LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ສິ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 84
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (84)
ຫົວໃຈ
ນ. ອະໄວຍະວະສຳລັບດຽກເລືອດໃຫ້ແລ່ນໄປຕາມຮ່າງກາຍ, ສິ່ງທີ່ມີຫນ້າທີ່ຮູ້ຄິດ ແລະ ລະນຶກ, ສ່ວນສຳຄັນ ຫລື ໃຈກາງແຫ່ງສິ່ງຕ່າງໆ, ອັກສອນຫຍໍ້ຂອງຂໍ້ຄວາມຕ່າງໆ ນິຍົມວ່າເປັນຂອງດີ ດັ່ງ ຫົວໃຈເຜດ ວ່າ ທຸ ສະ ນະ ໂສ,…
ຫໍຣະດານ - ຫໍລະດານ
ນ. ແຮ່ຊະນິດນຶ່ງ ປະກອບດ້ວຍທາດສານຫນູ ແລະ ມາດ ມີສີແດງອົມເຫລືອງໃຊ້ຂຽນລາຍ ແລະ ແຕ້ມຮູບເປັນຕົ້ນ ”ຫນ້າມຸ້ຍແຫ້ມ ຄືສິ່ງຫໍຣະດານ” (ສິນໄຊ)
ກອຍໃຈ
ກ. ຕັ້ງໃຈ, ເອົາໃຈໃສ່: “ກູກໍກອຍໃຈຕັ້ງປອງຕົນເປັນເຫຍື່ອ ມັນແລ້ວ” (ສິນໄຊ)
ກອນ
1 ນ. ເຄື່ອງເທິງຂອງເຮືອນ ທີ່ພາດຢູ່ເທິງຂ້າວ ຮຽງກັນເປັນແຖວ. 2 ນ. ຄຳເວົ້າທີ່ມີສຽງເກາະກ່າຍກັນ; ວ. ຄ່ອງກັນ, ເກາະກ່າຍກັນ. 3 ນ. ໄລຜັກຕູ “ກັນກົງກອນ ຫມູ່ຍິງຍາຕ້ອງ” (ສິນໄຊ). 4 ນ. ມື, ແຂນ, ງວງຊ້າງ. (ປ.…
ກະດານ
ນ. ແຜ່ນແປ້ນ, ແຜ່ນຫີນ, ແຜ່ນແປ້ນ ຫລື ຫີນ ສຳລັບໃຊ້ຂຽນຫນັງສື; ກະດານດຳ ນ. ຫີນ ຫລື ແປ້ນ ເປັນສີດຳ ສຳລັບຂຽນຫນັງສື; ກະດານຫີນ ນ. ແຜ່ນຫີນ, ພະລານຫີນ; ກະດານຫົວ ນ. ດູກຫົວ: “ສອນສະແຫວງມ້າງ…
ກະດິງຫ້າວ
ນ. ກະດິງທີ່ທຳດ້ວຍທອງຫ້າວ: “ຫໍຊໍ່ຟ້າ ກະດິງຫ້າວຫິ່ງແຂວນ” (ສິນໄຊ)
ກະດຸມພີດ
(ຄຳດຽວກັບ ກະດຸມພີ): “ເສດຖີພ້ອມ ພາມະນາກະດຸມພີດ” (ສິນໄຊ) (ປ. ກຸຕຸມພີ + ອິສ)
ກະທວາຍ
ນ. ສັດສີ່ຕີນ ຕົວຂະຫນາດຟານ ຂົນອ່ອນແລະແລບ: “ຂາກະທວາຍແຫ້ງ ອັນກະແດ້ງດ້ວຍແດດ ແລະ ແປວໄຟ” (ເວດສັນຕຣະ); ທວຍ ກໍວ່າ: “ຝູງກວາງທວຍ ແລະ ແຮດຊ້າງ” (ເວດສັນຕຣະ) ຊາຍກໍວ່າ: “ກວາງຊາຍຟານ…
ກະທັ່ງ
ບ. ເທົ້າເຖິງ, ຮອດ: “ລືກະທັ່ງເທົ້າ ດິນຟ້າຂ່າວຂາມ” (ສິນໄຊ)
ກະບິນ
ນ. ແບບແຜນ, ປະເພນີ, ລະບຽບ, ກະບິນເມືອງ. ນ. ປະເພນີ ຂອງປະເທດ, ກົດຫມາຍຂອງປະເທດ, ຮີດຄອງບ້ານເມືອງ: “ຮຸ່ງຄ່ຳອື້ ອາມາດຊຸມສນາມ ໂດຍເດີມກະບິນ ຊົ່ວລາງປະຖົມເຖົ້າ” (ສິນໄຊ)
ກະອອກ
ນ. ນົກແນວນຶ່ງ ເປັນນົກກິນປາ ສົບ ແລະ ເລັບແຫລມຄົມ ຕົວໃຫຍ່ຂະຫນາດແຫລວ (ນົກອໍຫໍ ຫລື ຢ່ຽວຫວອດ ກໍເອີ້ນ): “ອຸມລົວຮຸ້ງ ຕາໄນແກມກະອອກ ຈິບກ່າປໍ້ເປັຍຝ້າຍ ກະແດບດິນ” (ສິນໄຊ)
ກະອອມ
ນ. ພາຊະນະຮູບຄືຫມໍ້ ແຕ່ປາກອອມບໍ່ມີຄໍ ສຳລັບໃສ່ຂອງມີນ້ຳ (ອອມ ກໍເອີ້ນ) “ສົມໃຫຍ່ຍ້າຍ ກະອອມແກ້ວຫລັ່ງລົງ” (ສິນໄຊ)
ກະເບນ
ນ. ຕ່ຽວຜ້າ: (ຂ.) “ຊຸມນຶ່ງຮູບຊ້າງນ້ອຍ ແຢະຢຽດຢາຍມື ປຸນດັ່ງທັມມະຊາຕັງ ແຕ່ງກະເບນ ຈຳຈ້ອນ” (ສິນໄຊ)
ກະເລັນ
1 ນ. ຊື່ສັດແນວນຶ່ງ ຈຳພວກໄຕ່ໄມ້ ຕົວນ້ອຍຂະຫນາດຫນູຊິງ. 2 ນ. ຊື່ແມງແນວນຶ່ງ ຕົວຄືຈັກຈັ່ນແຕ່ໃຫຍ່ກວ່າ ຮ້ອງສຽງມ່ວນ (ແມງງ້ວງ ກໍວ່າ) 3. ນ. ຊື່ດອກໄມ້ແນວນຶ່ງ ກິ່ນຫອມ: “ກາວກະເລັນກ້ຽງ …
ກະແດບເດົ້າ
ນ. ຊື່ນົກແນວນຶ່ງ ເປັນນົກຫາກິນຕາມແຄມນ້ຳ ຕົວນ້ອຍ ຂົນສີຫມົ່ນ ເວລາຢືນ ທຳອາການເດົ້າງັບໆ. ນົກກະແດບດິນ ກໍວ່າ : “ຈິບກ່າປໍ້ ເປຍຝ້າຍກະແດບດິນ” (ສິນໄຊ)
ກະໂບກຫົວ
ນ. ຫົວ, ດູກຫົວ: “ ມີຮ່າງເຮົາເຫງກົ້ມ ກະໂບກຫົວສູໄຕ່ໄປລີ້ ” (ສິນໄຊ)
ກະໂປງ
ນ. ສິ້ນນຸ່ງແບບຍຸໂຣບ.
ກະໂລ້
1 ນ. ພາຊະນະ ສານດ້ວຍຕອກ ຮູບຄື ເຂິງສ້ອນປາ. 2 ວ. ສວດອອກ, ມີຕາເຫລືອກ (ບາງພ່ອງຟ້ອນເຢ່ງໂຢ້ ຕາກະໂລ້ຫລອກສາວ) (ສິນໄຊ)
ກັງສະດານ
ນ. ຣະຄັງມົນໆ, ຄ້ອງ (ປ. ກັງສດາລ): “ຟັງຍິນ ສັງໂຄຕ້ອງ ກັງສະດານດັງມີ່ ວັດປ່າເຕົ້າສແວງເຂົ້າ ຄູ່ມະຮາມ” (ສິນໄຊ)
ກັນ
1 (ກ) ສ. ເປັນຄຳແທນຊື່ ດັ່ງຄຳວ່າ “ຄວາຍຊົນກັນ” (ຂ). ແທນຊື່ຂອງຜູ່ເວົ້າ ຫລື ເຈົ້າຂອງເອງ: “ເສື້ອຂອງກັນ”. 2 ກ. ຫ້າມ, ບັງ, ກັ້ງ, ຫວຽນອ້ອມໄວ້; ກ. ແຖ (ກັນຕີນຜົມ, ກັນຄິ້ວ). 3 ນ. ກະແຈ, ໄລຜັກຕູ:…

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑