LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 332
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (332)
ຫັກຫນ້າ
. ເຮັດໃຫ້ອາຍ, ຫັກຫລັງ . ປິ້ນເອົາດີແຕ່ໂຕ ໃຫ້ຮ້າຍແກ່ຜູ່ອື່ນທີ່ໄດ້ຮ່ວມຄຶດນຳກັນມາ, ຫັກຫານ . ຫັກເອົາດ້ວຍຄວາມກ້າ, ກ້າຫານ
ແກະ
1 ນ. ສັດສີ່ຕີນແນວນຶ່ງຈຳພວກຄ້ຽວເອື້ອງ ຂົນຍາວ ຂົນໃຊ້ທຳຜ້າແພຫົ່ມກັນຫນາວ (ຍອງ ກໍວ່າ) 2 . ຄວັດ, ໄງ້ອອກ: “ແກະກາບໄມ້ ຫາງອດງູພິດ”. 3 . ທຳໃຫ້ເປັນລາຍຕ່າງກັນດ້ວຍປາຍເຫລັກແຫລມ ຫລື ປາຍມີດ.
ກາງ
1 ນ. ຊື່ພະຍາດແນວນຶ່ງ ເປັນຕຸ່ມເປື່ອຍ ເກີດຕາມປາກ ຫລື ຮ່າງກາຍ; 2 . ພືອອກ, ຈ່າງອອກ, ຕັນໄວ້, ລັດໄວ້; 3 ນ. ສ່ວນຢູ່ເຄິ່ງ, ສ່ວນທີ່ບໍ່ຂ້ອນໄປທາງໃດທາງນຶ່ງ, ພາຍໃນ, ລະຫວ່າງ, ທີ່ໂຮມ (ສູນກາງການສຶກສາ) …
ຜູກ
1 . ມັດ, ຮັດດ້ອຍເຊືອກ, ທຳໃຫ້ຈ່ອງກັນ ດັ່ງ ຜູກເວນ ຜູກມິດ ເປັນຕົ້ນ. 2 ນ. ຈຳນວນຫນັງສຶໃບລານທີ່ຮ້ອຍໃສ່ກັນເປັນມັດໆ ເອີ້ນວ່າ ຜູກ, ຫນັງສືນິທານ ເລື່ອງນື່ງໆ ກໍເອີ້ນວ່າ ຫນັງສືຜູກ.
ຫັກ
. ພັບ ຫລື ງໍເຂົ້າ ເພື່ອໃຫ້ຂາດຈາກກັນ, ທົບຕ່າວ ຫລ ຫລົບຄືນ, ຫັກມຸກ ນ. ຊື່ກ້ວຍອນວນຶ່ງ ຫນ່ວຍມຸກ ແລະ ສັ້ນ. ຫັກຣາຄາ . ລົດຣາຄາໃຫ້ຫນ້ອຍລົງ.
ຫາກ
. ເປັນກິຣິຍານຸໂຍກ ແປວ່າ ຄວນ ເພີງ ດັ່ງກ່າວວ່າ ອັນຊາວບ້ານຫາກຕິຕຽນ. ວ. ຈາກ, ແຍກອອກໄປ ດັ່ງ ຕ່າງຫາກ, ສັນ, ຖ້າ, ແມ່ນ.
ກວດ
1 ນ. ກ້ອງແກ້ວ, ຂວດ. 2 . ເບິ່ງຖີ່ຖ້ວນ, ພິຈາຣະນາ, ເບິ່ງໃຫ້ຖືກຕ້ອງ. 3 . ຂອດ, ກວດເກົ້າ . ຂອດຜົມ.
ກອຍ
1 ນ. ໄມ້ເຄືອແນວນຶ່ງ ເຄືອມີຫນາມ ຫົວມົນ ມີຂົນແຂງແລະຣົດຄັນ ໃຊ້ເປັນອາຫານປະເພດເຂົ້າ; ນ. ຊານເຮືອນທາງດ້ານຫລັງ. 2 ກົ້ນ (ກອງກົ້ນກອງກອຍ). 3 . ເອົານ້ຳໃສ່ ແລ້ວຄົນໃຫ້ເຂົ້າກັນ (ກອຍປົ່ນ)
ກະສຽນ
1 . ຂຽນ, ຂຽນຄຳແປດ້ວຍຕົວຫນັງສືນ້ອຍໆໄວ້ໃຕ້ສັບເດີມ. 2 ວ. ສ້ຽງໄປ, ຫມົດໄປ (ສ. ກສິນ) ກະສຽນອາຍຸ ນ. ຜູ່ມີອາຍຸເຖິງເຂດແລ້ວ (ສ. ກສິນາຍຸສ) (ຄຳນີ້ ບູຮານຫມາຍເອົາຜູ່ມີອາຍຸພົ້ນກຳນົດເກນ ຄື…
ກັ້ງ
1 ນ. ປາແນວນຶ່ງ ຕົວຄືປາຄໍ່ ແຕ່ຕົວນ້ອຍ ຫົວໃຫຍ່; 2 . ບັງໄວ້, ກັນໄວ້; ກັ້ງຮົ່ມ . ພືຮົ່ມອອກກັນຝົນ ຫລື ແດດ; 3 ນ. ເກີ້ງຕາເວັນທີ່ເປັນວົງອ້ອມຕາເວັນຢູ່, ຣັສມີອ້ອມດວງອາທິດ: “ວັນໄສຊ້າຍ…
ກູ່
1 ນ. ກຸຕິ, ສາລາ, ເຈດີ, ພູນ້ອຍທີ່ຕັ້ງຢູ່ປ່ຽວ ບໍ່ມີສາຍພູອື່ນຕິດຕໍ່ (ພຣະກໍເຂົ້າໄປສູ່ ແກ້ວກູ່ສາລາ) (ເວດສັນຕຣະ) 2 . ຮ້ອງຫາ, ຮ້ອງຂານຕອບ, ກູ່ແຄນ. ນ. ລູກແຄນ. ກູ່ເຟືອງ ນ. ລຳຕົ້ນເຂົ້າ ບ່ອນເປັນປ້ອງ. …
ສາວຫລອກ
. ວິທີເຮັດຝັກຫຼອກເປັນເສັ້ນໄໝ ຄືເອົາຝັກຫຼອກທີ່ໃສ່ໝໍ້ຕົ້ມແລ້ວ ເອົາໄມ້ເປັນແງ່ມຄີບໃຍໄໝດຶງອອກເປັນລະຍະຫ່າງ ຊົ່ວແຂນຂອງຜູ່ດຶງ, ສາວໄໝກໍຮຽກ.
ເກາະ
1 ນ. ດອນຢູ່ກາງແມ່ນ້ຳ, ທະວີບ, ແຜ່ນດິນ, ເຄື່ອງປ້ອງກັນອາວຸດທຳດ້ວຍເຫລັກ ຫລື ຫນັງ ສຸບໃສ່ຕົວ, ເຫລັກຫຸ້ມຣົດສຳລັບປ້ອງກັນລູກປືນ. 2 . ກ່ຽວຂ້ອງ, ຄາຢູ່, ເອີ້ນມາດ້ວຍຈົດຫມາຍ ຫລື ອຳນາດຂອງສານ.
ແກ້ງ
1 ນ ຫີນທີ່ຕັ້ງຂວາມທາງນ້ຳໄຫລ, ບ່ອນມີຫີນຂວາງ; 2 . ຕັ້ງໃຈທຳໃຫ້ຜິດຄວາມປະສົງເດີມ, ຕັ້ງໃຈທຳໃຫ້ຜິດໃຈ, ພິຕິ; 3 . ເອົາຂອງເຊັດອຸດຈາຣະອອກຈາກກົ້ນ (ແກ້ງກົ້ນ) ຫລື ເຊັດຂີ້ມູກ.
ກ່ອງປາ
. ເອົາຜ້າບາງໆໂຕ່ງໄວ້ບ່ອນນ້ຳໄຫລ ສຳລັບໂຕ່ງເອົາປາຕົວນ້ອຍໆ ທີ່ໄຫລລົງມາຕາມນ້ຳ. ກ້ອງ 1 ນ. ເຄື່ອງທີ່ມີຮູ້ສຳລັບສ່ອງເບິ່ງເງົາ ຫລືເຫັນໄກ, ກວດແກ້ວ. 2 ນ. ທາງລຸ່ມ, ໃຕ້. 3 ວ. ດັງໄປໄກ (ສຽງກ້ອງ)
ກ່າຍ
1 . ພາດໄວ້, ຄ້າງຂວາງໄວ້, ຂຽນເອົາຕາມແບບເກົ່າ (ກ່າຍຫນັງສື). 2 ວ. ຄ່ອງກັນ, ຕິດຕໍ່ກັນ (ເກາະກ່າຍ)
ກ້າ
1 ນ. ຕົ້ນເຂົ້າທີ່ຫວ່ານໄວ້ຖີ່ໆ ສຳລັບຫລົກໄປດຳ, ຫີນ (ພູເຂົາກ້າ). 2 . ເອົາເມັດພືດຜັກຕ່າງໆ ຫວ່ານໄວ້ເພື່ອຫລົກໄປປູກໃຫມ່. 3 ວ. ແຂງ, ບໍ່ຢ້ານ, ກ້າຫານ ວ. ບໍ່ຢ້ານ.
ແກ່
1 . ດຶງລາກໄປມາ, ດຶງໄປມາໂດຍໃຫ້ຖູພື້ນ. 2 ວ. ເຖົ້າ, ເກົ່າ, ເຫິງນານ, ເຂັ້ມ, ຫລາຍ (ສີແກ່), ໂພດ (ແກ່ເຫລົ້າ), ເຫິງ (ແກ່ວັດ) ຫລາຍ (ແກ່ວິຊາ)
ພະຍັນຊະນະຕົວທີ 1 ເປັນພວກອັກສອນກາງ ແລະໃຊ້ເປັນຕົວສະກົດໃນແມ່ກັກ
ກະຫາຍ
. ຢາກ, ຢາກກາມຄຸນ, ຄຶດຮອດ. ນ. ຄວາມຢາກ, ຄວາມຮັກຢ່າງຫລົງໄຫລ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑