LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 332
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (332)
ສງວນ - ສະຫງວນ
. ແພງ, ຖະໜອມ, ຫວງຫ້າມ, ຊອກຄົ້ນ (ສະຫງວນຫາ)
ສຍາຍ - ສະຫຍາຍ
. ຢາຍອອກ, ມືຍ (ສຍາຍຜົມ)
ສຍົບ - ສະຫຍົບ
. ສລົບ, ລົ້ມທ່າວ, ຕາຍໄປແລ້ວຄືນມາ, ຢ້ານກົວ.
ສລອງ - ສະຫຼອງ
. ຍ້ອງຍໍ, ທຳການຍ້ອງບໍ, ຍ້ອງຍໍອານິສົງຂອງບຸນທີ່ໄດ້ທຳແລ້ວ.
ສລາຍ - ສະຫລາຍ
. ແຕກຊະຊາຍ, ຍ່ອຍຍັບໄປ, ສູນໄປ, ສູນຫາຍ.
ສວອຍ - ສະຫວອຍ
. ສລົບ, ຕາຍໄປແລ້ວກັບຄືນມາ.
ສົມຮູ້
. ຮ່ວມຮູ້ເຫັນນຳກັນ.
ສແວງ, ສະແຫວງ
. ຊອກ, ປະສົງ.
ຫາ
. ຊອກ, ສືບ, ຄົ້ນ, ສແວງ, ພຍາຍາມໃຫ້ພໍ້, ເຫັນ, ຢາມ, ດັ່ງ ໄປຫາ ມາຫາ
ຫີ່
. ປົກຫຸ້ມ, ຫຸ້ມໄວ້ດ້ວຍຜ້າ
ເທ
. ຖອກ
ເທິ
. (ໃຊ້ຢ່າງດຽວກັບ ເທາະ ເບິ່ງເທາະ)
ເຜີຍແຜ່
. ເຮັດໃຫ້ແຜ່ຫລາຍອອກ, ເຮັດໃຫ້ເຫັນແຈ້ງ.
ແທງ
. ເອົາຂອງແຫລມສຽບເຂົ້າໄປ, ທວຍ, ຄະເນດັ່ງ ເອົາເງິນໃສ່ຕາມເສັ້ນຫມາຍ ໃນການພະນັນ ຄືແທງຖົ່ວ ເປັນຕົ້ນ.
ໂຜດ
. ປ່ອຍ, ຮັກ, ອີ່ດູ, ຊ່ອຍເຫລືອ.
ທິວົງຄົດ
. ໄປສູ່ສະຫວັນ (ຫມາຍຄວາມວ່າ ຕາຍ ໃຊ້ສຳລັບ ຣັຊທາຍາດ) (ປ. ທິວັງຄຕ)
ທຸ້ງ
. ທັ່ງເຂົ້າໄປຢ່າງແຮງ.
ຜະລຽງ-ຜະຫລຽງ
. ຟາດ, ຟັດ, ຟັນ, ພັດ (ລົມຜະລຽງພ້າວ)
ຜະແລງ-ຜະແຫລງ
. ພາດ
ຜັດວ່າ
. ຫມາຍວ່າ, ຄອງວ່າ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑