LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ແລະ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 80
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (80)
ກະທວາຍ
ນ. ສັດສີ່ຕີນ ຕົວຂະຫນາດຟານ ຂົນອ່ອນແລະແລບ: “ຂາກະທວາຍແຫ້ງ ອັນກະແດ້ງດ້ວຍແດດ ແລະ ແປວໄຟ” (ເວດສັນຕຣະ); ທວຍ ກໍວ່າ: “ຝູງກວາງທວຍ ແລະ ແຮດຊ້າງ” (ເວດສັນຕຣະ) ຊາຍກໍວ່າ: “ກວາງຊາຍຟານ ລະມັ່ງຫມູເຫມືອຍເຫມັ້ນ”…
ກະຈອນ
ນ. ເຄື່ອງປະດັບຫູຢ່າງນຶ່ງ ຂາຍາວແລະງໍ ເຮັດດ້ວຍເງິນຫລືຄຳ; ຊື່ດອກໄມ້ແນວນຶ່ງ ດອກ ແລະ ກ້ານຄື ກະຈອນໃສ່ຫູ.
ກະຕ່າຍ
1 ນ. ສັດສີ່ຕີນແນວນຶ່ງ ຫູຍາວ ເປັນສັດກິນຫຍ້າ ມີ 2 ປະເພດຄື: ກະຕ່າຍປ່າ ແລະ ກະຕ່າຍບ້ານ; ກະຕ່າຍຫມໍ້ ນ. ກະຕ່າຍແນວມີຂົນສີມຸມ ແລະຕົວໃຫຍ່. 2 ນ. ເຄື່ອງສຳລັບຂູດຫມາກພ້າວ.
ກະແທວ
ນ. ໄມ້ພຸ່ມແນວນຶ່ງ ຕາມງ່າແລະຕົ້ນ ມີຫນາມງໍ ແລະ ຄົມ.
ກະໂດນ
ນ. ໄມ້ຈຳພວກນຶ່ງ ໃບ ແລະ ເປືອກມີລົດຝາດ ໃບອ່ອນໃຊ້ເປັນອາຫານໄດ້ ມີ 3 ແນວຄື: 1. ກະໂດນໂຄກ ເປັນຕົ້ນໄມ້ໃຫຍ່ 2. ກະໂດນນ້ຳ ເປັນຕົ້ນໄມ້ຂະຫນາດນ້ອຍ ແລະມັກເກີດຕາມທາມ 3. ກະໂດນເບ້ຍ ເປັນໄມ້ພຸ່ມ…
ກາກະເລົາ
ນ. ຕົ້ນໄມ້ແນວນຶ່ງ ດອກສີມຸ່ຍ ແລະ ເປັນດອກໃນລະດູຝົນ, ຕົ້ນແລະໃບ ຄືຕົ້ນເປືອຍ.
ກິນນອນ
ນ. ຄົນແນວໃດ (ປ. ກິນນຣ) (ຄຳວ່າ ກິນນອນ ນີ້ ລາວເຮົາໃຊ້ວ່າ ກິນນະຣອນ ຄູ່ກັບ ກິນນະຣີ, ກິນນະຣອນ ແມ່ນຕົວຜູ້, ກິນນະຣີ ແມ່ນຕົວແມ່, ຕາມນິຍາຍ ຫມາຍເອົາສັດແນວນຶ່ງ ຕົວເປັນຄົນ ຫົວເປັນມ້າ ຫລື ຕົວເປັນຄົນ…
ທວຍ
1. ນ. ສັດສີ່ຕີນແນວນຶ່ງ ເປັນສັດຄ້ຽວເອື້ອງ, ຕົວຂະຫນາດຟານ ຊາຍ ກໍວ່າ: "ທວຍທອງເທົ້າຄນາຫລວງຫລຽວຕໍ່, ຝູງກວາງທວຍ ແລະ ແຮດຊ້າງ" 2. ກ. ບາຍ, ຈັບເອົາ "ທວຍຜາລາສເວີຍ ຜໍ່ດູດອຍກວ້າງ"…
ທ້ອງແລ້ງ
ນ. ຊື່ພະຍາດເຈັບທ້ອງແນວນຶ່ງ ມີອາການເຈັບສຽບ ແລະ ຮາກລົມອອກ ແຕ່ບໍ່ຂີ້; ນ. ຊື່ຕົ້ນໄມ້ແນວນຶ່ງ ຕົ້ນນອ້ຍຫນ່ວຍມົນ ແລະ ເປັນພົ້ວ.
ວິທຍາ - ວິດທະຍາ
ນ. ຄວາມຮູ້ (ສ.) ວິທຍາກອນ ນ. ຜູ່ຮູ້ (ສ. ວິທຍາກຣ) ວິທຍາຄົມ ນ. ບ່ອນໃຫ້ຄວາມຮູ້, ໂຮງຮຽນ ( ສ. ວິທຍາຄາຣ) ວິທຍາຄົມ ນ. ມົນ, ຄາຖາ (ສ. ວິທຍາ ຄມ) ວິທຍາທານ ນ. ການໃຫ້ຄວາມຮູ້ (ສ.) ວິທຍາທອນ ນ.…
ວິທຍາ - ວິດທະຍາ:
ນ. ຄວາມຮູ້ (ສ.) ວິທຍາກອນ ນ. ຜູ່ຮູ້ (ສ. ວິທຍາກຣ) ວິທຍາຄົມ ນ. ບ່ອນໃຫ້ຄວາມຮູ້, ໂຮງຮຽນ ( ສ. ວິທຍາຄາຣ) ວິທຍາຄົມ ນ. ມົນ, ຄາຖາ (ສ. ວິທຍາ ຄມ) ວິທຍາທານ ນ. ການໃຫ້ຄວາມຮູ້ (ສ.) ວິທຍາທອນ ນ.…
ຫໍຣະດານ - ຫໍລະດານ
ນ. ແຮ່ຊະນິດນຶ່ງ ປະກອບດ້ວຍທາດສານຫນູ ແລະ ມາດ ມີສີແດງອົມເຫລືອງໃຊ້ຂຽນລາຍ ແລະ ແຕ້ມຮູບເປັນຕົ້ນ ”ຫນ້າມຸ້ຍແຫ້ມ ຄືສິ່ງຫໍຣະດານ” (ສິນໄຊ)
ເຫັ້ຍ
ນ. ສັດແນວນຶ່ງມີສີ່ຕີນ ໂຕຄືແລນ ຫລື ແຂ້ ແຕ່ໃຫຍ່ກວ່າແລນ ແລະ ນ້ອຍກວ່າແຂ້, ຢູ່ນ້ຳ ແລະ ບົກກໍໄດ້
ໄທ
1. ນ. ຄົນ, ພວກ, ຊາວ. "ຟ້າຮ່ຳຮ້ອງ ຣະດູດ່ວນ ເດືອນສາມ ທຸກໄທຊົມຮຽນກຂວັນ ເມືອຫ້ອງ" 2. ນ. ຊື່ປະເທດ ແລະ ຄົນຊາດນຶ່ງ ຢູ່ຕໍ່ປະເທດລາວທາງຟາກນ້ຳຂອງເບື້ອງຂວາ: ຄວາມມີອິສຣະໃນຕົວ…
ກະດາດ
ນ. ເຈ້ຍ; ກະດາດແກ້ວ ນ. ເຈ້ຍທີ່ເປັນແຜ່ນບາງໆ ແລະ ໃສ; ກະດາດຊາຍ ນ. ເຈ້ຍ ສຳລັບຂັດຂອງໃຫ້ກ້ຽງ ທາງພື້ນມີຫີນ ຫລື ເມັດຊາຍຕິດຢູ່.
ກະດົ້ງ
ນ. ພາຊະນຳ ສານດ້ວຍໄມ້ໄຜ່ ຮູບມົນ ແລະ ແບນ ສຳລັບໃສ່ຂອງຕ່າງໆ (ດົ້ງ ກໍວ່າ)
ກະດໍ
1 ນ. ອະໄວຍະວະເພດຂອງຄົນຊາຍ ແລະ ສັດຕົວຜູ້. 2 ນ. ເດືອຍທີ່ຕັ້ງຊັນຂຶ້ນ ສຳລັບມີແນວສຸບໃສ່.
ກະຕັງກະຕິ້ວ
ນ. ຊື່ຕົ້ນໄມ້ແນວນຶ່ງ ມີຢາງ ແລະ ຢາງໃຊ້ເປັນປະໂຫຍດໄດ້ຫລາຍຢ່າງ.
ກະທິ
ນ. ນ້ຳທີ່ຄັ້ນອອກຈາກນວນຫມາກພ້າວ, ນ້ຳມັນຫມາກພ້າວ, ຫມາກພ້າວແກ່ທີ່ມີນວນ ແລະ ນ້ຳແຂ້ນເຂົ້າເປັນມັນ.
ກະທື
ນ. ຜັກແນວນຶ່ງ ຈຳພວກຫວ້ານ ໃຊ້ຫົວ ແລະ ດອກເປັນອາຫານ (ອືທື ກໍວ່າ): “ສັບຫນໍ່ຂ່າ ຖືກຫມໍ່ອືທື ເຫລືອແຕ່ຄື ມັນຫາກບໍ່ແມ່ນ” (ຄຳກອນບູຮານ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑