LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ຊ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 58
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (58)
ກະສິງ
ນ. ນາງຟ້ອນ, ນາງລະຄອນ, ການຟ້ອນລຳ. (ນາງກະສິງປະດັບ ແກວ່ງແຟນເຟືອຍຟ້ອນ) (ສິນໄ)
ກະອອກ
ນ. ນົກແນວນຶ່ງ ເປັນນົກກິນປາ ສົບ ແລະ ເລັບແຫລມຄົມ ຕົວໃຫຍ່ຂະຫນາດແຫລວ (ນົກອໍຫໍ ຫລື ຢ່ຽວຫວອດ ກໍເອີ້ນ): “ອຸມລົວຮຸ້ງ ຕາໄນແກມກະອອກ ຈິບກ່າປໍ້ເປັຍຝ້າຍ ກະແດບດິນ” (ສິນໄ)
ກະແຕແຮ
(ເບິ່ງ ກະແຕແ)
ກະໂບກຫົວ
ນ. ຫົວ, ດູກຫົວ: “ ມີຮ່າງເຮົາເຫງກົ້ມ ກະໂບກຫົວສູໄຕ່ໄປລີ້ ” (ສິນໄ)
ກັງສະດານ
ນ. ຣະຄັງມົນໆ, ຄ້ອງ (ປ. ກັງສດາລ): “ຟັງຍິນ ສັງໂຄຕ້ອງ ກັງສະດານດັງມີ່ ວັດປ່າເຕົ້າສແວງເຂົ້າ ຄູ່ມະຮາມ” (ສິນໄ)
ກັບກ່າຍ
ກ. ເກີດເປັນແນວໃຫມ່: “ກັນກໍກັບກ່າຍປີ້ນ ເປັນໄກ່ແສນຕົວ” (ສິນໄ)
ກາສະທຶງ
ນ. ຕົ້ນໄມ້ແນວນຶ່ງ ດອກນ້ອຍກິ່ນຫອມ: “ກາສະທຶງສ້ຽວ ແສນກໍກາງເຫລົ່າ” (ສິນໄ)
ກີດ
ກ. ຢູ່ໃກ້, ໃກ້ຖັດ, ຂັດຂວາງ, ຂັດເຄືອງ: “ເຈັບທີ່ການໄປ່ແລ້ວ ຍັງກ້ຽວກີດທວງ” (ສິນໄ)
ກີໂສ
ວ. ຈ່ອຍ, ຜອມ (ປ.) “ກີໂສພ້ຽງ ຕອງຕາຍເຫລືອງຫລົ່ນ” (ສິນໄ)
ກຽງລົມ
ນ. ພືດແນວນຶ່ງ ເປັນຈຳພວກຫຍ້າ ຕົ້ນຄື ຕົ້ນຫວ້ານ ຕິດຢູ່ກັບຕົ້ນໄມ້ໃຫຍ່ ດອກສີຂາວກິ່ນຫອມ: “ກຽງລົມລຽນ ຍາບຍອຍປະດັບດ້າວ” (ສິນໄ)
ກ່າງຕອງ
ນ. ບ່າງຕອງ, ບ່າງນ້ອຍ: “ຂີ້ໂກະ ຍາບແຍ້ ຄະນາກ້ຽມກ່າງຕອງ” (ສິນໄ)
ສນຽມ
ນ. ປອກຄໍມ້າ - ກະດິງມ້າ " ມ້າແອບຄຸ້ມ ຄໍສອດ ສນຽມທອງ ນາຍນັກການເຂົາ ແຕ່ງດີດາມ້ຽນ " (ສິນໄ)
ສລອດ - ສະຫລອດ
ວ. ລັບລີ້, ສອດແສ້ວ: “ກຸມພັນປະສົງ ສລອດປຸນໄປຢັ້ງ” (ສິນໄ)
ສລ່າງ - ສະຫລ່າງ
ວ. ງາມ, ຫຼາຍ “ສົມບັດລົ້ນກອງມະນີນັບໂກດ ພິສລ່າງລ້ວນ ລືໄຮ້ຫ່າງແຄນ” (ສິນໄ)
ສົມພາດ
ນ. ການຢູ່ຮ່ວມ, ການເສບປະເວນີ (ປ. ສໍ + ວິ)
ສເລດ - ສະເຫລດ
ນ. ຂີ້ເທີ່ “ລາຍເຫີຍຫັງ ສເລດຟອງຟູມຍ້ອຍ” (ສ. ເສລສມ) (ສິນໄ)
ສແລ່ງ - ສະແຫລ່ງ
ສ. ແຕ່ງແປງ, ສ້າງແປງ, ແຕ່ງຕັ້ງ: “ເຮົາຈັກເອົາພຣະອວນສີ ສແລ່ງປຸນເປັນໄທ້” (ສິນໄ)
ເທ້ງ
ກ. ຕົກລົງຫລາຍ (ອາການຝົນຕົກຫລາຍ ວ່າຝົນເທ້ງລົງ). ວ. ຕີແທງ "ແໜງ ສູ້ທວຍທວງເທ້ງແທງຕົນຕາຍພ່ຳ" (ສິນໄ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑