LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ຜູ່*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 80
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (80)
ສັມພະເວສຣ - ສຳພະເວສີ
ນ. ຜູ່ຊອກຫາບ່ອນເກີດ, ໄດ້ແກ່ຜີທີ່ຕາຍຈາກມະນຸດໄປແລ້ວ ແຕ່ຍັງບໍ່ທັນໄດ້ເກີດໃນກຳເນີດອື່ນ, ຜູ່ຕ້ອງເກີດ, ສັດໂລກ (ປ.)
ສາວ
1 ນ. ເປັນຄຳບອກເພດຂອງຜູ່ຍິງ ໃຊ້ປະກອບໜ້າຊື່ ດັ່ງ ສາວແດງ ສາວຄຳ ເປັນຕົ້ນ. ເປັນຄຳຮຽກຊື່ຂອງຜູ່ຍິງ ທີ່ມີອາຍຸຕັ້ງແຕ່ 15 ປີຂຶ້ນໄປ ເຊິ່ງຍັງບໍ່ມີຜົວ. 2 ກ. ດຶງເຂົ້າມາບາດຫ່າງໆ ຫຼືບາດຍາວໆ,…
ສິລປະ - ສິນລະປະ
ນ. ສີມື, ສີມືທາງຊ່າງ, ການສະແດງ [ຂໍ້ຄວາມຫາຍໄປ] ຜາກົດຢ່າງງົດງາມ ເປັນທີ່ພໍໃຈຂອງຜູ່ຟັງ ແລະ ຜູ່ເບິ່ງ (ສ.)
ຫົວຫນ້າ
ຜູ່ອອກຫນ້າ, ນາຍຂອງຫມູ່, ຜູ່ເປັນໃຫຍ່ກວ່າຫມູ່
ເວໄນ:
ນ. ຜູ່ຄວນແນະນຳສັງສອນ, ຜູ່ຄວນໄດ້ (ປ. ເວເນຍຍະ)
ໂກມາຣະພັດ - ໂກມາລະພັດ
ນ. ຜູ່ລ້ຽງເດັກນ້ອຍ, ຊື່ນາຍແພດຂອງພຣະຍາພິມພິສານໃນສະໄຫມພຸທການ ຖືວ່າ ເປັນນາຍແພດຜູ່ສັກສິດ (ປ. ໂກມາຣພັຈຈ)
ໄທ
1. ນ. ຄົນ, ພວກ, ຊາວ. "ຟ້າຮ່ຳຮ້ອງ ຣະດູດ່ວນ ເດືອນສາມ ທຸກໄທຊົມຮຽນກຂວັນ ເມືອຫ້ອງ" 2. ນ. ຊື່ປະເທດ ແລະ ຄົນຊາດນຶ່ງ ຢູ່ຕໍ່ປະເທດລາວທາງຟາກນ້ຳຂອງເບື້ອງຂວາ: ຄວາມມີອິສຣະໃນຕົວ…
ໄທ້
ນ. ຜູ່ເປັນໃຫຍ່, ຜູ່ປະເສີດ, ເທວະດາ, ຜີ.
ກະຖິນ
1 ນ. ຕົ້ນໄມ້ແນວນຶ່ງ ມີ 2 ປະເພດ ຄື: 1. ກະຖິນບ້ານ ໃບເປັນແຫລບ ຫນ່ວຍແພບອ່ອນ ໃຊ້ເປັນອາຫານໄດ້ 2. ກະຖິນຫນາມ ຕົ້ນມີຫນາມ ດອກມົນ ສີເຫລືອງ ມີກິ່ນຫອມ. 2 ນ. ຜ້າທີ່ເອົາເຄນພິກຂຸ ຜູ່ໄດ້ຈຳວັດສາແລ້ວ. ໄມ້ກັງ…
ກະມະລາດ
ນ. ຜູ່ມີດອກບົວ ຢູ່ທີ່ນັ່ງ ຄື ພຣະພຣົມ (ປ. ກມລາສນ)
ກະຣຸນາ - ກະລຸນາ
ນ. ຄວາມອີ່ດູ, ຄວາມປະສົງ ຢາກໃຫ້ຜູ່ອື່ນພົ້ນທຸກ (ປ. ກຣຸນາ)
ກະລາຫົວ
ນ. ດູກຫົວ, ເປັນຄຳເວົ້າທີ່ຖືຫມິ່ນ ຄົນຜູ່ຊົ່ວຊ້າ.
ກະລີ
1 ນ. ຄຳນີ້ໃຊ້ວ່າ ກາລີ (ປ. ກລີ). ກາລີ ເປັນຊື່ ຄະແນນອ່ຽວ ໃນຫມາກສະກາ ອັນເປັນຄະແນນເສຍ ຈຶ່ງເອີ້ນວ່າ ຄະແນນຜີ ຄືເປັນມານລ້າງຜານໃຫ້ຈິບຫາຍ ໃນການຫລິ້ນຫມາກສະກາ ຜູ່ໃດເສຍບໍ່ເຊົາ ຈຶ່ງເອີ້ນວ່າ…
ກະສິກອນ
ນ. ຜູ່ທຳການປູກຫວ່ານ ແລະ ລ້ຽງສັດ (ປ. ກສິກຣ)
ກະແຈມື
ນ. ກະແຈເປັນວົງມົນໆ ສຳລັບໃສ່ຄໍ່ມືຜູ່ກະທຳຜິດ.
ກະແດ່ວ
(ດັ່ງດຽວກັບກະເດ່ວ ແຕ່ເປັນອາການຂອງຜູ່ນ້ອຍ)
ກະແຫລ່ງ
1 ນ. ເຄື່ອງຊັ່ນໃຫ້ມີສຽງດັງ ສຳລັບແຂວນຄໍສັດ ເຮັດດ້ວຍເຫລັກເປັນແຜ່ນຕີທົບເຂົ້າກັນ ແລະ ມີລູກແຂວນທາງໃນ (ເອີ້ນ ຫມາກກະແຫລ່ງ). 2 ນ. ເສື້ອຊັ້ນໃນຂອງຜູ່ຍິງ ຢ່າງບໍ່ມີແຂນ ຮູບຄື ຫມາກກະແຫລ່ງ (ເອີ້ນ…
ກະໄທ
ນ. ຄົນຜູ່ຊາຍ ດັ່ງກະໄທຊາຍ.
ກັນ
1 (ກ) ສ. ເປັນຄຳແທນຊື່ ດັ່ງຄຳວ່າ “ຄວາຍຊົນກັນ” (ຂ). ແທນຊື່ຂອງຜູ່ເວົ້າ ຫລື ເຈົ້າຂອງເອງ: “ເສື້ອຂອງກັນ”. 2 ກ. ຫ້າມ, ບັງ, ກັ້ງ, ຫວຽນອ້ອມໄວ້; ກ. ແຖ (ກັນຕີນຜົມ, ກັນຄິ້ວ). 3 ນ. ກະແຈ, ໄລຜັກຕູ:…
ກັບຕັນ
ນ. ຜູ່ບັງຄັບການເຮືອ, ນາຍຮ້ອຍເອກທະຫານບົກ, ນາຍເຮືອ, ຫົວຫນ້າຫມູ່ (ອ.)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑