ຄຳທີ່ໃຊ້ຊອກຫາ: ກ ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 332 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (332) ໜ້າທີ: 1 2 3 4 .. 17 Next >> - ກຸກ - ກຸກໆ
- ກ. ອາການທີ່ແມ່ໄກ່ແມ່ຮ້ອງຫາລູກ; ອຸ. ສຽງໄກ່ແມ່ຮ້ອງເອົາລູກ.
- ວາກຍະ - ວາກກະຍະ
- ນ. ຄຳເວົ້າ, ຄຳກ່າວ, ປໂຍກ (ປ.) ວາກຍະສຳພັນ ນ. ຊື່ໜັງສືໄວຍາກອນ ຕອນທີ່ແຍກຄວາມເວົ້າອອກເປັນປະໂຍກໆ ແລະ ບອກຄວາມກ່ຽວຂ້ອງກັນວິກຂັມ - ວິກຂຳພະນະ: ກ. ການເລີກຖອນ, ການຂົ່ມໄວ້, ການປົດອອກ (ປ.)
- ວາກຍະ - ວາກກະຍະ:
- ນ. ຄຳເວົ້າ, ຄຳກ່າວ, ປໂຍກ (ປ.) ວາກຍະສຳພັນ ນ. ຊື່ໜັງສືໄວຍາກອນ ຕອນທີ່ແຍກຄວາມເວົ້າອອກເປັນປະໂຍກໆ ແລະ ບອກຄວາມກ່ຽວຂ້ອງກັນວິກຂັມ - ວິກຂຳພະນະ: ກ. ການເລີກຖອນ, ການຂົ່ມໄວ້, ການປົດອອກ (ປ.)
- ກິ້ງເກືອກ
- ກ. ປິ່ນໄປມາຕາມພື້ນ. “ໃຫມ່” ໃນປັດຈຸບັນ ຫມາຍເຖິງການຢູ່ໃກ້ຊິດ ດັ່ງເວົ້າວ່າ: “ລົງກິ້ງເກືອກກັບປະຊາຊົນ”
- ກະຊິບ - ກະຊິບກະຊາບ
- ກ. ເວົ້າຄ່ອຍໆໃກ້ຫູ ສ່ຳ ຫລື ສຶ່ມໃສ່ຫູ ວ. ອາການເວົ້າຄ່ອຍໆ ແລະຟ້າວ.
- ກະດຶກກະດຶນ
- ກ. ສະແດງກິລິຍາເຫນັງຕີງໄວໆ ໃຫ້ປາກົດ ດ້ວຍຄວາມຕັ້ງໃຈ.
- ກອກ
- 1 ນ. ກ້ອງໃສ່ຢາເສັ້ນ ສຳລັບດູດ; 2 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ບໍ່ມີແກ່ນ ມີ 2 ແນວ ຄື: ກອກສົ້ມ ຫນ່ວຍມີຣົດ ສົ້ມຝາດ, ກອກກັນ ບໍ່ມີຫນ່ວຍ ແລະໃບອ່ອນກິນບໍ່ໄດ້; 3 ນ. ແມງແນວນຶ່ງ ຕົວຂະຫນາດໂປ້ມື…
- ກັສປະ - ກັດສະປະ
- 1 ນ. ເຕົ່າ (ປ. ກັຈສປ); ກັສປາວະຕານ ນ. ປາງເກີດເປັນເຕົ່າຄື ພຣະນາຣາຍລົງມາເກີດເປັນເຕົ່າ (ປ. ກັຈສປາວຕາຣ). 2 ນ. ຄຳນີ້ເປັນຊື່ບຸກຄົນສຳຄັນທາງສາສນາ ຄື: ກ/ ເປັນນາມຂອງພຣະພຸທເຈົ້າ ອົງທີ 3 ເອີ້ນວ່າ ພຣະ…
- ກອງກອຍ
- ກ. ກອງກົ້ນຂຶ້ນ (ກອງກົ້ນກອງກອຍ)
- ກັບກ່າຍ
- ກ. ເກີດເປັນແນວໃຫມ່: “ກັນກໍກັບກ່າຍປີ້ນ ເປັນໄກ່ແສນຕົວ” (ສິນໄຊ)
- ກິໂລກຣາມ
- ນ. ມາດຕາຊັ່ງນ້ຳຫນັກ ທໍ່ກັບ 1000 ກຣາມ ຫລື ທໍ່ກັບ 6 ຮ້ອຍ 6 ບາດຂອງຊັ່ງລາວ ອັກສອນຫຍໍ້ ໃຊ້ ກ.ກ. (ຝ.)
- ກົກ
- 1 ນ. ລຳຂອງຕົ້ນໄມ້, ຕົ້ນເດີມ, ຫົວທີ, ຄັ້ງແຮກ; ກ. ຕຸ້ມໄວ້, ຫຸ້ມຫອມ (ຕຸ້ມປົກກົກຫອມ); 2 ນ. ຊື່ນົກແນວນຶ່ງ ສົບໃຫຍ່ ຂົນປີກສີດຳດ່າງ.
- ທໍຣະກັມ - ທໍລະກຳ
- ກ. ການທຳໃຫ້ລຳບາກ. ວ. ລຳບາກ, ທຸກເວດທະນາ
- ສລັກຫຼັງ - ສະຫຼັກຫຼັງ
- ກ. ການຂຽນໜັງສືບອກຊື່ ແລະບ່ອນຢູ່ຂອງຜູ່ຮັບຈົດໝາຍໄວ້ເທິງຫຼັງຈົດໝາຍ (ຈ່າໜ້າຊອງ ກໍວ່າ)
- ເກືອກ
- ກ. ກິ້ງກັບໄປກັບມາ.
- ເກື່ອຍແກ້
- ກ. ຊ່ອຍເຫລືອ: “ຖ້າບໍ່ຄຶດເກື່ອຍແກ້ ການໃຫຍ່ມີຂວາງ” (ສິນໄຊ)
- ແກ້ງກົ້ນ
- ກ. ເອົາໄມ້ ຫລື ຂອງອື່ນ ເຊັດອຸດຈາຣະອອກຈາກກົ້ນໃນເວລາຖ່າຍແລ້ວ.
- ໂທຣະເລກ - ໂທລະເລກ
- ກ. ຂຽນໄກ ຄືເຄື່ອງສົ່ງຂ່າວກັນດ້ວຍກຳລັງໄຟຟ້າ (ປ. ໂທຣເລຂ)
- ກວກ
- ກ. ເອົາມີດປາດທາງໃນ ໃຫ້ກວ້າງອອກ.
- ກອງກົ້ນ
- ກ. ທຳກົ້ນໃຫ້ສູງຂຶ້ນ ແລະກົ້ມຫົວລົງ.
|