LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ຊ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 58
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (58)
ກຽງຄຳ
ນ. ຊື່ນາງກິນນະຣີ ຜູ່ເປັນມະເຫສີ ຂອງທ້າວສິນໄ (ໃນນິທານ ສິນໄ)
ຫໍຣະດານ - ຫໍລະດານ
ນ. ແຮ່ຊະນິດນຶ່ງ ປະກອບດ້ວຍທາດສານຫນູ ແລະ ມາດ ມີສີແດງອົມເຫລືອງໃຊ້ຂຽນລາຍ ແລະ ແຕ້ມຮູບເປັນຕົ້ນ ”ຫນ້າມຸ້ຍແຫ້ມ ຄືສິ່ງຫໍຣະດານ” (ສິນໄ)
ກະດານ
ນ. ແຜ່ນແປ້ນ, ແຜ່ນຫີນ, ແຜ່ນແປ້ນ ຫລື ຫີນ ສຳລັບໃຊ້ຂຽນຫນັງສື; ກະດານດຳ ນ. ຫີນ ຫລື ແປ້ນ ເປັນສີດຳ ສຳລັບຂຽນຫນັງສື; ກະດານຫີນ ນ. ແຜ່ນຫີນ, ພະລານຫີນ; ກະດານຫົວ ນ. ດູກຫົວ: “ສອນສະແຫວງມ້າງ…
ກະດິງຫ້າວ
ນ. ກະດິງທີ່ທຳດ້ວຍທອງຫ້າວ: “ຫໍຊໍ່ຟ້າ ກະດິງຫ້າວຫິ່ງແຂວນ” (ສິນໄ)
ກະລິງຄະຣາດ
ນ. ພະຣາຊະອານາຈັກແຫ່ງປະເທດກະລິງ ໃນອິນເດຍບູຮານ (ປ. ກລິງຄຣາ)
ກະອອມ
ນ. ພາຊະນະຮູບຄືຫມໍ້ ແຕ່ປາກອອມບໍ່ມີຄໍ ສຳລັບໃສ່ຂອງມີນ້ຳ (ອອມ ກໍເອີ້ນ) “ສົມໃຫຍ່ຍ້າຍ ກະອອມແກ້ວຫລັ່ງລົງ” (ສິນໄ)
ກະແດບເດົ້າ
ນ. ຊື່ນົກແນວນຶ່ງ ເປັນນົກຫາກິນຕາມແຄມນ້ຳ ຕົວນ້ອຍ ຂົນສີຫມົ່ນ ເວລາຢືນ ທຳອາການເດົ້າງັບໆ. ນົກກະແດບດິນ ກໍວ່າ : “ຈິບກ່າປໍ້ ເປຍຝ້າຍກະແດບດິນ” (ສິນໄ)
ກະໂລ້
1 ນ. ພາຊະນະ ສານດ້ວຍຕອກ ຮູບຄື ເຂິງສ້ອນປາ. 2 ວ. ສວດອອກ, ມີຕາເຫລືອກ (ບາງພ່ອງຟ້ອນເຢ່ງໂຢ້ ຕາກະໂລ້ຫລອກສາວ) (ສິນໄ)
ກັ້ງ
1 ນ. ປາແນວນຶ່ງ ຕົວຄືປາຄໍ່ ແຕ່ຕົວນ້ອຍ ຫົວໃຫຍ່; 2 ກ. ບັງໄວ້, ກັນໄວ້; ກັ້ງຮົ່ມ ກ. ພືຮົ່ມອອກກັນຝົນ ຫລື ແດດ; 3 ນ. ເກີ້ງຕາເວັນທີ່ເປັນວົງອ້ອມຕາເວັນຢູ່, ຣັສມີອ້ອມດວງອາທິດ: “ວັນໄສຊ້າຍ…
ການເຮືອນ
ນ. ວຽກໃນຄອບຄົວ, ກິຈການທີ່ຕ້ອງເຮັດສຳລັບຄອບຄົວ: “ຊາຍໃດມີເມຍແລ້ວ ການເຮືອນຮຽງຮາບ ດີດາຍ ຂຸນໃດອຳນາດກ້າ ເມືອງບ້ານຈິ່ງເຮືອງ” (ສິນໄ)
ກິນນອນ
ນ. ຄົນແນວໃດ (ປ. ກິນນຣ) (ຄຳວ່າ ກິນນອນ ນີ້ ລາວເຮົາໃຊ້ວ່າ ກິນນະຣອນ ຄູ່ກັບ ກິນນະຣີ, ກິນນະຣອນ ແມ່ນຕົວຜູ້, ກິນນະຣີ ແມ່ນຕົວແມ່, ຕາມນິຍາຍ ຫມາຍເອົາສັດແນວນຶ່ງ ຕົວເປັນຄົນ ຫົວເປັນມ້າ ຫລື ຕົວເປັນຄົນ…
ທີ
1. ນ. ຄັ້ງ, ຄາວ, ເທື່ອ, ຊັ້ນ, ຕຳແໜ່ງ. 2. ກ. ຖາມເອົາ (ຢູ່ບໍ່ທີ ໜີຈຶ່ງຖາມ), ແຍກອອກ, ໄລ່ອອກ, ໃຫ້. 3. ນ. ພູເຂົາ, ແຜ່ນດິນ (ສ. ທຣີ) "ດອຍນັ້ນອິນແຕ່ງຕັ້ງດູເຮື້ອງຮຸ່ງເຮືອງ ທຸກປະດາຖ້ວນ…
ຜົ້ງ
ວ. ງາມ, ຂາວ “ນາງກໍຝັນຂີ່ຊ້າງ ຂາວຜົ້ງຜ່ອງໃສ” (ສິນໄ)
ສົມ
1 ກ. ໂຮມກັນເຂົ້າ (ສົມເລກ), ປົນ. ວ. ພໍດີ, ຄວນ, ເໝາະ. 2 ນ. ຜູ່ສະຫງົບ, ນັກບວດ, ພິກຂຸ (ປ. ສມນ) “ພູໄຊທ້າວ ທົງຜນວດເປັນສົມ” (ສິນໄ)
ເກື່ອຍແກ້
ກ. ຊ່ອຍເຫລືອ: “ຖ້າບໍ່ຄຶດເກື່ອຍແກ້ ການໃຫຍ່ມີຂວາງ” (ສິນໄ)
ໂກ່ນ
ນ. ປາແນວນຶ່ງ ເປັນປາມີເກັດ ຕົວຄືປາກັ້ງ ແຕ່ໃຫຍ່ກວ່າປາກັ້ງ: “ຊິວຂາວເພັ້ຍ ກະແຍງຍອນກັ້ງໂກ່ນ” (ສິນໄ)
ໃຫ້
ກ. ມອບ, ເວນ, ສລະ, ອະນຸຍາດ, ເປັນຄຳຊ່ອຍກິຣິຍາ ບອກຄວາມບັງຄັບ ດັ່ງ ໃຫ້ເຮັດ, ໃຫ້ກິນ, ໃຫ້ຢູ່ ເປັນຕົ້ນ, ໃຫ້ການ ກ. ບອກເຣື່ອງທີ່ເປັນມາ ໃຫ້ຫາ ກ. ຮຽກຫາ, ບອກໃຫ້ໄປຫາ ”ພຣະໃຫ້ຫາຫົກໄທ້ ກຸມມານມາຮີບ” (ສິນໄ)…
ກອຍໃຈ
ກ. ຕັ້ງໃຈ, ເອົາໃຈໃສ່: “ກູກໍກອຍໃຈຕັ້ງປອງຕົນເປັນເຫຍື່ອ ມັນແລ້ວ” (ສິນໄ)
ກະດຸມພີດ
(ຄຳດຽວກັບ ກະດຸມພີ): “ເສດຖີພ້ອມ ພາມະນາກະດຸມພີດ” (ສິນໄ) (ປ. ກຸຕຸມພີ + ອິສ)
ກະທັ່ງ
ບ. ເທົ້າເຖິງ, ຮອດ: “ລືກະທັ່ງເທົ້າ ດິນຟ້າຂ່າວຂາມ” (ສິນໄ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑