ຄຳທີ່ໃຊ້ຊອກຫາ: ສິນໄຊ ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 50 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (50) - ສລ່າງ - ສະຫລ່າງ
- ວ. ງາມ, ຫຼາຍ “ສົມບັດລົ້ນກອງມະນີນັບໂກດ ພິສລ່າງລ້ວນ ລືໄຮ້ຫ່າງແຄນ” (ສິນໄຊ)
- ສົມ
- 1 ກ. ໂຮມກັນເຂົ້າ (ສົມເລກ), ປົນ. ວ. ພໍດີ, ຄວນ, ເໝາະ. 2 ນ. ຜູ່ສະຫງົບ, ນັກບວດ, ພິກຂຸ (ປ. ສມນ) “ພູໄຊທ້າວ ທົງຜນວດເປັນສົມ” (ສິນໄຊ)
- ສເລດ - ສະເຫລດ
- ນ. ຂີ້ເທີ່ “ລາຍເຫີຍຫັງ ສເລດຟອງຟູມຍ້ອຍ” (ສ. ເສລສມ) (ສິນໄຊ)
- ສແລ່ງ - ສະແຫລ່ງ
- ສ. ແຕ່ງແປງ, ສ້າງແປງ, ແຕ່ງຕັ້ງ: “ເຮົາຈັກເອົາພຣະອວນສີ ສແລ່ງປຸນເປັນໄທ້” (ສິນໄຊ)
- ຫໍຣະດານ - ຫໍລະດານ
- ນ. ແຮ່ຊະນິດນຶ່ງ ປະກອບດ້ວຍທາດສານຫນູ ແລະ ມາດ ມີສີແດງອົມເຫລືອງໃຊ້ຂຽນລາຍ ແລະ ແຕ້ມຮູບເປັນຕົ້ນ ”ຫນ້າມຸ້ຍແຫ້ມ ຄືສິ່ງຫໍຣະດານ” (ສິນໄຊ)
- ເກ
- 1 ວ. ຊົ່ວ: “ກູນີ້ ມິໃຊ່ສາມານເຊື້ອ ຍິງເກກາງກາດ” (ສິນໄຊ) 2 ນ. ກິີປາ (ເບິ່ງ ກີ)
- ເກື່ອຍແກ້
- ກ. ຊ່ອຍເຫລືອ: “ຖ້າບໍ່ຄຶດເກື່ອຍແກ້ ການໃຫຍ່ມີຂວາງ” (ສິນໄຊ)
- ເທ້ງ
- ກ. ຕົກລົງຫລາຍ (ອາການຝົນຕົກຫລາຍ ວ່າຝົນເທ້ງລົງ). ວ. ຕີແທງ "ແໜງ ສູ້ທວຍທວງເທ້ງແທງຕົນຕາຍພ່ຳ" (ສິນໄຊ)
- ໂກ່ນ
- ນ. ປາແນວນຶ່ງ ເປັນປາມີເກັດ ຕົວຄືປາກັ້ງ ແຕ່ໃຫຍ່ກວ່າປາກັ້ງ: “ຊິວຂາວເພັ້ຍ ກະແຍງຍອນກັ້ງໂກ່ນ” (ສິນໄຊ)
- ໃຫ້
- ກ. ມອບ, ເວນ, ສລະ, ອະນຸຍາດ, ເປັນຄຳຊ່ອຍກິຣິຍາ ບອກຄວາມບັງຄັບ ດັ່ງ ໃຫ້ເຮັດ, ໃຫ້ກິນ, ໃຫ້ຢູ່ ເປັນຕົ້ນ, ໃຫ້ການ ກ. ບອກເຣື່ອງທີ່ເປັນມາ ໃຫ້ຫາ ກ. ຮຽກຫາ, ບອກໃຫ້ໄປຫາ ”ພຣະໃຫ້ຫາຫົກໄທ້ ກຸມມານມາຮີບ” (ສິນໄຊ)…
|