LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 392
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (392)
ກະລີ
1 ນ. ຄຳນີ້ໃຊ້ວ່າ ກາລີ (. ກລີ). ກາລີ ເປັນຊື່ ຄະແນນອ່ຽວ ໃນຫມາກສະກາ ອັນເປັນຄະແນນເສຍ ຈຶ່ງເອີ້ນວ່າ ຄະແນນຜີ ຄືເປັນມານລ້າງຜານໃຫ້ຈິບຫາຍ ໃນການຫລິ້ນຫມາກສະກາ ຜູ່ໃດເສຍບໍ່ເຊົາ ຈຶ່ງເອີ້ນວ່າ…
ກະວີ
ນ. ຜູ່ຄຶດ, ຜູ່ແຕ່ງຫນັງສື, ຫມໍລຳ, ນັກແຕ່ງກາບກອນ, ນັກປາດ (. ກວີ): ໃນທາງສາສະຫນາແບ່ງກະວີ ເປັນ 4 ຈຳພວກຄື: 1. ຈິນຕະກະວີ ຜູ່ແຕ່ງດ້ວຍຄວາມຄຶດ; 2. ສຸຕກະວີ ຜູ່ແຕ່ງຕາມໄດ້ຍິນມາ; 3. ອັຕຖະກະວີ…
ກະສິນ
ນ. ຊື່ກຳມະຖານຫມວດນຶ່ງ ທີ່ທຳການແອບເຝິກດ້ວຍການເລັງແລ ເພື່ອທຳຈິດໃຈໃຫ້ຕັ້ງຫມັ້ນ ມີ 10 ປະການ ມີ ອາໂປກະສິນ ການເລັງແລເບິ່ງນ້ຳ ເປັນຕົ້ນ (. ກສິນ)
ກາຍ
1 ນ. ຕົນຕົວ, ຮ່າງຄີງ, ລຳຕົ້ນ, ຫມູ່ພວກ, ຫມວດ (. ກາຍ). 2 ກ. ຜ່ານໄປມາ, ເລື່ອນ, ປ່ຽນແປງ, ກັບເກີດ.
ກຸສິນາຣາ - ກຸສິນາລາ
ນ. ຊື່ເມືອງນຶ່ງໃນປະເທດອິນເດຍ ເປັນເມືອງທີ່ພະພຸດທະເຈົ້ານິພານ ແຕ່ລາວອອກສຽງເປັນ ກຸສິນນາຣາຍ (.)
ກຸເວນ
ນ. ນາມພະຍາແຫ່ງພວກຜີຮ້າຍ ຮຽກພຣະຍາກຸເວນໆ ເປັນເຈົ້າແຫ່ງສົມບັດເຂົ້າຂອງ ແລະເປັນທ້າວໂລກຍານອົງນຶ່ງ ປະຈຳຢູ່ທິດເຫນືອ (. ກຸເວຣ)
ທິຄັມພອນ - ທິຄຳພອນ
ນ. ຊື່ນິກາຍໃນລັດທິສາສນາເຊນ ຫລື ເດັຍຣະຖີ ເຊິ່ງປະພຶດເປັນຄົນເປືອຍຄືບໍ່ນຸ່ງຫົ່ມຜ້າ ຫມາຍຄວາມວ່າ ນຸ່ງຫົ່ມຟ້າ (. ທິຄັມພຣ)
ທຸກະ
ນ. ຫມວດສອງ (.) ທຸກະນິບາດ ນ. ຊື່ຄັມພີໃນພຣະພຸທສາສນາ ກຳນົດດ້ວຍ ທັມມະ ທີ່ແບ່ງເປັນຫມວດລະສອງ (. ທຸກນິປາຕ)
ທຸດົງ
ນ. ອົງຄະຄຸນ ເຄື່ອງກຳຈັດຄວາມຊົ່ວ. ຊື່ຂໍ້ວັດປະຕິບັດຂອງພິກຂຸ ມີ 13 ຢ່າງຄື ການສັນເຂົ້າເທື່ອດຽວ, ການຢູ່ປ່າຊ້າ ເປັນຕົ້ນ (. ທຸຕັງຄ)
ທູຕາ
ນ. ທູດ, ຄືຄົນຜູ່ນຳຂໍ້ຄວາມໄປແຈ້ງໃຫ້ທັງສອງຝ່າຍຮູ້, ຜູ່ຮັບໃຊ້ໄປເວົ້າແທນ, ຜູ່ໄດ້ຮັບມອບໃຫ້ເປັນຜູ່ແທນທາງຣາຊການແຜ່ນດິນ (.)
ຜະຍາ-ຜະຫຍາ
ນ. ປັນຍາ, ຄວາມຮູ້, ຄວາມສະຫລາດ (. ປັນຍາ ສ.ປັຣຊຍາ)
ເທດ
1. ນ. ບ້ານເມືອງ, ປະເທດ, ທ້ອງທີ່, ທີ່: ວ. ຕ່າງປະເທດ (.ເທສ) 2. ກ. ສະແດງທັມ, ສັ່ງສອນ (. ເທສນ)
ເຜດ
ນ. ສັດເກີດໃນອະບາຍພູມພວກນຶ່ງ, ຜີຈຳພວກນຶ່ງ ມີຮູບຮ່າງຈ່ອຍໂຊຫນ້າຢ້ານ (. ເປຕະ ແຕ່ຄຳວ່າເປຕະ ຫມາຍເຖິງເອົາວິນຍານຂອງຜູ່ຕາຍໄປ)
ເວທະ:
ນ. ຄວາມຮູ້, ຄວາມຮູ້ໃນທາງສາສນາ, ມົນ, ຖ້ອຍຄຳທີ່ຜູກເຂົ້າເປັນຄາຖາ, ຄັມພີທີ່ເປັນຫລັກຖານຂອງສາສນາພຣາມ (ຄຳນີ້ເຮົາແປງໃຊ້ວ່າເພດ-ເພທ ດັ່ງ ຈົບເພດດ້ວຍ ມົນມາກຢາຍໍາ) (.)
ກະບິລພັດ - ກະບິນລະພັດ
ນ. ຊື່ເມືອງຫລວງຂອງປະເທດສັກກະ ໃນອິນເດຍ ເປັນເມືອງຂອງພຣະພຸທເຈົ້າ ໃນເວລາ ເພິ່ນບໍ່ທັນອອກບວດ (. ກບິລວັດຖຸ)
ກະຣົກ - ກາລົກ
ນ. ຜູ່ທຳ, ຜູ່ເຮັດ, ຊື່ຄຳໃນໄວຍາກອນສ່ວນນຶ່ງ ເຊິ່ງກ່າວດ້ວຍຄຳເວົ້າທີ່ເຂົ້າກັບ ກິຣິຍາ ມີ 6 ຢ່າງຄື: ກັດຕຸກາຣົກ: ຜູ່ທຳເອງ, ກັມມະກາຣົກ: ຜູ່ຖືກທຳ, ກາຣະນະກາຣົກ: ເຄື່ອງທຳ, ສັມປະທານະກາຣົກ: ຜູ່ຮັບທຳ,…
ກະລະລະ
ນ. ຕົມ, ເຊື້ອສຳລັບໃຫ້ເກີດເປັນຕົວມະນຸດ ແລະ ສັດ ເປັນຮູບຄືນ້ຳມັນງາໃສ (. ກລລ)
ກະສັດ - ກະສັດຕາ
ນ. ພຣະເຈົ້າແຜ່ນດິນ (.ຂັດຕິຍະ, ສ. ກສັຕຣິຍະ ຫມາຍຄວາມວ່າ ຜູ່ປົກຄອງເຂດ) ນ. ເຈົ້າແຜ່ນດິນ, ກະສັດຕາທິຣາດ ນ. ພຣະເຈົ້າແຜ່ນດິນຜູ່ຍິ່ງໃຫຍ່, ກະສັດຕາໄທ້ ນ. ພຣະເຈົ້າແຜ່ນດິນຜູ່ປະເສີດ.
ກະແຈ
ນ. ເຄື່ອງໃສ່ປະຕູ, ຕູ້, ຫີບ ເປັນຕົ້ນ ເພື່ອໃຫ້ໄຂບໍ່ໄດ້ ທຳດ້ວຍໂລຫະ ຫລື ໄມ້ ມີໄລເກາະທາງໃນ ແລະມີລູກສຳລັບໄຂ (. ກຸນຈິກາ).
ກຳຈອນ
ກ. ໄປໃນອາກາດ, ພຸ່ງໄປ (. ຂຈຣ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑