LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ສະ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 150
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (150)
ສເລົາ - ສະເຫລົາ
ວ. ງາມ.
ສເວດ - ສະເຫວດ
ວ. ສີຂາວ (ສ. ເສວຕ)
ສເວຕສັດ - ສະເຫວດຕະສັດ
ນ. ເສຕສັດ, ຮົ່ມຂ່າວ, ໃຊ້ເປັນເຄື່ອງໝາຍແຫ່ງຄວາມເປັນພຣະເຈົ້າແຜ່ນດິນ ຮຽກວ່າ ພຣະເຈົ້າຮົ່ມຂາວ ຫຼື ພຣະຈົ້າລ້ານຊ້າງຮົ່ມຂາວ.
ສແນງ - ສະແໜງ
ກ. ທຳບໍ່ສົມຫວັງ, ເຫດທີ່ພາໃຫ້ບໍ່ໄດ້ຕາມປະສົງ.
ສແລກ - ສະແຫລກ
ນ. ຊ້າແຫລກ (ເບິ່ງ ຊ້າແຫລກ)
ສແລງ - ສະແຫລງ
ວ. ຜິດ, ບໍ່ເໝາະກັບພະຍາດ (ຂອງກິນທີ່ຜິດພະຍາດ)
ສແລ່ງ - ສະແຫລ່ງ
ສ. ແຕ່ງແປງ, ສ້າງແປງ, ແຕ່ງຕັ້ງ: “ເຮົາຈັກເອົາພຣະອວນສີ ສແລ່ງປຸນເປັນໄທ້” (ສິນໄຊ)
ສແວງ, ສະແຫວງ
ກ. ຊອກ, ປະສົງ.
ແຜ່ນ
ນ. ລັກສະນະນາມຮຽກຂອງທີ່ມີລັກສະນະບາງໆດັ່ງ ແປ້ນ ເປັນຕົ້ນ, ຜືນ, ຫນ້າດິນ, ພື້ນດິນ ທົ່ວໄປ, ສະ.
ກະກາ
ນ. ເປັນຄຳຮຽກ ລະບຽບການປະສົມອັກສອນ ອັນເປັນບົດຮຽນຂັ້ນຕົ້ນຕາມແບບບູຮານ ຄື ການປະສົມອັກສອນ ທີ່ມີແຕ່ພະຍັນຊະນະ ກັບ ສະຫລະປະສົມ ຍັງບໍ່ທັນມີຕົວສະກົດ ຮຽກວ່າແມ່ ກະກາ ຫລື ກໍກາ.
ກາຊາດ
(ມາຈາກ ກາກະບາດຊາດ) ນ. ເຄື່ອງຫມາຍຮູບຕີນກາສີແດງ, ເປັນເຄື່ອງຫມາຍສະເພາະການກຸສົນ ມີທຸກປະເທດ ເອີ້ນວ່າ ສະພາກາຊາດ ເປັນບ່ອນທີ່ປິ່ນປົວຄົນເຈັບ; ເຄື່ອງຫມາຍໂຮງພະຍາບານ.
ກາສິ
ນ. ຕາເວັນ, ສະຖານທີ່ຮຸ່ງເຮືອງ, ຜ້າໄຫມ, ຊື່ເມືອງນຶ່ງໃນປະເທດອິນເດຍສະໄຫມບູຮານ (ປ.)
ຜ່ອງ
1 ວ. ງາມ, ສະອາດ, ບໍລິສຸດ, ຂາວ ຜ່ອງໃສ ວ. ບໍລິສຸດສະອາດ, ງາມ. 2 ກ. ເປັນຄຳຮ້ອງຂຶ້ນເມື່ອເປັນໄພ້ຫງາຍຂຶ້ນຖືກຕ້ອງກັບໃບທີ່ຖືຢູ່ໃນມື.
ຫົວໃຈ
ນ. ອະໄວຍະວະສຳລັບດຽກເລືອດໃຫ້ແລ່ນໄປຕາມຮ່າງກາຍ, ສິ່ງທີ່ມີຫນ້າທີ່ຮູ້ຄິດ ແລະ ລະນຶກ, ສ່ວນສຳຄັນ ຫລື ໃຈກາງແຫ່ງສິ່ງຕ່າງໆ, ອັກສອນຫຍໍ້ຂອງຂໍ້ຄວາມຕ່າງໆ ນິຍົມວ່າເປັນຂອງດີ ດັ່ງ ຫົວໃຈເຜດ ວ່າ ທຸ ສະ ນະ ໂສ,…
ກະຈະ
ວ. ຂາວງາມ, ແຈ້ງ, ສະອາດ, ເສາະໃສ.
ກະດຶກກະດຶນ
ກ. ສະແດງກິລິຍາເຫນັງຕີງໄວໆ ໃຫ້ປາກົດ ດ້ວຍຄວາມຕັ້ງໃຈ.
ກະດຸ້ງ
(ເບິ່ງ ສະດຸ້ງ)
ກະທົບກະເທືອນ
ກ. ສະເທືອນດ ທຳໃຫ້ຮ້ອນເຖິງ. ກ. ທຳໃຫ້ຫວັ່ນໄຫວ.
ກະນວນ
(ເບິ່ງ ສະນວນ)
ກະມະລາກອນ
ນ. ສະບົວ (ປ. ກມລາກຣ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑