LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 1000
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (1000)
ທັສນານຸຕຣິຍະ - ທັດສະນານຸດຕະລິຍະ
. ການເຫັນອັນປະເສີດ ດັ່ງ ການເຫັນທັມອັນເລິກແລບ ເປັນຕົ້ນ.
ວັຈນານຸກົມ - ວັດຈະນານຸກົມ
. ຫນັງສືລຳດັບຄຳ, ຫນັງສືສຳລັບຊອກຄວາມຫມາຍຂອງຄຳທີ່ຈັດໄວ້ຕາມລຳດັບໂຕພະຍັນຊະນະ (ປ.)
ວັຈນານຸກົມ - ວັດຈະນານຸກົມ:
. ຫນັງສືລຳດັບຄຳ, ຫນັງສືສຳລັບຊອກຄວາມຫມາຍຂອງຄຳທີ່ຈັດໄວ້ຕາມລຳດັບໂຕພະຍັນຊະນະ (ປ.)
ທໍຣະນີສານ - ທໍລະນີສານ
. ຄວາມຈັງໄຮ, ເຄາະເຂັນຢ່າງໃຫຍ່.
ສາມເນນ - ສາມມະເນນ
. ຈົວ (ປ. ສາມເນຣ)
ກົດມຸນທຽນບານ
. ຣະບຽບກ່ຽວກັບການສືບເຊື້ອສາຍ ແລະການສເວີຍເມືອງຂອງພຣະເຈົ້າແຜ່ນດິນ.
ທັກສິນານູປະທານ
. ການທຳບຸນຫາຜູ່ຕາຍ (ສ.)
ສິລປະການ - ສິລປະກອນ-ສິລປະກອນ - ສິລປະກັມ
. ນາຍຊ່າງສີມື, ການຊ່າງ (ສ. ສິລປກາຣ)
ກະມົລວັນ - ກະມົນລະວັນ
. ປ່າບົວ (ປ. ກມລວນ)
ສິນລະປາກອນ - ສິລປາກອນ
. ບ່ອນເກີດແຫ່ງສິລປະ (ສ. ສິລປ + ອາກຣ)
ສິລປິນ - ສິນລະປິນ
. ຜູ່ມີສິລປະ (ສ.)
ກະນູນ
. ແມງຈຳນວນນຶ່ງ ຢູ່ໃນດິນ ມີປີກບິນໄດ້ ກິນໃບໄມ້ອ່ອນ (ຈີ່ນູນ ກໍວ່າ)
ຫໍຣະດານ - ຫໍລະດານ
. ແຮ່ຊະນິດນຶ່ງ ປະກອບດ້ວຍທາດສານຫນູ ແລະ ມາດ ມີສີແດງອົມເຫລືອງໃຊ້ຂຽນລາຍ ແລະ ແຕ້ມຮູບເປັນຕົ້ນ ”ຫນ້າມຸ້ຍແຫ້ມ ຄືສິ່ງຫໍຣະດານ” (ສິນໄຊ)
ກຸສິນາຣາ - ກຸສິນາລາ
. ຊື່ເມືອງນຶ່ງໃນປະເທດອິນເດຍ ເປັນເມືອງທີ່ພະພຸດທະເຈົ້ານິພານ ແຕ່ລາວອອກສຽງເປັນ ກຸສິນນາຣາຍ (ປ.)
ກອງຫນຸນ
. ທະຫານທີ່ປົດອອກຈາກປະຈຳການ ຫລື ປົດອອກຈາກກອງເກີນ ເມື່ອອາຍຸຄົບກຳນົດ, ທະຫານທີ່ຈັດໄວ້ເພື່ອຕື່ມເຕີມ ຫລື ຜັດຜ່ຽນແນວຫນ້າ.
ກະຫນວນ
. ຕົ້ນໄມ້ແນວນຶ່ງ ໃບນ້ອຍແລະເປັນແຫລບ ເປັນຕົ້ນໄມ້ຂະຫນາດໃຫຍ່ (ປູກຄັ່ງໃສ່ໄດ້)
ທິຄັມພອນ - ທິຄຳພອນ
. ຊື່ນິກາຍໃນລັດທິສາສນາເຊນ ຫລື ເດັຍຣະຖີ ເຊິ່ງປະພຶດເປັນຄົນເປືອຍຄືບໍ່ນຸ່ງຫົ່ມຜ້າ ຫມາຍຄວາມວ່າ ນຸ່ງຫົ່ມຟ້າ (ປ. ທິຄັມພຣ)
ສເມນ - ສະເໝນ
. ຊື່ພູໃຫຍ່ໃນຄັມພີໂລກສັນຖານ ຖືວ່າເປັນບ່ອນຕັ້ງເມືອງສວັນຊັ້ນດາວະດິງສາ (ປ. ສິເນຣຸ ສ. ສຸເມຣຸ)
ກາຣະບູນ - ກາລະບູນ
. ຕົ້ນໄມ້ແນວນຶ່ງ ຢາງຂອງມັນເມື່ອກັ່ນແລ້ວ ເປັນເມັດຂາວໆ ມີກິ່ນຫອມ (ສ. ກາຣປຸຣ)
ວັຕສົງສານ - ວັດຕະສົງສານ
. ການວົນວຽນຢູ່ໃນໂລກ ຄື ການວຽນເກີດວຽນຕາຍ (ປ. ວັຕຕສົງສາຣ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑