LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ຜູ່*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 80
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (80)
ກັສປະ - ກັດສະປະ
1 ນ. ເຕົ່າ (ປ. ກັຈສປ); ກັສປາວະຕານ ນ. ປາງເກີດເປັນເຕົ່າຄື ພຣະນາຣາຍລົງມາເກີດເປັນເຕົ່າ (ປ. ກັຈສປາວຕາຣ). 2 ນ. ຄຳນີ້ເປັນຊື່ບຸກຄົນສຳຄັນທາງສາສນາ ຄື: ກ/ ເປັນນາມຂອງພຣະພຸທເຈົ້າ ອົງທີ 3 ເອີ້ນວ່າ ພຣະ…
ການເມືອງ
ນ. ວຽກທີ່ກ່ຽວກັບປະເທດຊາດ ມີຄື 1 ວຽກທີ່ກ່ຽວກັບຣັດຖະ ຫລື ແຜ່ນດິນ ດັ່ງວິຊາການເມືອງ ແມ່ນວິຊາທີ່ກ່ຽວກັບຣັດຖະ, ການຈັດສ່ວນແຫ່ງຣັດຖະອອກເປັນແຂວງ ແລະ ການດຳເນີນແຫ່ງຣັດຖະ. 2 ການບໍຣິຫານປະເທດ ເປັນຕົ້ນ…
ກາມິນ
ຊາຍຜູ່ມີຄວາມຮັກ (ສ.)
ກາມິນີ
ນ. ຍິງຜູ່ມີຄວາມຮັກ (ສ.)
ກຳນັນ
ນ. ຜູ່ປົກຄອງເຂດຕາແສງນຶ່ງ, ຕາແສງ, ຂອງຕ້ອນ, ສາວໃຊ້ (ທ.)
ກຳເດືອນ
ນ. ການທີ່ຜູ່ຍິງອອກລູກແລ້ວ ຢູ່ຮັກສາຕົນດ້ວຍການຝີງໄຟ ແລະອາບນ້ຳຮ້ອນ.
ກູກ
ກ. ຮ້ອງດ້ວຍສຽງວ່າກູ້ກ ແຮງໆ; ນ. ສຽງຂານຮັບຜູ່ຮ້ອງຫາ.
ກຽງຄຳ
ນ. ຊື່ນາງກິນນະຣີ ຜູ່ເປັນມະເຫສີ ຂອງທ້າວສິນໄຊ (ໃນນິທານ ສິນໄຊ)
ກ້ອຍ
1 ນ. ອາຫານຢ່າງນຶ່ງ ທຳດ້ວຍຊີ້ນດິບ ຄັ້ນຫມາກສົ້ມ. 2 ນ. ຊື່ນິ້ວມື ແລະນິ້ວຕີນ ທີ່ນ້ອຍ. 3 ວ. ອາການຂອງຜູ່ນ້ອຍ ຫລື ສັດຕົວນ້ອຍ ທີ່ຄ່ອຍລຸກໄປຊ້າໆ. ເກີຍ ນ. ເຊັຍຕ່ຳ, ຊານເຮືອນທາງດ້ານຫນ້າທີ່ມີຫລັງຄາ,…
ທອຍ
1. ນ. ຫລິ້ມແຫລມໆສຳລັບຕອກໄມ້ເພື່ອຢຽບຂື້ນຕາງຂັນໄດ 2. ນ. ເຄື່ອງມັດໃສ່ສາຍເບັດ ຫລື ເຊືອກໃຫ້ຟູນ້ຳຢູ່ ເພື່ອຫມາຍໃຫ້ເຫັນງ່າຍ. 3. ນ. ສື່, ນາຍຫນ້າ, ຜູ່ນຳບອກ.
ທັກສິນານູປະທານ
ນ. ການທຳບຸນຫາຜູ່ຕາຍ (ສ.)
ທາຣາທິກາ
ນ. ເດັກນ້ອຍຜູ່ຍິງ (ປ.)
ທາຣົກ
ນ. ເດັກນ້ອຍຜູ່ຊາຍ, ເດັກທີ່ຍັງບໍ່ຮູ້ພາສາ (ປ. ທາຣົກ)
ທິສາປາໂມກ
ນ. ອາຈານຜູ່ມີຊື່ສຽງລືຊາ (ປ. ທິສາປາໂມກຂ)
ທໍຣະພີ - ທໍລະພີ
ນ. ຊື່ຄວາຍໂຕນຶ່ງ ໃນເຣື່ອງ ພະລັກ ພຣະຣາມ ເຊິ່ງຂ້າພໍ່ຕາຍ (ອາໄສເຫດນີ້ ຄົນຜູ່ໃດ ເປັນຄົນອະກະຕັນຍູ ຕໍ່ພໍ່ແມ່ ຈຶ່ງເອີ້ນວ່າ ຄົນທໍຣະພີ ຄົນອະກະຕັນຍູ)
ຜົນຄວນ
ນ. ທ້າວຜູ່ປະເສີດ, ເຈົ້າແຜ່ນດິນ, ພະລາຊາ.
ພະຍານ
ນ. ຜູ່ຮູ້ເຫັນເຫດການ, ຄົນ, ເອກະສານ ຫລື ສິ່ງຂອງທີ່ອ້າງເປັນຫລັກຖານ (ພິຍານ ກໍວ່າ)
ວັທກະ - ວັດທະກະ
ນ. ຜູ່ຈະເຣີນ, ວ. ງາມ (ປ.)
ວັທກະ - ວັດທະກະ:
ນ. ຜູ່ຈະເຣີນ, ວ. ງາມ (ປ.)
ສມອນ - ສະໝອນ
ນ. ຜູ່ຕາຍຮ່ວມັນ, ຊູ້ຮັກສຸດໃຈ, ນາງງາມ (ປ. ສມຣ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑