LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 1000
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (1000)
ສັມພັນ - ສຳພັນ
. ການຜູກພັນ, ຄວາມກ່ຽວຂ້ອງ; ກ. ຜູກພັນ, ກ່ຽວຂ້ອງ (ປ. ສັມພັນທ)
ຫິຣັນຍະບັດ - ຫິລັນຍະບັດ
. ແຜ່ນເງິນທີ່ຂຽນຊື່ພຣະພິກຂຸຜູ່ໄດ້ຮັບເຖຣາພິເສກ, ຫລາບເງິນ (ສ.)
ຫໍຣະຄຸນ - ຫໍລະຄຸນ
. ວັນທີ່ຕື່ມໃຫ້ຫລາຍຂຶ້ນ ຄື ເກນວັນແຕ່ມື້ຕັ້ງຈຸລສັກຣາດມາ
ເກສນາ - ເກດສະຫນາ
. ແກ່ນໄມ້ຫອມແນວນຶ່ງ ສີດຳໆ (ສ. ກຣິສນາ)
ເທສການ - ເທດສະການ
. ເວລາກຳນົດໄວ້ ເປັນປະເພນີເຮັດບຸນ (ປ. ເທສກາລ)
ກະຣະບູນ - ກະລະບູນ
. ລາວເອີ້ນ ກາຣະບູນ (ສ. ກຣປຸຣ) (ເບິ່ງ ກາຣະບູນ)
ກະຣຸນາ - ກະລຸນາ
. ຄວາມອີ່ດູ, ຄວາມປະສົງ ຢາກໃຫ້ຜູ່ອື່ນພົ້ນທຸກ (ປ. ກຣຸນາ)
ກາຣັນ - ກາລັນ
. ອັກສອນຕົວສຸດທ້າຍຂອງຄຳ, ອັກສອນຕົວສຸດທ້າຍ ເຊິ່ງບໍ່ອອກສຽງ (ປ. ກາຣັນຕ)
ທໍຣະນີສົງ - ທໍລະນີສົງ
. ບ່ອນດິນອຸທິດໃຫ້ເປັນຂອງສົງ (ປ.)
ຜະລານິສົງ-ຜະຫລານິສົງ
. ຄວາມໄຫລອອກແຫ່ງຜົນຄວາມດີ, ບຸນ (ປ. ຜລານິສົງສະ)
ວັນນະຄະດີ
. ຫນັງສືທີ່ໄດ້ຮັບຄວາມຍົກຍ້ອງວ່າດີ, ທາງຫນັງສື, ເຣື່ອງຂອງຫນັງສື.
ວັນນະຄະດີ:
. ຫນັງສືທີ່ໄດ້ຮັບຄວາມຍົກຍ້ອງວ່າດີ, ທາງຫນັງສື, ເຣື່ອງຂອງຫນັງສື.
ສມຽນ - ສະໝຽນ
. ຄົນສຳລັບຂຽນໜັງສື, ຕຳແໜ່ງຂຽນໜັງສື.
ສລາຕັນ - ສະຫລາຕັນ
. ຮຽກລົມທີ່ພັດຈາກທິດຫໍຣະດີໄປທາງທິດອີສານໃນປາຍລະດູຝົນ, ພາຍຸໃຫຍ່ (ມະລາຢູ)
ເທສບານ - ເທດສະບານ
. ລາດຊະການບໍລິຫານ ສ່ວນທ້ອງທີ່, ແຂວງກຳແພງ (ປ. ເທສປາລ)
ກະຖາສຣິຕສາຄອນ - ກະຖາສະລິດຕະສາຄອນ
. ທະເລນິທານ (ສ. ກຖາສຣິຕສາຄຣ)
ກາຍບໍຣິຫານ - ກາຍຍະບໍລິຫານ
. ການຫັດແຮງ, ການຮັກສາຮ່າງກາຍໃຫ້ແຂງແຮງ (ປ. ກາຍປຣິຫາຣ)
ກາຣຸນ - ກາລຸນ
. ຄວາມກະຣຸນາ (ສ. ກາຣຸນຍ)
ກຳນັນ
. ຜູ່ປົກຄອງເຂດຕາແສງນຶ່ງ, ຕາແສງ, ຂອງຕ້ອນ, ສາວໃຊ້ (ທ.)
ຜະນັງ-ຜະຫນັງ
. ຝາທີ່ກໍ່ດ້ວຍດິນຈີ່ທາປູນ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑