LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 1000
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (1000)
ສນາ - ສະໜາ
. ເຄື່ອງປູນັ່ງທີ່ຍັດນຸ່ນ (ມາຈາກ ອາສນາ)
ສິລປະສາດ - ສິນລະປະສາດ
. ຕຳລາກ່າວດ້ວຍວິຊາ 18 ປະການ ຕາມຄະຕິບູຮານ ມີວິຊາເລກເປັນຕົ້ນ (ສ. ສິລປສາຕຣ)
ເກສອນ
. ຂົນຄິ້ວ, ແຜງມ້າ, ສ່ວນໃນຂອງຫມາກໄມ້ເປັນເມັດໆ, ດອກໄມ້ (ປ. ເກສຣ)
ໂກນາຄົມ
. ນາມພຣະພຸທເຈົ້າອົງທີ 2 ໃນພັທກັບນີ້ (ປ. ໂກນາຄມມ)
ກະຈົນ
. ຊື່ປາເກັດແນວຫນຶ່ງ ຕົວກົມຄືປາຄໍ່ ເກັດສີມຸມ ຫົວນ້ອຍ.
ກະນ່ອງມ້າ
. ຜັກແນວນຶ່ງ ເກີດຢູ່ຕາມຫນອງ ໃບຄືເລັບມ້າ.
ກະມັນ
. ປາແນວນຶ່ງ ມີເກັດ ຕົວຄືປາຂາວ ແຕ່ໃຫຍ່ ແລະ ຢູ່ນ້ຳເລິກ.
ກະເສນ
. ຊື່ຫມາກມ່ວງແນວນຶ່ງ ຫນ່ວຍໃຫຍ່.
ກະແຕລອດຂອນ
. ຊື່ພຸ່ມໄມ້ແນວນຶ່ງ ມີຫົວໃຊ້ເຮັດຢາ (ຫົວຄ້ອນກະແຕ ກໍວ່າ)
ກັນຊາ
. ຕົ້ນໄມ້ນ້ອຍໆ ຈຳພວກໄມ້ພຸ່ມໃບແລະດອກມີຣົດເມົາ ໃຊ້ໃບແຫ້ງ ສູບແທນຢາ.
ກຳຫນົດ
. ບັງຄັບ, ກົດຫມາຍ; ກ. ຈື່ຈຳໄວ້, ຫມາຍໄວ້, ນິຍົມ, ຈຳເພາະ (ເບິ່ງ ກຳນົດ ນຳອີກ)
ກົງດິນ
. ແດນດິນ, ເຂດແດນເມືອງ ຫລື ປະເທດ.
ກົດໄອຍະການເສິກ
. ຣະບຽບທີ່ປະກາດໃຊ້ໃນເວລາເກີດເສິກ ຫລື ໃນເວລາປະເທດບໍ່ສະຫງົບ ໂດຍການງົດໃຊ້ກົດຫມາຍທັມມະດາ ໄວ້ຊົ່ວຄາວ.
ກ້ອງແຂນ
. ເຄື່ອງເອ້ແຂນ ຢ່າງດຽວກັນກັບກ້ອງຂາ (ປອກແຂນ ກໍວ່າ)
ທາຣາທິຄຸນ
. ສ່ວນນ້ຳຝົນ ເຊິ່ງຫລາຍທີ່ສຸດ (ປ.)
ທາຣຸນ
ວ. ໂຫດຮ້າຍ, ຫຍາບຊ້າກ້າແຂງ (ປ.) ທາຣຸນກັນ . ການເຮັດດ້ວຍຄວາມໂຫດຮ້າຍ.
ຜ້ານ
. ຖ້ານ, ຊັ້ນ, ສ່ຳ, ຮຸ່ນຮາວ.
ວິຫານ:
. ບ່ອນຢູ່ຂອງສົງ, ບ່ອນປະດິສຖານ ພຣະພຸທຣູບ (ປ. ວິຫາຣ)
ເກຫນ້າກາຫລັງ
. ສຣະ ເອ ຕ້ອງຢູ່ຫນ້າ ສຣະ ອາ ຕ້ອງຢູ່ຫລັງ, ເປັນຄຳເວົ້າຖືຫຸ່ມ ຄົນຜູ່ບໍ່ຮູ້ ຫລື ເວົ້າບໍ່ຖືກຕາມຄວາມຫມາຍ.
ເກົາທັນ
. ຫນ້າທະນູ (ສ. ເກົາທັນທ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑