LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 1000
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (1000)
ວັຕສົງສານ - ວັດຕະສົງສານ:
. ການວົນວຽນຢູ່ໃນໂລກ ຄື ການວຽນເກີດວຽນຕາຍ (ປ. ວັຕຕສົງສາຣ)
ທັກຂິໄນຍະບຸກຄົນ
. ຄົນຜູ່ຄວນຮັບຂອງທານເພື່ອຜົນອັນປະເສີດ ຄື ພວກພຣະອະຣິຍະ (ປ. ທັກຂິເນຍຍປຸຄຄລ)
ທັສນະ - ທັດສະນະ
ກ. ເບິ່ງ, ເຫັນ, ເທັສນາການ . ອາການເບິ່ງ: ທັສນາຈອນ ກ. ຖ່ຽວເບິ່ງ.
ທໍຣະນີ - ທໍລະນີ
. ໂລກ, ແຜ່ນດິນ (ປ.) ໄມ້ແມ່ຜັກຕູ່ດ້ານລຸ່ມ ຫລື ໄມ້ຕີນໂລງ "ດິນທໍຣະນີ ພີ່ຈັກ ແຕ້ມຮູບຍາກ"
ວິປຕິສານ - ວິບປະຕິສານ
. ຄວາມຮ້ອນໃຈໃນພາຍລຸນ ເມື່ອຮູ້ວ່າຕົນໄດ້ເຮັດຜິດ (ປ. ວິປປຕິສາຣ) ວິປໂຍກ - ວິບປະໂຍກ: . ຄວາມພັດພາກ, ຄວາມຈາກກັນ (ປ. ວິປປໂຍຄ)
ກະນານ
. ກະໂປະ, ປໍ້ຫມາກໄມ້ ທີ່ມີນວນຢູ່ທາງໃນ, ກະໂປະຫມາກພ້າວ (ທະນານ ກໍວ່າ)
ກະຣະນີ - ກະລະນີ
. ວຽກອັນຄວນທຳ, ເຫດ, ເລື່ອງ, ໃຊ້ເປັນ ກໍຣະນີ ກໍໄດ້ (ປ. ກຣນີຍ)
ກະສັຍ - ກະໄສ - ກະສັຍການ - ກະໄສຍະການ
. ການຫມົດສ້ຽງ, ການສູນໄປ, ຊື່ພະຍາດຝີໃນທ້ອງ ຫລື ປອດແຫ້ງ (ສ. ກສຍ) . ເວລາສ້ຽງໂລກ, ເວລາສຸດ ແຫ່ງສິ່ງທັງປວງ (ສ. ກສັຍກາລ)
ກະໂນນ
. ເນື້ອຫນັງຂອງຄົນ ແລະ ສັດ ບ່ອນຊື່ດູກສັນຫລັງສຸດ.
ສລາກກິນແບ່ງ - ສະຫລາກກິນແບ່ງ
. ໃນບັດທີ່ຂາຍ ຫຼືຈ່າຍໃຫ້ແກ່ຜູ່ຖືໄວ້ ເພື່ອຮັບລາງວັນໃນການສ່ຽງໂຊກ ໂດຍຜູ່ຂາຍ ຫຼືຜູ່ຈ່າຍ ຊັກລົດໄວ້ເປັນກຳໄລ.
ເທສມຸນຕີ - ເທດສະມຸນຕີ
. ຜູ່ບໍຣິຫານການງານໃນເທສບານ
ເວທານ - ເວທານຕະ:
. ຄັມພີອັນຈັດໄວ້ໃນທີ່ສຸດຂອງພຣະເວດ ເປັນປຣັຊຍາອິນເດຍຝ່າຍບູຮານ (ສ.)
ກຳມັຊພົນ - ກຳມັດຊະພົນ
. ຊື່ເກນເລກໃນຄຳພິສຸຣິຍະ-ຍາດ ທີ່ຄຳນວນມາຈາກຈຸລາສັກຣາດ.
ກູຣະມາວະຕານ - ກູລະມະວະຕານ
. ຄັ້ງເກີດເປັນເຕົ່າ ເປັນອະວະຕານປາງທີ 2 ຂອງພຣະວິສນຸ (ສ. ກູຣມາວຕາຣ)
ທໍຣະນີວິທຍາ - ທໍລະນີວິດທະຍາ
. ຄວາມຮູ້ກ່ຽວດ້ວຍລັກສະນະຂອງດິນ ແລະ ຂອງຢູ່ໃນດິນ
ວະນະນາ
. ພັນລະນາ, ການເວົ້າຊີ້ແຈງໃຫ້ຜູ່ອື່ນຟັງເຂົ້າໃຈລະອຽດ (ປ.)
ວິສວະກອນ - ວິສະວະກອນ
. ນາຍຊ່າງໃນວິຊາກົນລະສາດ ດັ່ງ ຊ່າງໂຍທາ, ຊ່າງໄຟຟ້າ, ຊ່າງກົນ ໆລໆ
ວິສວະກອນ - ວິສະວະກອນ:
. ນາຍຊ່າງໃນວິຊາກົນລະສາດ ດັ່ງ ຊ່າງໂຍທາ, ຊ່າງໄຟຟ້າ, ຊ່າງກົນ ໆລໆ
ສວັນ - ສະຫວັນ
1 . ເມືອງຟ້າ, ໂລກຂອງເທວະດາ (ສ. ວສຣຸຄ) 2 . ສີອິດ, ສີມຸ່ຍ ເອີ້ນວ່າ ສວັນ (ສະຫວັນ).
ສວັ່ນ - ສະຫວັ່ນ
. ຊື່ເຫຼັກເຄື່ອງເຈາະໄມ້ດ້ວຍການຜຸນລົງ ເອີ້ນວ່າ ເຫຼັກສວັ່ນ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑