LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ນິ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 42
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (42)
ຜະລານິສົງ-ຜະຫລານິສົງ
ນ. ຄວາມໄຫລອອກແຫ່ງຜົນຄວາມດີ, ບຸນ (ປ. ຜລານິສົງສະ)
ກະນິດຖາ
ນ. ນ້ອງ, ນິ້ວກ້ອຍ (ປ. ກນິຕຖາ; ກະນິດຖະພາຄິນີ ນ. ນ້ອງສາວ; ກະນິດຖະພາຕາ ນ. ນ້ອງຊາຍ (ປ.)
ກັນນິກາ
1 ນ. ຍອດຊໍ່ຟ້າ, ຕຸ້ມຫູ, ຕ້າງ (ປ.). 2 ນ. ຕົ້ນໄມ້ມີດອກແນວນຶ່ງ ກາບດອກສີຂາວ ກ້ານດອກສີເຫລືອງ (ປ. ກັນນິກາ)
ກາກະນິ
ນ. ມາດຕາເງິນອິນເດຍບູຮານ ມີຄ່າທໍ່ກັບກ້ອນຊີ້ນ ພໍກາຄາບໄປໄດ້. (ປ.)
ນິດ - ສະໜິດ
ວ. ແຈບ, ແທບໃກ້, ຮັກແພງ, ເຄີຍ.
ສັມໂມທະນີຍະກະຖາ - ສຳໂມທະນິຍະກະຖາ
ນ. ຄຳເວົ້າເປັນທີ່ຊື່ນໃຈ (ປ.)
ກຳ
1 ນ. ຈຳນວນຂອງເຕັມມືນຶ່ງ ທີ່ງໍນິ້ວມືທັງຫມົດຮັບເອົາໄວ້, ຜັກ ຫລື ຫຍ້າທີ່ມັດເປັນຕູດ, ດິ້ວຕີນກວຽນ ຫລື ຣົດທີ່ຢັນຂອງລໍ້ ກັບດຸມໄວ້; 2 ນ. ໄມ້ປ່ອງ ຫລື ຫລອດຍາວໆສຳລັບສັກລົງໃນໄຫເຫລົ້າແລ້ວດູດກິນນ້ຳເຫລົ້າ…
ຫີນະ
ວ. ຊົ່ວ, ຕ່ຳຊ້າ, ນ້ອຍ, ຫີນະຍານ ນ. ເປັນຄຳທີຝ່າຍມະຫາຍານ ຄື ນິກາຍພຸທສາສນາ ຝ່າຍເຫນືອ ເອີ້ນ ນິກາຍພຸທສາສນາຝ່າຍໃຕ້ ເຊິ່ງຢູ່ ລັງກາ, ໄທ, ພະມ້າ, ລາວ ຂເມນ ວາ ນິກາຍຫີນະຍານ ແປວ່າ ຍານນ້ອຍ
ຫົວໃຈ
ນ. ອະໄວຍະວະສຳລັບດຽກເລືອດໃຫ້ແລ່ນໄປຕາມຮ່າງກາຍ, ສິ່ງທີ່ມີຫນ້າທີ່ຮູ້ຄິດ ແລະ ລະນຶກ, ສ່ວນສຳຄັນ ຫລື ໃຈກາງແຫ່ງສິ່ງຕ່າງໆ, ອັກສອນຫຍໍ້ຂອງຂໍ້ຄວາມຕ່າງໆ ນິຍົມວ່າເປັນຂອງດີ ດັ່ງ ຫົວໃຈເຜດ ວ່າ ທຸ ສະ ນະ ໂສ,…
ກະຖາຣາມ - ກະຖາລາມ
ນ. ສວນນິທານ, ຫນັງສືໂຮມນິທານຕ່າງໆ (ປ. ກຖາຣາມ)
ກ້ອຍ
1 ນ. ອາຫານຢ່າງນຶ່ງ ທຳດ້ວຍຊີ້ນດິບ ຄັ້ນຫມາກສົ້ມ. 2 ນ. ຊື່ນິ້ວມື ແລະນິ້ວຕີນ ທີ່ນ້ອຍ. 3 ວ. ອາການຂອງຜູ່ນ້ອຍ ຫລື ສັດຕົວນ້ອຍ ທີ່ຄ່ອຍລຸກໄປຊ້າໆ. ເກີຍ ນ. ເຊັຍຕ່ຳ, ຊານເຮືອນທາງດ້ານຫນ້າທີ່ມີຫລັງຄາ,…
ທຸກຂາ - ທຸກຂັງ
ນ. ຄວາມທຸກ, ທຸກຂະນິໂຣດ ນ. ຄວາມດັບທຸກ (ປ. ທຸກຂນິໂຣທ), ທຸກຂະເວດ, ທຸກຂະເວທນາ ນ. ການໄດ້ຮັບຄວາມທຸກ, ຄວາມສະເວີຍທຸກ, ຄວາມຮູ້ເມື່ອບໍ່ສຳບາຍ, ທຸກຂະສມຸທັຍ ນ. ເຫດພາໃຫ້ເກີດທຸກ ໄດ້ແກ່ຕັນຫາ (ປ.…
ທຸກະ
ນ. ຫມວດສອງ (ປ.) ທຸກະນິບາດ ນ. ຊື່ຄັມພີໃນພຣະພຸທສາສນາ ກຳນົດດ້ວຍ ທັມມະ ທີ່ແບ່ງເປັນຫມວດລະສອງ (ປ. ທຸກນິປາຕ)
ກະດຽມ
ວ. ອາການທີ່ທຳໃຫ້ຂົນລຸກ, ອາການທີ່ພາໃຫ້ອາຍໃນໃຈ ຫລື ອາການທີ່ທຳໃຫ້ຢາກຫົວ ເພາະຖືກຫນິ່ງ.
ກະຖາພັນ
ນ. ນິທານ, ເລື່ອງທີ່ແຕ່ງຂຶ້ນ (ປ. ກຖາພັນທ)
ກະຖາສຣິຕສາຄອນ - ກະຖາສະລິດຕະສາຄອນ
ນ. ທະເລນິທານ (ສ. ກຖາສຣິຕສາຄຣ)
ກະບາ
ນ. ນົກແນວນຶ່ງ ເປັນນົກຫາກິນເວລາຄ່ຳແລະນອນຢູ່ກັບດິນ. 2 ນ. ຊື່ງູພິດແນວນຶ່ງ ຕົວຂະຫນາດນິ້ວມື ປາກກວ້າງ ຄື ນົກກະບາ (ເອີ້ນ ງູເພົາກະບາ ກໍມີ). 3 ນ. ຊື່ໄມ້ພຸ່ມແນວນຶ່ງ ໃບສີຫມົ່ນ ມັກເກີດຕາມບະ…
ກະສັນ
ກ. ຄະນິງ, ຄຶດ, ຄຶດຢາກໄດ້, ມັກໃນທາງກາມາລົມ.
ກາຍາ - ກາໂຍ
ນ. ຮ່າງກາຍ (ເບິ່ງ ກາຍ ດ້ວຍ) ຊື່ຫນັງສືນິທານເຣື່ອງນຶ່ງ ເອີ້ນວ່າ ຫນັງສືກາດຳ.
ກາລະ
1 ນ. ສີດຳ, ສີຟ້າ, ແກ່ນຕາດຳ, ງູເຫົ່າຫມໍ້ (ສ.). ກາລະກັນນີ ນ. ຄວາມຈັງໄຮ, ເຄາະຮ້າຍ. ກາລະເກດ ນ. ຜູ່ມີຜົມດຳ, ຊື່ນິທານບູຮານເຣື່ອງນຶ່ງ ເອີ້ນວ່າ ຫນັງສືກາລະເກດ. ກາລະເນດ ນ. ຜູ່ມີຕາດຳ (ປ. ກາລເນຕຕາ).…

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑