LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ສະ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 150
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (150)
ສນົມ - ສະໜົມ
1 ນ. ສາວໃຊ້ ຫຼື ບໍລິວານຂອງພຣະລາຊາ. 2 ນ. ຫຍ້າທີ່ເກີດຢູ່ໃນໜອງ ເປັນແຜ່ນຕິດກັນ ແລະຟູຢູ່ໜ້ານ້ຳ.
ສນຽດ - ສະໜຽດ
ນ. ຄວາມຈັງໄຮ, ຄວາມບໍ່ດີ, ຄວາມອັບປິ.
ສນ່ອຍ - ສະໜ່ອຍ
ວ. ໜ້ອຍນຶ່ງ.
ສມອນ - ສະໝອນ
ນ. ຜູ່ຕາຍຮ່ວມັນ, ຊູ້ຮັກສຸດໃຈ, ນາງງາມ (ປ. ສມຣ)
ສມັກ - ສະໝັກ
ກ. ເຂົ້າເປັນພັກພວກ, ອາສາ, ຍິນຍອມ, ເຕັມໃຈ, ພ້ອມພຽງ (ປ. ສມັຄຄ)
ສມັຍ - ສະໄໝ
ກ. ເວລາ, ຄາວ, ເທື່ອ, ຄັ້ງ (ປ. ສມຍ)
ສມາດ - ສະໝາດ
ນ. ຄຳຫຍໍ້, ຄຳເວົ້າປະເພດນຶ່ງໃນໄວຍາກອນ ຄື ເອົາຄຳຫຼາຍຄຳຕໍ່ເຂົ້າກັນ ຫຼືຫຍໍ້ເຂົ້າກັນໃຫ້ເປັນຄຳດຽວ (ປ. ສມາສ)
ສມານ - ສະໝານ
ກ. ທຳໃຫ້ຕິດກັນ, ຈອດ, ທຳໃຫ້ຈອດ, ທຳໃຫ້ຕິດຕໍ່ກັນ, ຕໍ່ກັນ.
ສມິງ - ສະໝິງ
ນ. ຊື່ເສືອທີ່ເຊື່ອກັນວ່າ ແຕ່ກ່ອນເປັນຄົນ ມີວິຊາແກ່ກ້າແລ້ວກາຍເປັນເສືອ.
ສມຸ - ສະໝຸ
ນ. ໝູ່, ພວກ, ຊຸມ, ຈຸ້ມ. (ປ. ສມຸຫ); ສມຸບັນຊີ ນ. ຫົວໜ້າການບັນຊີ (ປ.)
ສມຸດ - ສະໝຸດ
1 ນ. ປື້ມຂຽນ, ພັບສຳລັບຂຽນໜັງສື. 2 ນ. ທະເລ (ປ. ສມຸທ)
ສມຽນ - ສະໝຽນ
ນ. ຄົນສຳລັບຂຽນໜັງສື, ຕຳແໜ່ງຂຽນໜັງສື.
ສມໍ - ສະໝໍ
ນ. ຂອງໜັກທີ່ຢ່ອນລົງພື້ນນ້ຳໃຫ້ຕິດກັບດິນ ເພື່ອເອົາໂສ້ ຫຼືເຊືອກຜູກຕິດກັບເຮືອໄວ້ ບໍ່ໃຫ້ເຮືອໄຫຼ; ທຸ່ນ, ທຸ່ນຜູກເຮືອ.
ສລວຍ - ສະຫລວຍ
ວ. ງາມ (ຄຳນີ້ ແປງເປັນ ສວຍລວຍ)
ສລອງ - ສະຫຼອງ
ກ. ຍ້ອງຍໍ, ທຳການຍ້ອງບໍ, ຍ້ອງຍໍອານິສົງຂອງບຸນທີ່ໄດ້ທຳແລ້ວ.
ສລອດ - ສະຫລອດ
ວ. ລັບລີ້, ສອດແສ້ວ: “ກຸມພັນປະສົງ ສລອດປຸນໄປຢັ້ງ” (ສິນໄຊ)
ສລອມ - ສະຫລອມ
ນ. ເຮືອກະແຊງ (ທ.)
ສລັກ - ສະຫລັກ
ນ. ໄລທີ່ໃສ່ລັດທາງຂວາງ ໃຫ້ຊອດອອກທາງນຶ່ງອີກ.
ສລັກຫຼັງ - ສະຫຼັກຫຼັງ
ກ. ການຂຽນໜັງສືບອກຊື່ ແລະບ່ອນຢູ່ຂອງຜູ່ຮັບຈົດໝາຍໄວ້ເທິງຫຼັງຈົດໝາຍ (ຈ່າໜ້າຊອງ ກໍວ່າ)
ສລັດໄດ - ສະຫລັດໄດ
ນ. ຊື່ຕົ້ນຈັນໄດ (ນົກກາເວົາຈັບໄມ້ ສລັດໄດງອຍງ່າ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑