LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 332
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (332)
ກະຕາກ
. ສຽງໄກ່ຮ້ອງ ໃນເວລາມັນໄຂ່ ຫລື ຕື່ນຕົກໃຈ.
ກະເກນ
. ບັງຄັບ (ເບິ່ງ ເກນ ອີກ)
ກັກ
. ກັນໄວ້ບໍ່ໃຫ້ໄປມາ, ໃຫ້ຢູ່ໃນເຂດກຳນົດໄວ້.
ກິນແກ້ມ
. ກິນອາຫານກັບເຫລົ້າ.
ກິ້ງກ່ອມ
. ຊັກຊວນ, ກ້ຽວຝັ້ນ, ເສບສົມ.
ກູກ
. ຮ້ອງດ້ວຍສຽງວ່າກູ້ກ ແຮງໆ; ນ. ສຽງຂານຮັບຜູ່ຮ້ອງຫາ.
ສມັກ - ສະໝັກ
. ເຂົ້າເປັນພັກພວກ, ອາສາ, ຍິນຍອມ, ເຕັມໃຈ, ພ້ອມພຽງ (ປ. ສມັຄຄ)
ໂກຫົກ
ນ. ຄວາມຄົດ, ຄວາມຕົວະ; . ຕົວະ (ປ. ກຸທກ)
ກະຊາກ
. ດຶງມາໂດຍແຮງ, ຊາກມາ.
ກະທົບກະເທືອນ
. ສະເທືອນດ ທຳໃຫ້ຮ້ອນເຖິງ. . ທຳໃຫ້ຫວັ່ນໄຫວ.
ກະແທກ
. ແດກ, ທັ່ງ.
ກັບກາຍ
. ເກີດເປັນແນວໃຫມ່, ແປງເພດເປັນແນວໃຫມ່.
ກຳກັບ
. ຄວບຄຸມ, ຮັກສາ, ເບິ່ງແຍງ.
ກ່ຽງກ່າຍ
. ຫາອຸບາຍອອກໃຫ້ພົ້ນຕົວ.
ວິປການ - ວິບປະການ
. ຜິດບ່ອນ, ບໍ່ເໝາະສົມ (ປ. ວິປປກາຣ)
ສວາມິພັກ - ສະຫວາມິພັກ
. ຍອມຢູ່ໃຕ້ອຳນາດ, ການຊື່ສັດຕໍ່ນາຍ.
ສເລືອກ - ສະເຫລືອກ
. ສະເດືອກ, ຮູ້ເມື່ອ, ຕື່ນຕົວ.
ກະດິກ
. ເຮັດອະໄວຍະວະບ່ອນໃດບ່ອນນຶ່ງ ມີມື ເປັນຕົ້ນ ໃຫ້ເຫນັງໄວໆ.
ກົ້ວເກົ້າ
. ເມົາມົວ, ຫລົງໄຫລຢູ່ດ້ວຍຄວາມອອນຊອນ.
ກໍ່ແຮກ
. ຕັ້ງຕົ້ນໃຫມ່, ມີ ຫລື ເປັນຂຶ້ນທຳອິດ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑