ຄຳທີ່ໃຊ້ຊອກຫາ: ສະ* ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 150 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (150) - ສວັຣຄົດ - ສະຫວັນຣະຄົດ
- ກ. ຕາຍໄປ, ໄປສະຫວັນ (ໃຊ້ສຳລັບພຣະເຈົ້າແຜ່ນດິນ, ສ. ສວຣຄຕ)
- ສເນີ - ສະເໜີ
- ກ. ຍື່ນຕໍ່, ນຳຂຶ້ນອ້າງ, ຍົກຂຶ້ນເວົ້າ, ບອກໃຫ້ຮູ້, ສະແດງໃຫ້ເຫັນ.
- ສເລືອກ - ສະເຫລືອກ
- ກ. ສະເດືອກ, ຮູ້ເມື່ອ, ຕື່ນຕົວ.
- ສເວີຍ - ສະເຫວີຍ
- ກ. ກິນ, ປົກຄອງເມືອງ (ສເວີຍເມືອງ), ໄດ້ຮັບ (ສະເວີຍຜົນ)
- ສໂລກ - ສະໂຫລກ
- ນ. ໂສກ, ລັກສະນະ, ສ່ວນດີຊົ່ວ, ຄຳກອນບົດນຶ່ງ, ຄຳພາສິດປະຈຳໂລກ (ປ. ສີໂລກ; ສ. ໂສລກ)
- ສງັດ - ສະຫງັດ
- ວ. ມິດ, ງຽບ, ບໍ່ມີສຽງດັງ.
- ສງົບ - ສະຫງົບ
- ວ. ມິດ, ເລິກ, ບໍ່ວຸ່ນວາຍ.
- ສງຽມ - ສະຫງຽມ
- ວ. ຄ່ຽມ, ຈຽມຕົວ, ອ່ອນນ້ອມ.
- ສງ່ຽມ - ສະຫງ່ຽມ
- ວ. ຄ່ຽມຄົມ, ຈຽມ, ອ່ອນນ້ອມ.
- ສຍາຍ - ສະຫຍາຍ
- ກ. ຢາຍອອກ, ມືຍ (ສຍາຍຜົມ)
- ສຍາມ - ສະຫຍາມ
- ນ. ຊື່ປະເທດໄທແຕ່ບູຮານ.
- ສຍົບ - ສະຫຍົບ
- ກ. ສລົບ, ລົ້ມທ່າວ, ຕາຍໄປແລ້ວຄືນມາ, ຢ້ານກົວ.
- ສນອງ - ສະໜອງ
- ກ. ຕອບ, ຕອບແທນ, ທຳຄືນຕອບ.
- ສນັດ - ສະໜັດ
- ວ. ຖນັດ, ຖະໜັດ.
- ສນັບ - ສະໜັບ
- ນ. ສອບຮອງມືຂອງຊ່າງຫຍິບເພື່ອປ້ອງກັນກົ້ມເຂັມປັກມື.
- ສນັບແຄ່ງ - ສະໜັບແຄ່ງ
- ນ. ໂບກໜັງ ຫລືຢາງສຳລັບຫຸ້ມແຄ່ງຕໍ່ຂື້ນມາຈາກເກີບ.
- ສນັ່ນ - ສະໜັ່ນ
- ວ. ດັ່ງ, ລັ່ນ, ຫວັ່ນໄຫວ, ລືຊາ.
- ສນາ - ສະໜາ
- ນ. ເຄື່ອງປູນັ່ງທີ່ຍັດນຸ່ນ (ມາຈາກ ອາສນາ)
- ສນິດ - ສະໜິດ
- ວ. ແຈບ, ແທບໃກ້, ຮັກແພງ, ເຄີຍ.
- ສນົງ - ສະໜົງ
- ນ. ເຫລັກແຫລມມີງ່ຽງສຸບໃສ່ດ້າມສຳລັບແທງ ຫລື ຊັດເອົາສັດ.
|