LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 332
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (332)
ກຳເນີດ
. ເກີດ; ນ. ຄວາມເກີດ, ຊື່ພະຍາດແນວນຶ່ງ ມັກເປັນແຕ່ເດັກນ້ອຍທີ່ເກີດໃຫມ່.
ກີດ
. ຢູ່ໃກ້, ໃກ້ຖັດ, ຂັດຂວາງ, ຂັດເຄືອງ: “ເຈັບທີ່ການໄປ່ແລ້ວ ຍັງກ້ຽວກີດທວງ” (ສິນໄຊ)
ທວກ
1. . ທ້ວງ, ທັກ, ເວົ້າຖາມໃຫ້ຮູ້ສະຕິ. 2. ນ. ໄມ້ເຄື່ອງກຽນທີ່ເປັນຮ່າງສຳຄັນສອງອັນເປັນບ່ອນ ມັດແອກໃສ່ (ທູບກຽນກໍວ່າ)
ກະຈາຍ
1 ນ. ໄມ້ພຸ່ມແນວນຶ່ງ ລຳແລະກ້ານມີຫນາມ ຫນ່ວຍກົມ ໃຊ້ທຳສີດຳໄດ້ ໃບເປັນແຫລບ. ຊື່ຫວ້ານແນວນຶ່ງ ຖືວ່າເປັນຫວ້ານມີພິດແຮງ. 2 . ຢາຍ, ຊະ, ແຈກອອກ.
ກັນຖະຊະ
ນ. ອັກສອນພວກນຶ່ງ ທີ່ມີສຽງເກີດຈາກຮູຄໍ ຄື: ອ ອາ ຂ ຄ ງ (ປ.)
ກາຍ
1 ນ. ຕົນຕົວ, ຮ່າງຄີງ, ລຳຕົ້ນ, ຫມູ່ພວກ, ຫມວດ (ປ. ກາຍ). 2 . ຜ່ານໄປມາ, ເລື່ອນ, ປ່ຽນແປງ, ກັບເກີດ.
ກິໂລລິດ
ນ. ມາດຕາຜອງທໍ່ກັບ 1000 ລິດ ຫລື ທໍ່ກັບ 1 ແມັດກ້ອນ, ອັກສອນຫຍໍ້ ໃຊ້ .ລ. (ຝ.)
ກິໂລແມັດ
ນ. ມາດຕາແທກທໍ່ກັບ 1000 ແມັດ ຫລື ທໍ່ກັບ 500 ວາຫລວງ ອັກສອນຫຍໍ້ໃຊ້ .ມ. (ຝ.)
ກ່ານ
. ເອົາສີຕ່າງໆກັນຂັ້ນໄວ້; ວ. ມີສີຕ່າງໆສັບກັນໄປ; ກ່ານປ້ອງ ງູທຳທານ (ງູກ່ານປ້ອງ)
ກ້ານ
1 ຂວັ້ນໃບໄມ້ທີ່ຍາວໆ, ແກ່ນກາງຂອງໃບໄມ້. 2 . ໄຕ້ໄຟຊອກຫາສັດປ່າ ໃນເວລາກາງຄືນ.
ໂກທາ
1 ນ. ຕົ້ນໄມ້ແນວນຶ່ງ ຕາມຕົ້ນມີຫນາມເປັນຕຸ່ມໆ ໃບເປັນແກວສາມແກວກ. 2 . ຄຽດຮ້າຍ (ປ.ໂກທ)
ກວນ
ນ. ໂສ້ໃສ່ຂານັກໂທດ, . ຄົນໃຫ້ເຂົ້າກັນ, ຄົນໄປຄົນມາ, ທຳໃຫ້ຍາກໃຈ.
ກອຍໃຈ
. ຕັ້ງໃຈ, ເອົາໃຈໃສ່: “ກູກໍກອຍໃຈຕັ້ງປອງຕົນເປັນເຫຍື່ອ ມັນແລ້ວ” (ສິນໄຊ)
ກະສັນ
. ຄະນິງ, ຄຶດ, ຄຶດຢາກໄດ້, ມັກໃນທາງກາມາລົມ.
ກະເດື່ອງ
. ເດື່ອງ, ຫນັກລົງຂ້າງນຶ່ງ, ຫວັ່ນໄຫວ, ທຳໃຫ້ເກີດຄວາມຕື່ນເຕັ້ນ (ກະເດື່ອງດິນ ດັງສະທ້ານ)
ກຳຫນົດ
ນ. ບັງຄັບ, ກົດຫມາຍ; . ຈື່ຈຳໄວ້, ຫມາຍໄວ້, ນິຍົມ, ຈຳເພາະ (ເບິ່ງ ກຳນົດ ນຳອີກ)
ກື່ງ
. ງັດຂອງຫນັກໃຫ້ຍ້າຍທີ່, ທຳໃຫ້ຕົກ ຫລື ຍ້າຍຈາກທີ່.
ກົ້ວ
. ປະສົມກັນຢູ່; ວ. ທົ່ວໄປຫມົດ (ຄວັນກົ້ວ), ກີດຂວາງ.
ກຽດ
1 . ຊັງ, ເບື່ອຫນ່າຍ, ແຄະ, ບໍ່ຄຸ້ມ (ນົກກຽດແຮ້ວ). 2 ນ. ຊື່ສຽງດີ, ຄວາມສໍຣະເສີນ (ປ. ກິຕຕິ)
ຜອກ
1 . ທຳການລ້ຽງຜີ, ທຳການບະບົນໄຫວ້ວອນຜິ. 2 ວ. ເຫລືອ, ເກີນ, ໂພດ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑