LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ສະ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 150
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (150)
ສລໍ - ສະຫລໍ
ວ. ເຫຼືອ, ເສດ, ປີດປາຍ.
ສວອຍ - ສະຫວອຍ
ກ. ສລົບ, ຕາຍໄປແລ້ວກັບຄືນມາ.
ສວະ - ສະຫວະ
ອຸ. ສຽງດັງຢ່າງນຶ່ງ.
ສວັ່ນ - ສະຫວັ່ນ
ນ. ຊື່ເຫຼັກເຄື່ອງເຈາະໄມ້ດ້ວຍການຜຸນລົງ ເອີ້ນວ່າ ເຫຼັກສວັ່ນ.
ສວາງ - ສະຫວາງ
1 ວ. ແຈ້ງ, ສວ່າງ, ເບີຍ. 2 ນ. ຕຳລາເລກຊັ້ນສູງແບບບູຮານ ຮຽກວ່າ ສວາງຫໍຣະຄຸນ ໄດ້ແກ່ ຕຳລາສຸຣິຍາດ.
ສວາຍ - ສະຫວາຍ
ນ. ເວລາກາງເວັນ, ຍາມກາງເວັນ, ເວລາຕາເວັນຂຶ້ນສູງແລ້ວ (ຄຳນີ້ ໄທໃຊ້ວ່າ ສາຍ, ສຳນຽງລາວຝ່າຍໃຕ້ ໃຊ້ວ່າ ສວຍ, ແຕ່ເດີມເປັນ ສວາຍ). ການນັບຍາມເວລາກາງເວັນ ແຕ່ບູຮານມີ 8 ຍາມ ດັ່ງນີ້:1/ ຕູດເຊົ້າ:…
ສວາດ - ສະຫວາດ
ວ. ງາມ, ເປີດເຜີຍ, ເບີຍເບີກດີ.
ສວາມິພັກ - ສະຫວາມິພັກ
ກ. ຍອມຢູ່ໃຕ້ອຳນາດ, ການຊື່ສັດຕໍ່ນາຍ.
ສວາມີ - ສະຫວາມີ
ນ. ຜົວ, ນາຍ, ເຈົ້າຂອງ, ຜູ່ເປັນໃຫຍ່ (ສ.)
ສວາຫະ - ສະຫວາຫະ
ນ. ຄຳກ່າວ ເມື່ອຈົບການເສກເປົ່າ ແປວ່າ ເວົ້າດີແລ້ວ (ສ. ສຸວາຫະ)
ສວີ - ສະຫວີ
ນ. ຜິວພັນ, ສີເນື້ອໜັງ (ປ. ສວິ)
ສວົງ - ສະຫວົງ
ວ. ປ່ວງ, ເສຍຈຣິດ, ເກືອບເປັນບ້າ.
ສວ່າງ - ສະຫວ່າງ
ວ. ແຈ້ງ, ຮຸ່ງ, ເບີຍ.
ສວ່າຍ - ສະຫວ່າຍ
(ເບິ່ງ ສ່ວຍ)
ສເນ - ສະເໜ
ນ. ຄວາມຮັກ, ຢາ ຫຼືມົນ ທີ່ເຮັດໃຫ້ເກີດຄວາມຮັກ (ປ. ສິເນຫ)
ສເມນ - ສະເໝນ
ນ. ຊື່ພູໃຫຍ່ໃນຄັມພີໂລກສັນຖານ ຖືວ່າເປັນບ່ອນຕັ້ງເມືອງສວັນຊັ້ນດາວະດິງສາ (ປ. ສິເນຣຸ ສ. ສຸເມຣຸ)
ສເມີພາກ - ສະເໝີພາກ
ວ. ມີຄວາມທໍ່ທຽມກັນ, ຄວາມເປັນຜູ່ມີສ່ວນທໍ່ກັນ (ປ. ສມພາວ)
ສເລດ - ສະເຫລດ
ນ. ຂີ້ເທີ່ “ລາຍເຫີຍຫັງ ສເລດຟອງຟູມຍ້ອຍ” (ສ. ເສລສມ) (ສິນໄຊ)
ສເລີຍ - ສະເຫລີຍ
ກ. ແກ້, ແກ້ບັນຫາ.
ສເລີມ - ສະເຫລີມ
ກ. ສລອງ, ຍ້ອງຍໍ (ເບິ່ງ ສລອງ ດ້ວຍ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑