LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ໃຫຍ່
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 45
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (45)
ກະເສນ
ນ. ຊື່ຫມາກມ່ວງແນວນຶ່ງ ຫນ່ວຍໃຫຍ່.
ກະແຍງໂຄ
ນ. ປາກະແຍງແນວຕົວໃຫຍ່.
ກະໂດນ
ນ. ໄມ້ຈຳພວກນຶ່ງ ໃບ ແລະ ເປືອກມີລົດຝາດ ໃບອ່ອນໃຊ້ເປັນອາຫານໄດ້ ມີ 3 ແນວຄື: 1. ກະໂດນໂຄກ ເປັນຕົ້ນໄມ້ໃຫຍ່ 2. ກະໂດນນ້ຳ ເປັນຕົ້ນໄມ້ຂະຫນາດນ້ອຍ ແລະມັກເກີດຕາມທາມ 3. ກະໂດນເບ້ຍ ເປັນໄມ້ພຸ່ມ…
ກັງ
1 ນ. ລີງໃຫຍ່; 2 ນ. ໄມ້ສອງອັນສຳລັບຫນີບມັດເຂົ້າຟາດ ເພື່ອໃຫ້ເມັດເຂົ້າຫລົ່ນ; 3 ນ. ໄມ້ຜູກກັບເຊືອກຄຶງໄວ້ ບໍ່ໃຫ້ສັດທີ່ຖືກຜູກນັ້ນໂງຄືນໄດ້, ໄມ້ເຮັດເປັນວົງ ຫລື…
ກັ້ງ
1 ນ. ປາແນວນຶ່ງ ຕົວຄືປາຄໍ່ ແຕ່ຕົວນ້ອຍ ຫົວໃຫຍ່; 2 ກ. ບັງໄວ້, ກັນໄວ້; ກັ້ງຮົ່ມ ກ. ພືຮົ່ມອອກກັນຝົນ ຫລື ແດດ; 3 ນ. ເກີ້ງຕາເວັນທີ່ເປັນວົງອ້ອມຕາເວັນຢູ່, ຣັສມີອ້ອມດວງອາທິດ: “ວັນໄສຊ້າຍ…
ກີ້
1 ນ. ຫອຍແນວນຶ່ງມີກາບສອງອັນຕິດກັນ ຫນ່ວຍຍາວຮຽກຫອຍກີ້ (ຖ້າໃຫຍ່ ຮຽນຫອຍກວ້າງ) 2 ນ. ຊື່ນົກແນວນຶ່ງ ຕົວຄືນົກແຂກ ແຕ່ນ້ອຍ ແລະ ສົບດຳ ຫາງຍາວ ຂົນສີຂຽວ, 3 ວ. ກ່ອນ, ຄັ້ງກ່ອນ (ແຕ່ກີ້)
ກຶ້ດ
ວ. ໃຫຍ່ ຫລື ພີ, ທ່າທາງແຂງແຮງ.
ກື້ກໆ
ອຸ. ສຽງດັງຢ່າງນຶ່ງ ດັ່ງສຽງສັດໃຫຍ່ ຫລື ຄົນຮ້ອງ ເວລາເຈັບຫລາຍໃກ້ຈະຕາຍ.
ກູດ
1 ນ. ຜັກແນວນຶ່ງ ເຄືອແລະໃບງໍໆ; ວ. ງໍ, ຈັງເຂົ້າ (ຜົມກູດ). 2 ນ. ໄມ້ສຳລັບຂັດທ້າຍເຮືອໃຫຍ່, ຫາງເສືອເຮືອ.
ກົກ
1 ນ. ລຳຂອງຕົ້ນໄມ້, ຕົ້ນເດີມ, ຫົວທີ, ຄັ້ງແຮກ; ກ. ຕຸ້ມໄວ້, ຫຸ້ມຫອມ (ຕຸ້ມປົກກົກຫອມ); 2 ນ. ຊື່ນົກແນວນຶ່ງ ສົບໃຫຍ່ ຂົນປີກສີດຳດ່າງ.
ກົດ
1 ນ. ຊື່ປາແນວນຶ່ງ ບໍ່ມີເກັດ ຕົວກົມແຝກ ບໍ່ມີງ່ຽງ. 2 ນ. ນົກແນວນຶ່ງ ມີສອງປະເພດ: ນົກປູດຕົວໃຫຍ່ ຂົນສີເຫລືອງຊ້ຳ ສຽງຮ້ອງດັງປູດໆ; ກົດຮ່ອຍ ຕົວນ້ອຍ ຂົນລາຍ. 3 ກ. ຂຽນ, ກຳນົດ, ຫມາຍໄວ້,…
ກຽງລົມ
ນ. ພືດແນວນຶ່ງ ເປັນຈຳພວກຫຍ້າ ຕົ້ນຄື ຕົ້ນຫວ້ານ ຕິດຢູ່ກັບຕົ້ນໄມ້ໃຫຍ່ ດອກສີຂາວກິ່ນຫອມ: “ກຽງລົມລຽນ ຍາບຍອຍປະດັບດ້າວ” (ສິນໄຊ)
ກ້ວງ
ນ. ຫອຍແນວນຶ່ງ ຢູ່ທະເລ ຄືຫອຍກີ້ ແຕ່ຫນ່ວຍໃຫຍ່ ກາບຫອຍກ້ວງ ໃຊ້ເປັນເຄື່ອງປະດັບໂຕະ ໄຂ່ຫອຍກ້ວງ ເປັນຫີນ ເອີ້ນວ່າ ໄຂ່ມຸກ ຫລື ມຸກ ມີຣາຄາແພງທໍ່ກັບເພັດ.
ທິສານຸທິດ
ນ. ທິດນ້ອຍທິດໃຫຍ່ (ປ. ທິສານຸທິສ)
ທູຕານຸທູດ
ນ. ທູດຜູ່ນ້ອຍຜູ່ໃຫຍ່, ພວກທູດ (ປ.)
ທໍຣະນີສານ - ທໍລະນີສານ
ນ. ຄວາມຈັງໄຮ, ເຄາະເຂັນຢ່າງໃຫຍ່.
ສລາຕັນ - ສະຫລາຕັນ
ນ. ຮຽກລົມທີ່ພັດຈາກທິດຫໍຣະດີໄປທາງທິດອີສານໃນປາຍລະດູຝົນ, ພາຍຸໃຫຍ່ (ມະລາຢູ)
ສວາມີ - ສະຫວາມີ
ນ. ຜົວ, ນາຍ, ເຈົ້າຂອງ, ຜູ່ເປັນໃຫຍ່ (ສ.)
ສີວ
ນ. ຕຸ່ມນ້ອຍໆທີ່ມີຫົວຄ້າຍຄືຝີ ເກີດຕາມໜ້າຂອງຄົນ. ສີວຊ້າງ ນ. ສີວຕຸ່ມໃຫຍ່.
ສົມເດັດ
ນ. ເປັນຄຳຍໍ້ອງຍໍ ໝາຍຄວາມວ່າ ປະເສີດ ຫຼື ຍິ່ງໃຫຍ່ ໃຊ້ປະກອບໜ້າຄຳທີ່ເປັນ ຖານັນດອນສັກໂດຍກຳເນີດ ຫຼືໂດຍແຕ່ງຕັ້ງ ດັ່ງສົມເດັດພຣະເຈົ້າແຜ່ນດິນ, ສົມເດັດ ພຣະສັງຄະຣາດ, ສົມເດັດຣາຊຄູ ເປັນຕົ້ນ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑