LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 1000
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (1000)
ກະລາການ້ຳ
. ຊື່ນົກແນວນຶ່ງ ຕົວໃຫຍ່ ຂົນສີດຳຄ້າຍຄືກາ ຄໍຍາວ ຫາກິນທາງນ້ຳ.
ກະເບນ
. ຕ່ຽວຜ້າ: (ຂ.) “ຊຸມນຶ່ງຮູບຊ້າງນ້ອຍ ແຢະຢຽດຢາຍມື ປຸນດັ່ງທັມມະຊາຕັງ ແຕ່ງກະເບນ ຈຳຈ້ອນ” (ສິນໄຊ)
ສນຽມ
. ປອກຄໍມ້າ - ກະດິງມ້າ " ມ້າແອບຄຸ້ມ ຄໍສອດ ສນຽມທອງ ນາຍນັກການເຂົາ ແຕ່ງດີດາມ້ຽນ " (ສິນໄຊ)
ຫົວຂວັ້ນ
. ສ່ວນຂອງຫມາກ ຫລື ດອກ ແລະ ໃບໄມ້ທີ່ຕິດຢູ່ກັບກ້ານ, ສ່ວນຂອງຫນັງສີທີ່ມີຂໍ້ຄວາມຢ່າງດຽວກັນກັບສ່ວນທີ່ຈີກອອກ
ເວໄນ:
. ຜູ່ຄວນແນະນຳສັງສອນ, ຜູ່ຄວນໄດ້ (ປ. ເວເນຍຍະ)
ໂກລາຫົນ
. ຄວາມວຸ່ນວາຍ, ສຽງຄຶກຄື້ນ; ວ. ວຸ່ນວາຍ (ຄຳນີ້ໃຊ້ຜິດໄປວ່າ ໂກລະຫົນ ຫລື ກົລຫົນ) (ປ. ໂກລາຫລ)
ກະຈວນ
. ແປ້ງ, ແປ້ງ. ວ. ມຸ່ນເປັນແປ້ງ, ລະອຽດ, ມຸ່ນ, ເປັນຝຸ່ນ.
ກະຈ້ອນ
. ສັດສີ່ຕີນແນວຫນຶ່ງ ຈຳພວກໄຕ່ໄມ້ ຕົວຂະຫນາດກະແຕ ຂົນສີຮູຍ.
ກະນ່ອງ
. ອະໄວຍະວະ ຂອງຄົນແລະສັດ ບ່ອນຂາກັບຕີນຕໍ່ກັນ ທາງດ້ານຫລັງ.
ກະບູນ
. ພະຍາດແນວນຶ່ງ ເປັນກ້ອນແຂງຢູ່ໃນທ້ອງ.
ກະແຈດານ
. ກະແຈໄມ້ແບບບູຮານ ຝັກ ແລະໄລ ຕິດຢູ່ກັບຝາປະຕູດ້ານໃນ (ດັ່ງດຽວກັບກະແຈຕູ້ ທຸກວັນນີ້)
ກາກະນິກ
. ມາດຕາເງິນອິນເດຍບູຮານ ມີຄ່າທໍ່ກັບກ້ອນຊີ້ນ ພໍກາຄາບໄປໄດ້. (ປ.)
ກາງດິນ
. ທີ່ນອກຮົ່ມ (ນອນກາງດິນ ກິນກາງຫຍ້າ)
ກາງເຂນ
. ຮູບໄມ້ຕີນກາ ເປັນເຄື່ອງນັບຖືແທນພຣະເຍຊູ ຂອງພວກຖືສາສນາຄຣິສຕັງ.
ກາດນາ
. ຜັກກາດແນວນຶ່ງ ຕົ້ນແລະໃບຄືຜັກກາດທຳມະດາ ແຕ່ໃບຫນາ ແລະສີຂຽວແກ່ (ຈ. ຄະນ້າ)
ກາມາດູນ
. ຄວາມກະສັນແດດ້ວຍກາມ, ຄວາມຮ້ອນຮົນຍ້ອນກາມ (ປ. ກາມ+ອາຣັມມນ)
ກຳຍານ
. ຢາງຂອງຕົ້ນໄມ້ແນວນຶ່ງ ເປັນຊໍ່ຄືຂີ້ຊີ ແຕ່ມີກິ່ນຫອມ ແລະ ມີຣາຄາແພງ.
ກຳສິນ
. ວິທີເຮັດກົນເອົາຢາ ທີ່ຖືກັນວ່າສັກສິດ ຄືເວລາຈະຕັດຕົ້ນຢາ ໃຫ້ແກ້ຜ້າອອກຫມົດ ແລ້ວຈິ່ງຕັດເອົາຢານັ້ນ.
ກຳເດືອນ
. ການທີ່ຜູ່ຍິງອອກລູກແລ້ວ ຢູ່ຮັກສາຕົນດ້ວຍການຝີງໄຟ ແລະອາບນ້ຳຮ້ອນ.
ທອງພັ່ນຊັ່ງ
. ຕົ້ນໄມ້ແນວນຶ່ງ ດອກສີຂາວ ຕົ້ນເປັນພຸ່ມ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑