LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 332
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (332)
ສລັບ - ສະຫລັບ
1 ວ. ສັບຫວ່າງ, ຂັ້ນຕາມຍ່ານ (ສລັບຊັບຊ້ອນ) 2 . ເວົ້າປີ້ນ, ເວົ້າປິ່ນແປ້ ເຊື່ອບໍ່ໄດ້, ຕົວະ: “ສູຫາກເຄີຍສລັບລີ້ນ ລວງກັນກິ່ນທ່ານ ກູກໍຮູ້ເພດພ້ຽງ ຜີເຖົ້າຊູ່ເຊີງ” (ສິນໄຊ)
ສັມພັນ - ສຳພັນ
ນ. ການຜູກພັນ, ຄວາມກ່ຽວຂ້ອງ; . ຜູກພັນ, ກ່ຽວຂ້ອງ (ປ. ສັມພັນທ)
ສຸມ
. ຈູດເຜົາ (ສຸມໄຟ, ເອົາໄຟສຸມ) ຕັ້ງໂຮມກັນໄວ້, ໂຮມກັນ (ເອົາກ້າສຸມໄວ້, ຄ້ອນສຸມໃສ່); ນ. ກອງ, ໝວດ, ໝູ່, ຈຸ້ມ (ສຸມກ້າດ ສຸມຟືນ).
ທໍ້
. ເທົ້າ, ຕຳ. "ນ້ຳທັ່ງທໍ່ ໂຕນກ້ອນຄື່ນເຄງ" ຖອຍຄືນ, ມາເທົ້າແລ້ວຖອຍຄືນ (ທໍ້ຖອຍ); ທໍ້ຖອຍ . ຖອຍຄືນ, ບໍ່ທຳຕໍ່ໄປ, ບໍ່ສູ້, ທໍ້ລໍ້ ນ. ໄມ້ສຳລັບຮອງຂອງໜັກ ໃຊ້ແທນລໍ້ ຫລື ດຶງຂອງຫນັກໃຫ້ໄປງ່າຍ.…
ຜະລິດ-ຜະຫລິດ
. ບານອອກ, ອອກຫມາກຜົນ, ແຕກປົ່ງ, ເຮັດໃຫ້ແຜ່ຫລາຍ (ປ. ຜລິຕ)
ວັງ
1. ເຂດແດນ, ບ່ອນເຮືອນຂອງພວກເຈົ້າ, ຖ້າເປັນບ່ອນຢູ່ຂອງພຣະເຈົ້າແຜ່ນດິນຮ້ອງວ່າ ພຣະບູຣົມມະຫາວັງ; 2. . ບ່ອນນ້ຳເລິກ, ບວກນ້ຳ; 3. ລ້ອມ, ອ້ອມ, ຮັກສາ (ແວດວັງ)
ວັງ:
1. ເຂດແດນ, ບ່ອນເຮືອນຂອງພວກເຈົ້າ, ຖ້າເປັນບ່ອນຢູ່ຂອງພຣະເຈົ້າແຜ່ນດິນຮ້ອງວ່າ ພຣະບູຣົມມະຫາວັງ; 2. . ບ່ອນນ້ຳເລິກ, ບວກນ້ຳ; 3. ລ້ອມ, ອ້ອມ, ຮັກສາ (ແວດວັງ)
ວີ:
1. ນ. ເຄື່ອງພັດໃຫ້ມີລົມ, . ກິຣິຍາແກວ່ງໃຫ້ເກີດລົມ 2. . ເອົາມືຈັບຂອງຖິ້ມໄປໂດຍແຮງ, ຄວ່າງ, ຖິ້ມໄປໂດຍແຮງ.
ວຸ່ນວາຍ
. ເກີດຄວາມບໍ່ສະຫງົບ, ໂກລາຫົນ, ເກດີສັບສົນຫຍຸ້ງຍາກ
ວົງ
1). ນ. ຮູບຮອຍຂຽນ ຫລື ຂອງທີ່ຂົດເອົາເສັ້ນມາອ້ອມຈອດກັນ ບໍ່ມີລ່ຽມ, ເອີ້ນ ຂອງ ຫລື ຄົນທີ່ຢູ່ຢ່າງນັ້ນວ່າວົງ ດັ່ງວົງໄພ້, ວົງຖົ່ວ ເປັນຕົ້ນ; ວົງເລັບ ນ. ເຄື່ອງໝາຍຮູບດັ່ງ ( ), ວົງວຽນ, ນ.…
ວົງ:
1). ນ. ຮູບຮອຍຂຽນ ຫລື ຂອງທີ່ຂົດເອົາເສັ້ນມາອ້ອມຈອດກັນ ບໍ່ມີລ່ຽມ, ເອີ້ນ ຂອງ ຫລື ຄົນທີ່ຢູ່ຢ່າງນັ້ນວ່າວົງ ດັ່ງວົງໄພ້, ວົງຖົ່ວ ເປັນຕົ້ນ; ວົງເລັບ ນ. ເຄື່ອງໝາຍຮູບດັ່ງ ( ), ວົງວຽນ, ນ.…
ສັມພາດ - ສຳພາດ
. ເວົ້ານຳກັນ, ຈາຣະຈາກັນ, ແລກຜ່ຽນຄວາມຄຶດເຫັນກັນ (ປ. ສັມພາສ)
ສົມ
1 . ໂຮມກັນເຂົ້າ (ສົມເລກ), ປົນ. ວ. ພໍດີ, ຄວນ, ເໝາະ. 2 ນ. ຜູ່ສະຫງົບ, ນັກບວດ, ພິກຂຸ (ປ. ສມນ) “ພູໄຊທ້າວ ທົງຜນວດເປັນສົມ” (ສິນໄຊ)
ສ້ອມ
. ຖາກໃຫ້ນ້ອຍເຂົ້າ, ຖາກໃຫ້ນ້ອຍລົງທາງນຶ່ງ. ນ. ມືຊ້ອນ, ເຄື່ອງແທງເອົາອາຫານໃສ່ປາກຄູ່ກັບຊ້ອນບ່ວງ.
ເວທະນາ:
ນ. ຄວາມຮູ້ເມື່ອ, ຄວາມຮູ້ຈັກທຸກ ແລະ ສຸກ, ຄວາມເຈັບປວດ, ຄວາມທຸກທໍຣະມານ, . ສົງສານ (ປ.)
ແຜງ
1 ນ. ຂົນເສັ້ນໃຫຍ່ແຂງແລະຍາວຢູ່ທີ່ຄໍມ້າ ຫລື ຫມູ (ແຝງກໍວ່າ) ຊື່ຫມູແລະເຫັນ ແນວນຶ່ງທີ່ມີຂົນຫລັງຍາວແລະແຂງ ເອີ້ນຫມູແຜງ, ເຫັນແຜງ, ເຄື່ອງຜັດແຂ້ວແລະເສື້ອຜ້າ ເປັນຕົ້ນ ເຮັດດ້ວຍຂອງເປັນເສັ້ນດັ່ງແຜງຫມູ…
ໂຫ້
. ແລ່ນໂຮມກັນໄປມາ, ໂຮມກັນໄປຢູ່ບ່ອນດຽວກັນ, ທ້ອນກັນຢູ່ບ່ອນດຽວ
ທັສນະ - ທັດສະນະ
. ເບິ່ງ, ເຫັນ, ເທັສນາການ ນ. ອາການເບິ່ງ: ທັສນາຈອນ . ຖ່ຽວເບິ່ງ.
ຜອງ
1 . ຕັກໃຫ້ໄດ້ສ່ວນ, ຕັກເອົາຂອງໃຫ້ໄດ້ສ່ວນທໍ່ກັນ. 2 ສ. ຈົນ, ຮອດ, ເຖິງ “ຜອງເທົ້າຊົ່ວຊະລາ”
ວາງ
. ປະ, ປ່ອຍ, ບໍ່ຈັບໄວ້, ອາການໄປມາໂດຍແຮງ, ວາງເງິນ; . ເອົາເງິນມອບໃຫ້ໄວ້ເປັນຫລັກຖານ

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑