LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 332
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (332)
ຜະນວກ-ຜະຫນວກ
. ບວດ
ເກື້ອກຸນ
. ຊ່ອຍເຫລືອ, ອຸດຫນຸນ.
ກັບ
1 ນ. ເຄື່ອງຫ້າງເອົາສັດ ດັ່ງ ຫນູ ເປັນຕົ້ນ ມີຫລາຍຢ່າງ ຮູບຕ່າງໆກັນ ເຮັດດ້ວຍໄມ້ກໍມີ ເຮັດດ້ວຍເຫລັກກໍມີ. 2 ນ. ແອບໃສ່ຢາດູດ, ຕລັບຫມາກ, ແອບນ້ອຍ. 3 . ປ່ຽນ, ປິ້ນ, ແປງຫລົບຄືນ (ກັບເກີດ). 4 ນ.…
ໄກ່
ນ. ສັດມີປີກຈຳພວກນຶ່ງ ຕາມທຳມະດາເປັນສັດລ້ຽງ ແລະມີຫລາຍແນວ ຄື: ໄກ່ແກ້ວ ນ. ໄກ່ທີ່ມີຂົນສີຂາວ; ໄກ່ກຸ້ມ ນ. ໄກ່ທີ່ມີຂົນຫາງສັ້ນໆ; ໄກ່ຂົວ ນ. ໄກ່ປາແນວຂົນລາຍງາມ ມີຂົນເປັນຫອນຄືນົກຍູງ; ໄກ່ງວງ ນ.…
ກອງ
1 ນ. ພວກ, ຫມູ່, ຫມວດ, ຈຳນວນສິ່ງຂອງ ຫລືຄົນທີ່ທ້ອນໂຮມກັນຢູ່, ຍາມ, ເວລາ; . ທ້ອນເຂົ້າກັນ, ເອົາສິ່ງຂອງຢອງກັນຂຶ້ນຫລາຍໆ, ທຳໃຫ້ສູງຂຶ້ນ; ກອງຮ້ອຍ ນ. ຈຳນວນທະຫານຫມູ່ນຶ່ງ ຈຳນວນ 100 ຄົນ; ກອງພັນ ນ.…
ການ
1 . ປ້ອງກັນໄວ້, ລັດບໍ່ໃຫ້ໄປໃສ, ຟັນອ້ອມຕົ້ນໄມ້ໄວ້ ເພື່ອໃຫ້ຕາຍ ຫລືເພື່ອຕັດໄປປູກໃຫມ່. “ການ” ເພື່ອຕັດໄປປູກນັ້ນ ຕ້ອງເອົາດິນຫນຽວຫຸ້ມໄວ້ ເພື່ອໃຫ້ປົ່ງຮາກ. 2 ນ. ວຽກ, ຫນ້າທີ່, ສິ່ງທີ່ເຮັດ (ປ. ກາຣ):…
ແກ້
. ມືຍອອກ, ທຳໃຫ້ດີຂຶ້ນ, ປ່ຽນແປງ, ທຳໃຫ້ຫາຍ, ທຳໃຫ້ຫລຸດອອກ, ຕອບຄຳຖາມທີ່ຄົນອື່ນຖາມ. ແກ້ກົນ . ເຮັດຢ່າງໃດຢ່າງນຶ່ງ ເພື່ອແກ້ວິທີຂອງຜູ່ອື່ນ ຫລື ເພື່ອໃຫ້ເຂັດຢຳ ແລະໄດ້ຜົນ. ແກ້ເກີ້ ວ.…
ກັນ
1 () ສ. ເປັນຄຳແທນຊື່ ດັ່ງຄຳວ່າ “ຄວາຍຊົນກັນ” (ຂ). ແທນຊື່ຂອງຜູ່ເວົ້າ ຫລື ເຈົ້າຂອງເອງ: “ເສື້ອຂອງກັນ”. 2 . ຫ້າມ, ບັງ, ກັ້ງ, ຫວຽນອ້ອມໄວ້; . ແຖ (ກັນຕີນຜົມ, ກັນຄິ້ວ). 3 ນ. ກະແຈ, ໄລຜັກຕູ:…
ກິນ
. ຫຍ້ຳອາຫານແລ້ວກືນລົງໄປໃນທ້ອງ, ກິນລົງໄປ, ທຳໃຫ້ຫມົດໄປ, ປົກຄອງ. ກິນເຈ ນ. ການງົດເວັ້ນບໍ່ກິນຂອງຄາວ ເພາະຖືສິນ. ກິນໃຈ . ສົງສັຍຫງຳໄວ້ໃນໃຈ. ກິນເມືອງ . ປົກຄອງເມືອງ; ກິນລ້າ ໄດ້ມາເປົ່າໆ…
ກະ
1 . ປະມານ, ກຳນົດ, ຫມາຍ, ຄະເນ. 2 ເປັນພະຍາງຫນ້າຂອງຄຳທີ່ຂຶ້ນຕົ້ນດ້ວຍ ກະ ດັ່ງ ກະຈາ, ກະແຈ, ກະຈອນ, ກະແສ, ກະຊະ, ກະດານ, ກະແຕ, ກະຮອກ ໆລໆ ເປັນຕົ້ນ. 3 ນ. ເປັນຊື່ຮຽກຜີປອບທີ່ແກ່ກ້າ…
ກາ
1 ນ. ສັດມີປີກຈຳພວກນຶ່ງ ຂົນສີດຳ ຮ້ອງກາໆ. 2 ນ. ຊື່ເຄື່ອງຫມາຍຮູບ (+) ເຊິ່ງຕັດມາຈາກຄຳວ່າ ກາກະປາທະ (ຕີນກາ) 3 ນ. ຫມໍ້ສຳລັບຕົ້ມນ້ຳ ຫລື ໃສ່ນ້ຳ ທີ່ມີໂຄ້ຍສຳລັບໃຫ້ນ້ຳໄຫລອອກທາງນັ້ນ (ເອີ້ນ ຫມໍ້ກາ) 4 .…
ກັດ
1 ນ. ຊື່ປາແນວນຶ່ງ ຕົວນ້ອຍ ທໍ່ປາຫມັດ ຫລື ທໍ່ເລັບມື ສີຂຽວແກ່ຈົນດຳ ມັກກັດກັນ. 2 ນ. ຊື່ເລກຕົວທີ 6 ຫລື ປີທີ 6 ຕາມຈຳນວນເລກທ້າຍ ຈຸລສັກຣາດ ທີ່ບູຮານເອີ້ນວ່າ ແມ່ມື້ ຄື 1 ກາບ, 2 ຮັບ, 3 ຮວາຍ, 4 ເມິງ, 5…
ກັ່ນ
1 ນ. ສົ້ນຂອງດວງມີດທາງໃສ່ດ້າມ ຕັ້ງແຕ່ບ່ອນເປັນບັກໄປ, ບ່ອນບັກ, ຮອຍກ່ານອ້ອມ, ຮອຍຫມາຍ, ຂວັນດອກໄມ້, ຂາຕ້າງ ຫລື ກະຈອນ, ກັ່ນພູ ນ. ຂວັ້ນພູ, ຊື່ເຄືອໄມ້ແນວນຶ່ງ ດອກມີຣົດເຜັດ ໃຊ້ທຳຢາ. 2 . ຕອງ,…
ກາດ
1 ນ. ຜັກແນວນຶ່ງ ໃຊ້ຫົວແລະໃບເປັນອາຫານ. 2 . ປູລຽນກັນໄປ (ກາດແປ້ນ), ລັກເບິ່ງ, ສະກັດເບິ່ງ (ກາດເບິ່ງຮອຍ). 3 ວ. ກ້າ, ເກັ່ງ. 4 ນ. ຕລາດ: “ກູນີ້ ມິໃຊ່ສາມານເຊື້ອ ຍິງເກກາງກາດ” (ສິນໄຊ)
ກໍ່
1 ນ. ຊື່ໄມ້ແນວນຶ່ງ ຫນ່ວຍນ້ອຍມົນ ນວນທາງໃນມີຣົດມັນ, ຊື່ເຫັດແນວນຶ່ງ ເຊິ່ງເກີດໃນຮົ່ມຕົ້ນກໍ່ ເອີ້ນວ່າ ເຫັດກໍ່. 2 . ຕັ້ງຕົ້ນ, ຕັ້ງເຄົ້າໃຫມ່, ສ້າງສາ, ຕັ້ງຕົ້ນສານສິ່ງໃດສິ່ງນຶ່ງ, ເອົາຫີນ ຫລື…
ກຳ
1 ນ. ຈຳນວນຂອງເຕັມມືນຶ່ງ ທີ່ງໍນິ້ວມືທັງຫມົດຮັບເອົາໄວ້, ຜັກ ຫລື ຫຍ້າທີ່ມັດເປັນຕູດ, ດິ້ວຕີນກວຽນ ຫລື ຣົດທີ່ຢັນຂອງລໍ້ ກັບດຸມໄວ້; 2 ນ. ໄມ້ປ່ອງ ຫລື ຫລອດຍາວໆສຳລັບສັກລົງໃນໄຫເຫລົ້າແລ້ວດູດກິນນ້ຳເຫລົ້າ…
ກົດ
1 ນ. ຊື່ປາແນວນຶ່ງ ບໍ່ມີເກັດ ຕົວກົມແຝກ ບໍ່ມີງ່ຽງ. 2 ນ. ນົກແນວນຶ່ງ ມີສອງປະເພດ: ນົກປູດຕົວໃຫຍ່ ຂົນສີເຫລືອງຊ້ຳ ສຽງຮ້ອງດັງປູດໆ; ກົດຮ່ອຍ ຕົວນ້ອຍ ຂົນລາຍ. 3 . ຂຽນ, ກຳນົດ, ຫມາຍໄວ້,…
ກ່ອງ
1 ນ. ເຄື່ອງຫາປາຢ່າງນຶ່ງ ສານດ້ວຍປ່ານ ຫລື ຝ້າຍໃສ່ຄັນຂ້າງດຽວ ສຳລັບຕຶກເອົາປາ. 2 ນ. ພາຊະນະສຳບັລໃສ່ເຂົ້າຫນຶ້ງແລ້ວ (ເອີ້ນ ກ່ອງເຂົ້າ). 3 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຫນ່ວຍນ້ອຍມົນ ຄືຫມາກໄຟ.…
ເກັດ
1 ນ. ສິ່ງທີ່ເປັນກີບຊ້ອນຫລືບກັນຢູ່ຕາມຫນັງປາບາງຈຳພວກ, ສິ່ງອື່ນໆທີ່ມີລັກສະນະດັ່ງເກັດປາ. 2 . ຂົບເມັດໃຫ້ແຕກ ແລ້ວຄາຍເປືອກອອກ ດັ່ງເກັດເຂົ້າ ເກັດເມັດແຕງໂມ ເປັນຕົ້ນ.
ກໍ້
. ມ້ວນເຊືອກ ຫລື ສິ່ງເປັນເສັ້ນຍາວເຂົ້າໄວ້ໃຫ້ມົນ; ນ. ລັກສະນະນາມ ຮຽກສິ່ງ ເປັນເສັ້ນຍາວທີ່ມ້ວນໄວ້ເປັນກໍ້ວ່າ ກໍ້ ດັ່ງ ກໍ້ເຊືອກ, ກໍ້ກຸ່ມ ເປັນຕົ້ນ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑