LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 1000
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (1000)
ຜັກຄຸນະມາດ
. ເດືອນທີ່ພຣະຈັນສະເຫວີຍຣືກຜະລະຄຸນີຄື ເດືອນ 4 (ປ. ຜັຄຄຸນມາສ)
ຫຸ່ນ
. ຮູບ, ຮູບແບບ, ຮູບທີ່ຖ່າຍຈາກຂອງເດີມ, ຮູບປັ້ນ ຫລື ຄວັດ ເປັນເບົ້າໄວ້ຊົ່ວຄາວ, ຊື່ການຫລິ້ນມະໂຫຣະສົບ ທີ່ໃຊ້ຮູບສະແດງເປັນເລື່ອງ
ໂກມົນ
. ນ້ຳ, ໄຫມ; ວ. ອ່ອນ, ຫວານ, ມ່ວນ; . ດອກບົວ (ປ. ໂກມລ)
ກອງເກີນ
. ຜູ່ທີ່ຂຶ້ນທະບຽນຮັບຣາຊການທະຫານ.
ກະດົ້ນ
. ອະໄວຍະວະ ບ່ອນທາງຫລັງຂອງຫົວຕໍ່ຈາກຄໍຂຶ້ນໄປ (ງ່ອນດົ້ນ ກໍວ່າ)
ກະຖາພັນ
. ນິທານ, ເລື່ອງທີ່ແຕ່ງຂຶ້ນ (ປ. ກຖາພັນທ)
ກະບຽນ
. ພາຊະນະ ສານດ້ວນຕອກ ຮູບມົນແບບສຳລັບໃສ່ຂອງ.
ກະຫມວນ
. ແມງແນວນຶ່ງ ເກີດນຳຂອງເນົ່າ ແລະ ເທົ່າໄຟ.
ກະໄນ່
. ສັດສີ່ຕີນຈຳພວກໄຕ່ໄມ້ ຕົວຂະຫນາດກະແຕ ຂົນແກ້ມສີແດງອ່ອນ.
ກັງສະດານ
. ຣະຄັງມົນໆ, ຄ້ອງ (ປ. ກັງສດາລ): “ຟັງຍິນ ສັງໂຄຕ້ອງ ກັງສະດານດັງມີ່ ວັດປ່າເຕົ້າສແວງເຂົ້າ ຄູ່ມະຮາມ” (ສິນໄຊ)
ການ້ຳ
. ນົກຕົວດຳໆ ຄໍຍາວ ຫາກິນທາງນ້ຳ (ກາກະລານ້ຳ ກໍວ່າ)
ກຳພັນ
. ໄມ້ສຳລັບພັນເອົາຜ້າໃນເວລາຕ່ຳຫູກ (ເອີ້ນ ໄມ້ກຳພັນ)
ກຳເນີດ
ກ. ເກີດ; . ຄວາມເກີດ, ຊື່ພະຍາດແນວນຶ່ງ ມັກເປັນແຕ່ເດັກນ້ອຍທີ່ເກີດໃຫມ່.
ກຸສົລກັມມະບົດ - ກຸສົນລະກຳມະບົດ
. ທາງທີ່ເຮັດດີ, ທາງທີ່ເປັນບຸນ ໄດ້ແກ່ທັມຫມວດນຶ່ງ ມີ 10 ຢ່າງ ຄື: ກາຍສຸຈະຣິດ 3, ວະຈີສຸຈຣິດ 4 ແລະ ມະໂນສຸຈຣິດ 3.
ກົງຫັນ
. ຫມາກປິ່ນ: “ເຊື້ອກົງຫັນ ລົມມາຕ້ອງປິ່ນ” (ກອນລຳ)
ທັກຂິນາ
. ທານເພື່ອໃຫ້ຜົນອັນຈະເຣີນ, ເບື້ອງຂວາ (ປ.)
ທຶກທຶນ
. ວັນຊົ່ວຮ້າຍໃນຕຳຣາໝໍດູ, ວັນອຸບາດ, ວັນບໍ່ດີ.
ທ້າຍປືນ
. ສົ້ນຂອງຝັກປືນ ຫລື ສົ້ນສຸດຂອງປືນທາງຄ້ຳໃສ່ບ່າ.
ວາສນາ - ວາດສະໜາ
. ສິ່ງທີ່ຝັງຢູ່ໃນຈິດໃຈ, ບຸນ ຫລື ບາບ ທີ່ຕິດມາແຕ່ຊາດກ່ອນ, ກຸສົນທີ່ພາໃຫ້ໄດ້ລາບຍົດ (ປ.)
ວາສນາ - ວາດສະໜາ:
. ສິ່ງທີ່ຝັງຢູ່ໃນຈິດໃຈ, ບຸນ ຫລື ບາບ ທີ່ຕິດມາແຕ່ຊາດກ່ອນ, ກຸສົນທີ່ພາໃຫ້ໄດ້ລາບຍົດ (ປ.)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑