LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 102
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (102)
ວິສວະກັມ - ວິສະວະກຳ:
ນ. ຊື່ເທວະບຸດພວກນຶ່ງເປັນຜູ່ເກັ່ງໃນການຊ່າງທຸກຢ່າງ, ວິຊາທາງວິທະຍາສາດ (.ປ. ວິສຸກັມມ)
ສວາຫະ - ສະຫວາຫະ
ນ. ຄຳກ່າວ ເມື່ອຈົບການເສກເປົ່າ ແປວ່າ ເວົ້າດີແລ້ວ (. ສຸວາຫະ)
ສິນລະປາກອນ - ສິລປາກອນ
ນ. ບ່ອນເກີດແຫ່ງສິລປະ (. ສິລປ + ອາກຣ)
ສເວດ - ສະເຫວດ
ວ. ສີຂາວ (. ເສວຕ)
ເກສນາ - ເກດສະຫນາ
ນ. ແກ່ນໄມ້ຫອມແນວນຶ່ງ ສີດຳໆ (. ກຣິສນາ)
ໂທຣະສັບ - ໂທລະສັບ
ນ. ສຽງໄກ, ເຄື່ອງທີ່ເວົ້າກັນດ້ວຍກຳລັງໄຟຟ້າ ເພື່ອໃຫ້ໄດ້ຍິນໄກ (. ໂທຣສັພທ)
ກະສັຍໂຣກ - ກະໄສຍະໂລກ
ນ. ຝີໃນທ້ອງ (. ກະສັຍໂຣຄ)
ສັລຍະກັມ - ສັນລະຍະກຳ
ນ. ວິຊາໝໍຜະແນກປາດ (. ສັລຍກັມມ)
ສິລປະວິທຍາ - ສິນລະປະວິດທະຍາ
ນ. ຄວາມຮູ້ໃນການຊ່າງ, ສິລປະ ແລະຄວາມຮູ້ (.)
ສິລປິນ - ສິນລະປິນ
ນ. ຜູ່ມີສິລປະ (.)
ສວາມີ - ສະຫວາມີ
ນ. ຜົວ, ນາຍ, ເຈົ້າຂອງ, ຜູ່ເປັນໃຫຍ່ (.)
ກະສຽນ
1 ກ. ຂຽນ, ຂຽນຄຳແປດ້ວຍຕົວຫນັງສືນ້ອຍໆໄວ້ໃຕ້ສັບເດີມ. 2 ວ. ສ້ຽງໄປ, ຫມົດໄປ (. ກສິນ) ກະສຽນອາຍຸ ນ. ຜູ່ມີອາຍຸເຖິງເຂດແລ້ວ (. ກສິນາຍຸສ) (ຄຳນີ້ ບູຮານຫມາຍເອົາຜູ່ມີອາຍຸພົ້ນກຳນົດເກນ ຄື…
ເວທາງ - ເວທາງຄະສາດ:
ນ. ວິຊາປະກອບການ ສຶກສາພຣະເວດ ມີ 6 ຢ່າງຄື: 1). ສຶກສາວິຊາທີ່ອອກສຽງຄໍາໃນພຣະເວດໃຫ້ຖຶກຕ້ອງ. 2). ໄວຍາກອນ. 3). ສັນທະ. 4). ໂຊຍະຕິສະ ຄື ດາຣາສາດ. 5). ນິຣຸກຕິ ກຳເນີດຂອງຄຳ. 6). ກັລປະ ວິທີຈັດທຳພິທີ…
ທັກສາ
ນ. ຊື່ອັຖເຄາະ ຄື ດາວ 8 ໜ່ວຍ ໄດ້ແກ່ ທິດ ຈັນ ອັງຄານ ພຸດ ພະຫັດ ສຸກ ເສົາ ຣາຫູ ທີ່ຈັດເຂົ້າ ຣະບຽບເປັນບໍຣິວານ: ອາຍຸ, ເດດ, ສີ, ມູລະ, ອຸສາຫະ, ມຸນຕີ, ກາລິນີ ໂດຍວຽນຂວາ ໄປຕາມທິດທັງ 8 ຄື ບົວຣະພາ,…
ກະເສີມ
ນ. ຄວາມສຳລານ, ຄວາມສະຫນຸກສຸກສະບາຍ, ຄວາມຈະເລີນ (. ກເສມ; ປ. ເຂມ)
ກະສາຍ
1 ນ. ການຕິດຕໍ່, ການເປັນສື່, ຢາຕົ້ມ, ຢາປະສົມນ້ຳກິນ, ລົດຝາດ. 2 ວ. ຫອມ, ແດງອ່ອນ, ເຫລືອງເຂັ້ມ (. ກສາຍ)
ກະສາບ
ນ. ນ້ຳຫນັກເງິນຕາທໍ່ກັບ 4 ບາດ (. ກສາປນ): “ຮ້ອຍກະສາບໄດ້ ຍໍໃຫ້ແກ່ພາມ” (ເວດສັນຕຣະ)
ເກົາສັນ
ນ. ຄວາມສະບາຍ, ຄວາມສະຫລາດ (. ເກົາສັນຍ)
ໂທສາ
1. ໂທດ, ຄວາມຜິດ, ຄວາມຮ້າຍ, ບາບ, ຄວາມຊົ່ວ, ຜົນແຫ່ງຄວາມຜິດທີ່ຕ້ອງ ຮັບ (ປ.) ນ. ເວລາ ມືດ () ໂທສາກອນ ນ. ພຣະຈັນ (. ໂທສາກຣ)
ໄກສອນ
1 ນ. ລະອອງຂອງດອກໄມ້ (ປ. ເກສຣ) 2 ນ. ຣາຊສີ (. ເກສຣ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑