LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 1000
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (1000)
ວຸ້ນ
. ຂອງແນວນຶ່ງເປື່ອຍໄດ້ເມື່ອຖຶກນ້ຳຮ້ອນ ເຢັນແລ້ວແຂ້ນ ສີໃສ ໃຊ້ເປັນອາຫານ
ສິມນ້ຳ
. ເຂດແດນຂອງນ້ຳທີ່ສົງກຳນົດໄວ້ເປັນບ່ອນປະຊຸມ ຮຽກຕາມທາງວິນັຍວ່າ ອຸທກຸເຂປສີມາ ແປວ່າ ເຂດແດນລະຍະສາດນ້ຳ.
ກອງງັນ
. ເວລາປະມານ 20 ໂມງ ຫາ 22 ໂມງ; ກອງທີ່ຕີໃຫ້ຄົນມາງັນ ເພື່ອຊື່ນມ່ວນໃນເວລາກາງຄືນ.
ກະຖຸນ
. ເຄື່ອງຍິງສັດ ມີສອງສາຍຜູກກັບສົ້ນຄັນຫລືໄມ້ ເປັນງ່າມ ມີຫມ້ອງໃສ່ລູກຢູ່ກາງ, ລູກໃຊ້ກ້ອນຫີນ ຫລື ກ້ອນດິນ.
ກະຫາປະນະ
. ເງິນຕາ ຫລື ນ້ຳຫນັກແຫ່ງຄ່າເງິນ, ກະຫາປະນະນຶ່ງ ເທົ່າກັບ 4 ບາດ (ປ. ກຫາປນ)
ກຸເວນ
. ນາມພະຍາແຫ່ງພວກຜີຮ້າຍ ຮຽກພຣະຍາກຸເວນໆ ເປັນເຈົ້າແຫ່ງສົມບັດເຂົ້າຂອງ ແລະເປັນທ້າວໂລກຍານອົງນຶ່ງ ປະຈຳຢູ່ທິດເຫນືອ (ປ. ກຸເວຣ)
ກຽງປືນ
. ກຽງຫນ້າ, ເຄື່ອງພາໃຫ້ລູກຫນ້າໄປທ່ຽງ, ຊື່ຕົ້ນໄມ້ແນວນຶ່ງ ເປັນໄມ້ພຸ່ມໃບຄືຮູບກຽງຫນ້າ.
ວານ
1). . ວັນກ່ອນຈາກວັນນີ້ຄືນໄປວັນນຶ່ງ; 2). ກ. ເວົ້າຂໍໃຫ້ຊອ່ຍ
ວານ:
1). . ວັນກ່ອນຈາກວັນນີ້ຄືນໄປວັນນຶ່ງ; 2). ກ. ເວົ້າຂໍໃຫ້ຊອ່ຍ
ສນົມ - ສະໜົມ
1 . ສາວໃຊ້ ຫຼື ບໍລິວານຂອງພຣະລາຊາ. 2 . ຫຍ້າທີ່ເກີດຢູ່ໃນໜອງ ເປັນແຜ່ນຕິດກັນ ແລະຟູຢູ່ໜ້ານ້ຳ.
ເວຕານ
. ຜີຈຳພວກມັກອາສັຍຢູ່ນຳປ່າຊ້າ (ສ. ເວຕາລ) ບູຣານວ່າ ນັກປາດຜູ່ບໍ່ບອກຄວາມຮູ້ໃຫ້ຄົນອື່ນ ຕາຍແລ້ວໄປເກີດເປັນເວຕານ.
ເວີນ
. ບ່ອນນ້ຳໄຫລວົນ, ຫນ້ານ້ຳບ່ອນແປນໆ
ແຜ່ນສຽງ
. ແຜ່ນທີ່ທຳດ້ວຍຄັ່ງ ຮູບມົນແບນ ແລ້ວອັດສຽງໄວ້ໃນແຜ່ນນັ້ນ.
ແວ່ນ
. ເຄື່ອງສ່ອງເບີ່ງເງົາ ເຮັດດ້ວຍແກ້ວສີຂາວ ທາງຫລັງທາບາແລ່ນ, ຊື່ຜັກແນວນຶ່ງເກີດຢູ່ນ້ຳ ໃບມົນ ເອີ້ນ ຜັກແວ່ນ
ກະກຸນ
. ເຊື້ອສາຍ, ໂຄດວົງ: "ສັດຖາໄທ້ ທົງກະກຸນເຫນົ້າຫນໍ່ ສອງອ່ອນນ້ອຍ ທານໃຫ້ແກ່ພາມ" (ທ້າວຮຸ່ງ ທ້າວເຈືອງ) (ປ.)
ກະກຸສັນໂທ
. ນາມພຣະພຸດທະເຈົ້າ ອົງທີ 1 ໃນຈຳນວນຫ້າພຣະອົງ ທີ່ມີໃນພັທກັບນີ້ (ປ.)
ກະຈອນ
. ເຄື່ອງປະດັບຫູຢ່າງນຶ່ງ ຂາຍາວແລະງໍ ເຮັດດ້ວຍເງິນຫລືຄຳ; ຊື່ດອກໄມ້ແນວນຶ່ງ ດອກ ແລະ ກ້ານຄື ກະຈອນໃສ່ຫູ.
ກະຈິ້ນ
. ສັດສີ່ຕີນແນວຫນຶ່ງ ຈຳພວກໄຕ່ໄມ້ ຕົວນ້ອຍຂະຫນາດກະແຕ ຫນ້າແຫລມ.
ກະຕັນຍູ
. ຜູ່ຮູ້ຈັກຄຸນຂອງຜູ່ອື່ນ, ຜູ່ຕອບແທນຄຸນຜູ່ອື່ນ (ປ. ກຕັນຍູ)
ກະບິລພັດ - ກະບິນລະພັດ
. ຊື່ເມືອງຫລວງຂອງປະເທດສັກກະ ໃນອິນເດຍ ເປັນເມືອງຂອງພຣະພຸທເຈົ້າ ໃນເວລາ ເພິ່ນບໍ່ທັນອອກບວດ (ປ. ກບິລວັດຖຸ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑