LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 332
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (332)
ວາງ:
. ປະ, ປ່ອຍ, ບໍ່ຈັບໄວ້, ອາການໄປມາໂດຍແຮງ, ວາງເງິນ; . ເອົາເງິນມອບໃຫ້ໄວ້ເປັນຫລັກຖານ
ວາດ
1). ນ. ທ່າທາງ, ຊົງ, ກຣິຍາ, ແບບຢ່າງ; 2). . ພາຍເຮືອຄວັດນ້ຳເຂົ້າມາຫາຜູ່ພາຍເພື່ອໃຫ້ເຮືອເວອອກ; . ເວົ້າ, ນ. ຄວາມເວົ້າ (ປ. ວາທ)
ວາດ:
1). ນ. ທ່າທາງ, ຊົງ, ກຣິຍາ, ແບບຢ່າງ; 2). . ພາຍເຮືອຄວັດນ້ຳເຂົ້າມາຫາຜູ່ພາຍເພື່ອໃຫ້ເຮືອເວອອກ; . ເວົ້າ, ນ. ຄວາມເວົ້າ (ປ. ວາທ)
ວິຣັດ-ວິລັດ
1 . ເວັ້ນ, ງົດ, ເລີກ (ປ. ວິຣະຕິ) 2 ວ. ປາສຈາກຝຸ່ນ, ບໍ່ມີໝອງ, ສະອາດ (ປ. ວິຣະຊະ) 3 ນ. ຕ່າງປະເທດ (ປ. ວິຣັຊຊະ ໃຊ້ວ່າໄພຣັດປະເທດ) 4 ວ. ບໍ່ຍິນດີ, ປາສຈາກຄວາມຍິນດີ (ປ. ວິຣັຕຕິ)
ສມານ - ສະໝານ
. ທຳໃຫ້ຕິດກັນ, ຈອດ, ທຳໃຫ້ຈອດ, ທຳໃຫ້ຕິດຕໍ່ກັນ, ຕໍ່ກັນ.
ສີ່ວ
ນ. ເຄື່ອງມືຢ່າງນຶ່ງສຳລັບເຈາະໄມ້ ດ້ວຍການເອົາຄ້ອນຕອກລົງ; . ເອົາເຄື່ອງມືດັ່ງກ່າວເຈາະໄມ້ ເອີ້ນວ່າ ສີ່ວໄມ.
ເທ້ງ
. ຕົກລົງຫລາຍ (ອາການຝົນຕົກຫລາຍ ວ່າຝົນເທ້ງລົງ). ວ. ຕີແທງ "ແໜງ ສູ້ທວຍທວງເທ້ງແທງຕົນຕາຍພ່ຳ" (ສິນໄຊ)
ເວັ້ນ
. ຫລີກ, ຂ້າມ, ປະ, ລະ, ເວັ້ນແຕ່ ສ. ບໍ່ນັບເອົາ, ນອກຈາກ
ແຫ່
. ອ້ອມ, ເຝົ້າ, ໄປເປັນຫມູ່, ໄປເປັນລະບຽບ ເພື່ອສົ່ງ ດັ່ງແຫ່ກະຖິນ, ໄປນຳເຈົ້ານາຍ, ແຫ່ແຫນ, . ແວດລ້ອມຮັກສາ
ທາຍ
. ທວາຍ, ແກ້ບັນຫາ, ບອກສິ່ງທີ່ຕາບໍ່ເຫັນ.
ທູ່
. ອາການຄວັນ ຫລື ອາຍນ້ຳພຸ່ງອອກ.
ທໍຣະມານ - ທໍລະມານ
. ຂົ່ມເຫງ, ຜາບ, ແອບ, ເຮັດໃຫ້ລຳບາກ (ປສ. ທໍຣມານ) . ຍັງມີຊີວິດຢູ່ (ປ. ທຣມານ)
ຜະລາ-ຜະຫລາ
. ຜົນ, ກຳໄລ, ຫມາກໄມ້, ສ່ວນບຸນທີ່ໄດ້ຮັບ (ປ.)
ຜັດ
1 . ນັດ, ຫມາຍ, ກຳນົດເວລາ. 2 . ຖ່າຍ, ຜ່ຽນ, ແທນ (ຜັດຜ້າ)
ຜິວ
ນ. ຫນັງທາງນອກ, ສີ, ສີເນື້ອຫນັງ, . ເປົ່າລົມດ້ວຍປາກໃຫ້ມີສຽງດັງ.
ຜຽດ
. ເອົາຫຍ້າ ຫລື ຟົດໄມ້ກັນໄວ້ບໍ່ໃຫ້ສັດທຽວໄປມາ, ກັນ, ອ້ອມ.
ຜ່ອງ
1 ວ. ງາມ, ສະອາດ, ບໍລິສຸດ, ຂາວ ຜ່ອງໃສ ວ. ບໍລິສຸດສະອາດ, ງາມ. 2 . ເປັນຄຳຮ້ອງຂຶ້ນເມື່ອເປັນໄພ້ຫງາຍຂຶ້ນຖືກຕ້ອງກັບໃບທີ່ຖືຢູ່ໃນມື.
ຜ່ຽນ
. ປ່ຽນ, ເອົາແລກກັນ.
ຜ້າຍ
. ເດີນ, ໄປ, ກາຍໄປມາ “ພໍທີ່ຜ້າຍແຜ່ນລ້ານເດີນໄດ້ກໍຈຶ່ງມາ”
ວອນ
1). ແສງຂອງແດດກ້າທີ່ເປັນແສງຍັບໆ ຮຽກວອນແດດ ຫລື ແດດວອນ; 2). . ໄຫວ້ວອນ, ຫນ່ຽວຂໍ, ຮ້ອງຂໍໃຫ້ເຮັດຕາມປະສົງ

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑