LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ສະ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 150
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (150)
ກະຣົກ - ກາລົກ
ນ. ຜູ່ທຳ, ຜູ່ເຮັດ, ຊື່ຄຳໃນໄວຍາກອນສ່ວນນຶ່ງ ເຊິ່ງກ່າວດ້ວຍຄຳເວົ້າທີ່ເຂົ້າກັບ ກິຣິຍາ ມີ 6 ຢ່າງຄື: ກັດຕຸກາຣົກ: ຜູ່ທຳເອງ, ກັມມະກາຣົກ: ຜູ່ຖືກທຳ, ກາຣະນະກາຣົກ: ເຄື່ອງທຳ, ສັມປະທານະກາຣົກ: ຜູ່ຮັບທຳ,…
ກະເດັນ
(ເບິ່ງ ສະເດັນ)
ກະເທືອນ
(ເບິ່ງ ສະເທືອນ)
ກາດ
1 ນ. ຜັກແນວນຶ່ງ ໃຊ້ຫົວແລະໃບເປັນອາຫານ. 2 ກ. ປູລຽນກັນໄປ (ກາດແປ້ນ), ລັກເບິ່ງ, ສະກັດເບິ່ງ (ກາດເບິ່ງຮອຍ). 3 ວ. ກ້າ, ເກັ່ງ. 4 ນ. ຕລາດ: “ກູນີ້ ມິໃຊ່ສາມານເຊື້ອ ຍິງເກກາງກາດ” (ສິນໄຊ)
ການເມືອງ
ນ. ວຽກທີ່ກ່ຽວກັບປະເທດຊາດ ມີຄື 1 ວຽກທີ່ກ່ຽວກັບຣັດຖະ ຫລື ແຜ່ນດິນ ດັ່ງວິຊາການເມືອງ ແມ່ນວິຊາທີ່ກ່ຽວກັບຣັດຖະ, ການຈັດສ່ວນແຫ່ງຣັດຖະອອກເປັນແຂວງ ແລະ ການດຳເນີນແຫ່ງຣັດຖະ. 2 ການບໍຣິຫານປະເທດ ເປັນຕົ້ນ…
ກຳເດົາ
ນ. ຄວາມຮ້ອນ, ຄວາມຮ້ອນໃນໃຈ, ຄວາມຄຶດຮອດເຫລືອທີ່ສຸດ, ຄວາມຮັກອັນຮ້ອນແຮງ (ຂ. ສະເດົາ)
ກຸລະ
ນ. ສະກຸນ (ປ.)
ກຸສົນ
ນ. ສິ່ງທີ່ດີ, ບຸນ. ວ. ຖືກຕ້ອງ, ສະອາດ, ງາມ (ປ. ກຸສລ)
ກົດທັມມະດາ - ກົດທຳມະດາ
ນ. ສະພາບທີ່ເປັນມາຕາມທັມມະດາ.
ກ້ຽງ
1 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຫນ່ວຍມົນ ນວນເປັນງີມ ແລະມີບົວນ້ອຍໆ. 2 ວ. ມື່ນ, ບໍ່ຊາ, ຫມົດ, ບໍ່ເຫລືອ, ແປນ, ສະອາດ.
ທິວະ
ນ. ສະຫວັນ, ວັນ, ຊັ້ນຟ້າ, ທິວາການ ນ. ເວລາກາງເວັນ (ປ. ທິວາກາລ)
ທີຣະ - ທີນະ
ນ. ນັກປາດ, ສະຫລາດ, ມີປັນຍາ (ປ.)
ວິຣັດ-ວິລັດ
1 ກ. ເວັ້ນ, ງົດ, ເລີກ (ປ. ວິຣະຕິ) 2 ວ. ປາສຈາກຝຸ່ນ, ບໍ່ມີໝອງ, ສະອາດ (ປ. ວິຣະຊະ) 3 ນ. ຕ່າງປະເທດ (ປ. ວິຣັຊຊະ ໃຊ້ວ່າໄພຣັດປະເທດ) 4 ວ. ບໍ່ຍິນດີ, ປາສຈາກຄວາມຍິນດີ (ປ. ວິຣັຕຕິ)
ສຽວສວາດ
ນ. ຊື່ໜັງສື ແລະຄົນໃນນິທານສຽວສວາດ ເອີ້ນວ່າ ໜັງສືສຽວສວາດ ແລະທ້າວສຽວສວາດ; ວ. ສະຫຼາດ, ຫຼັກແຫຼມ.
ສ່ຽວ
ນ. ສະຫາຍ, ເພື່ອນຜູ່ຮັກແພງ.
ສ້າມ
ກ. ສ້ອມແຊມ, ເອົາກ້າໄປດຳຕາມບ່ອນເຂົ້າຫ່າງກັນ, ຮ້ອງ ຫຼື ຕີໃຫ້ເປັນຈັງຫວະ, ນ. ລະຍະ, ບ່ອນເປັນລະຍະ (ເປັດປ່ອງສ້າມ ສະເໝີຕິ່ງຄຳ).
ເກິ່ງ
ວ. ເຄິ່ງ, ສະເຫມີກັນ, ທໍ່ກັນ.
ເກີ
ນ. ສ່ຽວ, ສະຫາຍ (ໄທ ເກຼີ)
ເທດ
1. ນ. ບ້ານເມືອງ, ປະເທດ, ທ້ອງທີ່, ທີ່: ວ. ຕ່າງປະເທດ (ປ.ເທສ) 2. ກ. ສະແດງທັມ, ສັ່ງສອນ (ປ. ເທສນ)
ເທວາລັຍ - ເທວາໄລ
ນ. ບ່ອນຢູ່ເທວະດາ, ສະຫວັນ (ສ.)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑