LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 1000
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (1000)
ກຳແພງເຈັດຊັ້ນ
. ຊື່ຕົ້ນໄມ້ແນວນຶ່ງ ແກ່ນເປັນຊັ້ນໆ ໃຊ້ເຮັດຢາ; ຫວ້ານແນວນຶ່ງ ຄື ຫວ້ານກຳແພງຂາວ ເມື່ອເກີດໃຫມ່ໄດ້ 1-2 ໃບ ຫລັງໃບແດງຊ້ຳຄືສີຄັ່ງ ເມື່ອປົ່ງຫລາຍໄປແລ້ວ ຂອບຫລັງຂອງໃບ ສີຂຽວ ກາງໃບ ສີແດງອ່ອນ.…
ກະກຸທະພັນ
. ເຄື່ອງປະດັບຍົດຂອງເຈົ້າແຜ່ນດິນ ຕາມຂັດຕິຍະລາຊະປະເພນີ ມີ 5 ຢ່າງຄື: 1. ມຸງກຸດ 2. ພຣະຂັນ 3. ໄມ້ເທົ້າ 4. ແສ້ຈາມອນ 5. ສຸວັນນະປາທຸກາ(ເກີບຄຳ) ອີກຢ່າງຫນຶ່ງ ຄື 1. ພຣະຂັນ 2. ມຸງກຸດ 3. ເສຕສັດ 4.…
ກັ່ນ
1 . ສົ້ນຂອງດວງມີດທາງໃສ່ດ້າມ ຕັ້ງແຕ່ບ່ອນເປັນບັກໄປ, ບ່ອນບັກ, ຮອຍກ່ານອ້ອມ, ຮອຍຫມາຍ, ຂວັນດອກໄມ້, ຂາຕ້າງ ຫລື ກະຈອນ, ກັ່ນພູ . ຂວັ້ນພູ, ຊື່ເຄືອໄມ້ແນວນຶ່ງ ດອກມີຣົດເຜັດ ໃຊ້ທຳຢາ. 2 ກ. ຕອງ,…
ກະສຽນ
1 ກ. ຂຽນ, ຂຽນຄຳແປດ້ວຍຕົວຫນັງສືນ້ອຍໆໄວ້ໃຕ້ສັບເດີມ. 2 ວ. ສ້ຽງໄປ, ຫມົດໄປ (ສ. ກສິນ) ກະສຽນອາຍຸ . ຜູ່ມີອາຍຸເຖິງເຂດແລ້ວ (ສ. ກສິນາຍຸສ) (ຄຳນີ້ ບູຮານຫມາຍເອົາຜູ່ມີອາຍຸພົ້ນກຳນົດເກນ ຄື…
ກະເລັນ
1 . ຊື່ສັດແນວນຶ່ງ ຈຳພວກໄຕ່ໄມ້ ຕົວນ້ອຍຂະຫນາດຫນູຊິງ. 2 . ຊື່ແມງແນວນຶ່ງ ຕົວຄືຈັກຈັ່ນແຕ່ໃຫຍ່ກວ່າ ຮ້ອງສຽງມ່ວນ (ແມງງ້ວງ ກໍວ່າ) 3. . ຊື່ດອກໄມ້ແນວນຶ່ງ ກິ່ນຫອມ: “ກາວກະເລັນກ້ຽງ …
ຫີນະ
ວ. ຊົ່ວ, ຕ່ຳຊ້າ, ນ້ອຍ, ຫີນະຍານ . ເປັນຄຳທີຝ່າຍມະຫາຍານ ຄື ນິກາຍພຸທສາສນາ ຝ່າຍເຫນືອ ເອີ້ນ ນິກາຍພຸທສາສນາຝ່າຍໃຕ້ ເຊິ່ງຢູ່ ລັງກາ, ໄທ, ພະມ້າ, ລາວ ຂເມນ ວາ ນິກາຍຫີນະຍານ ແປວ່າ ຍານນ້ອຍ
ກະຊອນ
1 . ເຄື່ອງສຳລັບຕັກອາຫານ ສານດ້ວຍລວດ ຫລືໄມ້ໄຜ່ ມີຄັນສຳລັບຈັບຕັກ, (ຕ່ອງຊອນ ກໍວ່າ ກະຕ່ອງຊອນ ກໍເອີ້ນ) 2 . ແມງແນວນຶ່ງຫມົ້ນຢູ່ຕາມດິນ ຕົງນ້ອຍໆ ທີ່ວ່າ ຫນ້າມີກ້າມໃຫຍ່ ສຳລັບໃຊ້ເບີກທາງ (ແມງຊອນ ຫລື…
ກະໂດນ
. ໄມ້ຈຳພວກນຶ່ງ ໃບ ແລະ ເປືອກມີລົດຝາດ ໃບອ່ອນໃຊ້ເປັນອາຫານໄດ້ ມີ 3 ແນວຄື: 1. ກະໂດນໂຄກ ເປັນຕົ້ນໄມ້ໃຫຍ່ 2. ກະໂດນນ້ຳ ເປັນຕົ້ນໄມ້ຂະຫນາດນ້ອຍ ແລະມັກເກີດຕາມທາມ 3. ກະໂດນເບ້ຍ ເປັນໄມ້ພຸ່ມ…
ຜັດສາຫານ
. ອາຫານຄືຜັດສະ ຫມານເອົາ ການຖືກກັນ ຫລືປະສົບກັນ ແຫ່ງອາຍະຕະນະພາຍໃນພາຍນອກ ແລະວິນຍານ ເປັນປັດໄຈແຫ່ງເຈຕະສິກອັນຈະເກີດຕາມວິຖີ ມີເວດທະນາເປັນຕົ້ນ (ປ. ຜັສສາຫາຣ)
ກັນຍາ
. ນາງງາມ, ສາວນ້ອຍ, ຊື່ຣາສີທີ 6 ນັບແຕ່ຣາສີເມດ (ກົງກັບເດືອນ 10 ຕາມຈັນທະຣະຄະຕິ) (ສ.) ກັນຍາການ . ເວລາເປັນສາວ (ສ. ກັນຍາກາລ) ກັນຍາຣັດ ນາງແກ້ວ (ສ. ກັນຍາຣັຕນ)
ທັກຂິໂນທົກ
. ນ້ຳຫມາຍທານ, ນ້ຳທີ່ຢາດລົງໃນເວລາໃຫ້ທານ, (ຕາມຫລັກແທ້ຫມາຍເອົາການທານຂອງໃຫຍ່ ຫລື ຂອງທີ່ບໍ່ມີຮູບ ທີ່ຈະຍໍໃຫ້ໄດ້ ຈິ່ງໃຊ້ນ້ຳແທນ ດັ່ງ ທານວັດ ທານສາລາ ເປັນຕົ້ນ)
ກະດັນ
. ຕົ້ນໄມ້ແນວນຶ່ງ ໃບນ້ອຍຍາວ ມີລົດສົ້ມ ມັກເກີດຕາມແຄມນ້ຳ, ຊີ້ນ ຫລື ນວນຫມາກໄມ້ ທີ່ເປັນກ້ອນແຂງ. ວ. ເປັນກ້ອນແຂງ.
ກະສິນ
. ຊື່ກຳມະຖານຫມວດນຶ່ງ ທີ່ທຳການແອບເຝິກດ້ວຍການເລັງແລ ເພື່ອທຳຈິດໃຈໃຫ້ຕັ້ງຫມັ້ນ ມີ 10 ປະການ ມີ ອາໂປກະສິນ ການເລັງແລເບິ່ງນ້ຳ ເປັນຕົ້ນ (ປ. ກສິນ)
ແຜ່ນ
. ລັກສະນະນາມຮຽກຂອງທີ່ມີລັກສະນະບາງໆດັ່ງ ແປ້ນ ເປັນຕົ້ນ, ຜືນ, ຫນ້າດິນ, ພື້ນດິນ ທົ່ວໄປ, ສະ.
ກະນິດຖາ
. ນ້ອງ, ນິ້ວກ້ອຍ (ປ. ກນິຕຖາ; ກະນິດຖະພາຄິນີ . ນ້ອງສາວ; ກະນິດຖະພາຕາ . ນ້ອງຊາຍ (ປ.)
ເກັດລິ່ນ
. ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ພຸ່ມ ໃບອ່ອນເປັນກີບ ຊ້ອນຫລືບກັນ ຄືເກັດຂອງລິ່ນ.
ກະດັນງາ
. ຕົ້ນໄມ້ແນວນຶ່ງ ດອກເປັນກາບສ້ອຍ ມີ 3 ກາບ ສີເຫລືອງ ກິ່ນຫອມ, ມີ 2 ແນວຄື: ກະດັນງາບ້ານ, ກະດັນງາປ່າ.
ກະບວນ
. ຫມູ່, ພວກ, ວາດຊົງ, ຮູບ, ເພດ: “ຄືຄູ່ແຍງເງົາພ້ຽງ ດູກະບວນໃຜຄ່ອງ ຄັນວ່າຄົນຮູບຮ້າຍ ເງົານັ້ນ ກໍດັ່ງກັນ” (ອິນທິຍານສອນລູກ)
ກະບິນ
. ແບບແຜນ, ປະເພນີ, ລະບຽບ, ກະບິນເມືອງ. . ປະເພນີ ຂອງປະເທດ, ກົດຫມາຍຂອງປະເທດ, ຮີດຄອງບ້ານເມືອງ: “ຮຸ່ງຄ່ຳອື້ ອາມາດຊຸມສນາມ ໂດຍເດີມກະບິນ ຊົ່ວລາງປະຖົມເຖົ້າ” (ສິນໄຊ)
ຜືນ
. ແຜ່ນ, ລັກສະນະນາມຂອງເປັນແຜ່ນບາງ ແລະອ່ອນ ດັ່ງ ເສື້ອຜ້າ ແລະສາດ ວ່າຜືນນຶ່ງ ສອງຜືນ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑