານ) ກ. ຍັງມີຊີວິດຢູ່ (. ທຣມານ)
ທໍ້
ກ. ເທົ້າ, ຕຳ. "ນ້ຳທັ່ງທໍ່ ໂຕນກ້ອນຄື່ນເຄງ" ຖອຍຄືນ, ມາເທົ້າແລ້ວຖອຍຄືນ (ທໍ້ຖອຍ); ທໍ້ຖອຍ ກ. ຖອຍຄືນ, ບໍ່ທຳຕໍ່ໄ, ບໍ່ສູ້, ທໍ້ລໍ້ ນ. ໄມ້ສຳລັບຮອງຂອງໜັກ ໃຊ້ແທນລໍ້ ຫລື ດຶງຂອງຫນັກໃຫ້ໄປງ່າຍ.…
ຜະລິດ-ຜະຫລິດ
ກ. ບານອອກ, ອອກຫມາກຜົນ, ແຕກປົ່ງ, ເຮັດໃຫ້ແຜ່ຫລາຍ (. ຜລິຕ)
ຜະລິດຕະກັມ-ຜະຫລິດຕະກຳ
ນ. ການທຳໃຫ້ເປັນຜົນ, ການທຳໃຫ້ເກີດຜົນແຜ່ຜາຍ (.)
ຜົນ
ນ. ຄວາມງອກງາມ, ຄວາມຈະເລີນ, ກຳໄລ, ດອກເບັ້ຍ, ຫມາກໄມ້, ປະໂຫຍດທີ່ໄດ້ຮັບ, ສິ່ງທີ່ເກີດຈາກເຫດ (.ຜລ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑