ຄຳທີ່ໃຊ້ຊອກຫາ: ສິນໄຊ ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 50 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (50) - ກຸສຣາດ - ກຸດສະຫຣາດ
- ນ. ນາມພຣະກະສັດເມືອງເປັງຈານ ພຣະຣາຊບິດາຂອງທ້າວສິນໄຊ ໃນເລື່ອງ ສິນໄຊ (ປ. ກຸສຣາຊ)
- ກຽງຄຳ
- ນ. ຊື່ນາງກິນນະຣີ ຜູ່ເປັນມະເຫສີ ຂອງທ້າວສິນໄຊ (ໃນນິທານ ສິນໄຊ)
- ຜາຍ
- 1 ກ. ການຫວ່ານເຂົ້າປູກລົງໃນນາໂດຍບໍ່ຕ້ອງຫລົກໄປດຳເອີ້ນ ຜາຍເຂົ້າ, ຫວ່ານ “ຜາຍເງິນຄຳ ຫວ່ານທານທຸກດ້ານ” (ສິນໄຊ) 2 ກ. ກູນາ, ຊ່ອຍເຫລືອ, ອີ່ດູ (ໃຊ້ວ່າຜາຍໂຜດ ຫລື ໂຜດຜາຍ) ເດີມ, ໄປໄດ້, ບາຍເອົາ…
- ກອຍໃຈ
- ກ. ຕັ້ງໃຈ, ເອົາໃຈໃສ່: “ກູກໍກອຍໃຈຕັ້ງປອງຕົນເປັນເຫຍື່ອ ມັນແລ້ວ” (ສິນໄຊ)
- ກອນ
- 1 ນ. ເຄື່ອງເທິງຂອງເຮືອນ ທີ່ພາດຢູ່ເທິງຂ້າວ ຮຽງກັນເປັນແຖວ. 2 ນ. ຄຳເວົ້າທີ່ມີສຽງເກາະກ່າຍກັນ; ວ. ຄ່ອງກັນ, ເກາະກ່າຍກັນ. 3 ນ. ໄລຜັກຕູ “ກັນກົງກອນ ຫມູ່ຍິງຍາຕ້ອງ” (ສິນໄຊ). 4 ນ. ມື, ແຂນ, ງວງຊ້າງ. (ປ.…
- ກະດານ
- ນ. ແຜ່ນແປ້ນ, ແຜ່ນຫີນ, ແຜ່ນແປ້ນ ຫລື ຫີນ ສຳລັບໃຊ້ຂຽນຫນັງສື; ກະດານດຳ ນ. ຫີນ ຫລື ແປ້ນ ເປັນສີດຳ ສຳລັບຂຽນຫນັງສື; ກະດານຫີນ ນ. ແຜ່ນຫີນ, ພະລານຫີນ; ກະດານຫົວ ນ. ດູກຫົວ: “ສອນສະແຫວງມ້າງ…
- ກະດິງຫ້າວ
- ນ. ກະດິງທີ່ທຳດ້ວຍທອງຫ້າວ: “ຫໍຊໍ່ຟ້າ ກະດິງຫ້າວຫິ່ງແຂວນ” (ສິນໄຊ)
- ກະດຸມພີດ
- (ຄຳດຽວກັບ ກະດຸມພີ): “ເສດຖີພ້ອມ ພາມະນາກະດຸມພີດ” (ສິນໄຊ) (ປ. ກຸຕຸມພີ + ອິສ)
- ກະທວາຍ
- ນ. ສັດສີ່ຕີນ ຕົວຂະຫນາດຟານ ຂົນອ່ອນແລະແລບ: “ຂາກະທວາຍແຫ້ງ ອັນກະແດ້ງດ້ວຍແດດ ແລະ ແປວໄຟ” (ເວດສັນຕຣະ); ທວຍ ກໍວ່າ: “ຝູງກວາງທວຍ ແລະ ແຮດຊ້າງ” (ເວດສັນຕຣະ) ຊາຍກໍວ່າ: “ກວາງຊາຍຟານ…
- ກະທັ່ງ
- ບ. ເທົ້າເຖິງ, ຮອດ: “ລືກະທັ່ງເທົ້າ ດິນຟ້າຂ່າວຂາມ” (ສິນໄຊ)
- ກະບິນ
- ນ. ແບບແຜນ, ປະເພນີ, ລະບຽບ, ກະບິນເມືອງ. ນ. ປະເພນີ ຂອງປະເທດ, ກົດຫມາຍຂອງປະເທດ, ຮີດຄອງບ້ານເມືອງ: “ຮຸ່ງຄ່ຳອື້ ອາມາດຊຸມສນາມ ໂດຍເດີມກະບິນ ຊົ່ວລາງປະຖົມເຖົ້າ” (ສິນໄຊ)
- ກະສິງ
- ນ. ນາງຟ້ອນ, ນາງລະຄອນ, ການຟ້ອນລຳ. (ນາງກະສິງປະດັບ ແກວ່ງແຟນເຟືອຍຟ້ອນ) (ສິນໄຊ)
- ກະອອກ
- ນ. ນົກແນວນຶ່ງ ເປັນນົກກິນປາ ສົບ ແລະ ເລັບແຫລມຄົມ ຕົວໃຫຍ່ຂະຫນາດແຫລວ (ນົກອໍຫໍ ຫລື ຢ່ຽວຫວອດ ກໍເອີ້ນ): “ອຸມລົວຮຸ້ງ ຕາໄນແກມກະອອກ ຈິບກ່າປໍ້ເປັຍຝ້າຍ ກະແດບດິນ” (ສິນໄຊ)
- ກະອອມ
- ນ. ພາຊະນະຮູບຄືຫມໍ້ ແຕ່ປາກອອມບໍ່ມີຄໍ ສຳລັບໃສ່ຂອງມີນ້ຳ (ອອມ ກໍເອີ້ນ) “ສົມໃຫຍ່ຍ້າຍ ກະອອມແກ້ວຫລັ່ງລົງ” (ສິນໄຊ)
- ກະເບນ
- ນ. ຕ່ຽວຜ້າ: (ຂ.) “ຊຸມນຶ່ງຮູບຊ້າງນ້ອຍ ແຢະຢຽດຢາຍມື ປຸນດັ່ງທັມມະຊາຕັງ ແຕ່ງກະເບນ ຈຳຈ້ອນ” (ສິນໄຊ)
- ກະເລັນ
- 1 ນ. ຊື່ສັດແນວນຶ່ງ ຈຳພວກໄຕ່ໄມ້ ຕົວນ້ອຍຂະຫນາດຫນູຊິງ. 2 ນ. ຊື່ແມງແນວນຶ່ງ ຕົວຄືຈັກຈັ່ນແຕ່ໃຫຍ່ກວ່າ ຮ້ອງສຽງມ່ວນ (ແມງງ້ວງ ກໍວ່າ) 3. ນ. ຊື່ດອກໄມ້ແນວນຶ່ງ ກິ່ນຫອມ: “ກາວກະເລັນກ້ຽງ …
- ກະແດບເດົ້າ
- ນ. ຊື່ນົກແນວນຶ່ງ ເປັນນົກຫາກິນຕາມແຄມນ້ຳ ຕົວນ້ອຍ ຂົນສີຫມົ່ນ ເວລາຢືນ ທຳອາການເດົ້າງັບໆ. ນົກກະແດບດິນ ກໍວ່າ : “ຈິບກ່າປໍ້ ເປຍຝ້າຍກະແດບດິນ” (ສິນໄຊ)
- ກະໂບກຫົວ
- ນ. ຫົວ, ດູກຫົວ: “ ມີຮ່າງເຮົາເຫງກົ້ມ ກະໂບກຫົວສູໄຕ່ໄປລີ້ ” (ສິນໄຊ)
- ກະໂລ້
- 1 ນ. ພາຊະນະ ສານດ້ວຍຕອກ ຮູບຄື ເຂິງສ້ອນປາ. 2 ວ. ສວດອອກ, ມີຕາເຫລືອກ (ບາງພ່ອງຟ້ອນເຢ່ງໂຢ້ ຕາກະໂລ້ຫລອກສາວ) (ສິນໄຊ)
- ກັງສະດານ
- ນ. ຣະຄັງມົນໆ, ຄ້ອງ (ປ. ກັງສດາລ): “ຟັງຍິນ ສັງໂຄຕ້ອງ ກັງສະດານດັງມີ່ ວັດປ່າເຕົ້າສແວງເຂົ້າ ຄູ່ມະຮາມ” (ສິນໄຊ)
|