LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 332
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (332)
ກຶງ
. ທຳໃຫ້ຮ່າງກາຍແຂງໄວ້, ຄຶງ, ທຳໃຫ້ແຂງ.
ກືນ
. ທຳໃຫ້ໄຫລລົງໄປໃນຮູຄໍ, ກິນລົງໄປໃນທ້ອງ.
ກຸ້ນ
. ຂາດອອກ. ວ. ສັ້ນ, ຍັງຢູ່ສັ້ນ.
ກູ້
. ມ້ຽນ, ເອົາຄືນມາໄວ້ດັ່ງເກົ່າ, ຢືມເງິນຫລືຂອງໂດຍສັນຍາຈະໃຊ້ຄືນ.
ກົງສຸນ
. ເຈົ້າພະນັກງານທີ່ຣັຖບານຕັ້ງໄວ້ຕ່າງປະເທດ ເພື່ອເບິ່ງແຍງຜົນປະໂຫຍດຂອງຄົນຊາດຕົນ (ຝ.)
ກົ່ງ
. ທຳໃຫ້ເປັນໂຄງ, ທຳໃຫ້ສ່ວນກາງສູງຂຶ້ນ ແລະສອງສົ້ນຕ່ຳລົງ, ຂຶ້ນຫນ້າ ເພື່ອຈະຍິງ, ຂຶ້ນຣາຄາ, ບໍ່ຍອມຫລຸດຣາຄາລົງ.
ກົ້ງ
. ມືນຕາໄວ້ ໂດຍບໍ່ພັບ, ມືນຕາຂຶ້ນກວ້າງໆ.
ກ່ວຍ
. ຊວ້ານອອກທາງຂ້າງ, ປ່າຍໄປທາງຂ້າງ.
ກ່ຽງ
. ຫາອຸບາຍໃຫ້ຜູ່ອື່ນທຳ ຫລື ເວົ້າ, ຢາກໃຫ້ຜູ່ອື່ນທຳ ຫລື ເວົ້າ ໂດຍທີ່ແທ້ ແມ່ນໂຕເອງຄວນຈະທຳ ຫລື ເວົ້າ, ຫນິ້ງໃຫ້ຜູ່ອື່ນທຳ.
ທັກ
. ທ້ວງ, ເວົ້າຫລືອອກສຽງໃຫ້ຮູ້ເມື່ອຄີງ ຫລື ໃຫ້ມີສະຕິ.
ທັກຂິນາວັດ
. ວຽນໄປທາງຂວາ, ວົນຂວາ (ປ. ທັກຂິນຸວັຕຕ)
ເກງ
. ຢ້ານ, ກົວ, ຢຳແຢງ, ເຄົາລົບ (ໂຄຣົບ)
ເກືອດ
. ຫ້າມ, ຫວງ, ກັນໄວ້.
ເກື້ອ
. ປະສົມ, ຕື່ມ, ຕາງ, ຊ່ອຍເຫລືອ, ທຳໃຫ້ສົມສ່ວນກັນ.
ແກະລາຍ
. ຄວັດໃຫ້ເປັນລາຍຕ່າງໆດ້ວຍເຫລັກມີຄົມ.
ແຫກ
. ຜ່າໄປທາງກາງ, ເຮັດໃຫ້ຂາດແລ່ງໄປ.
ກະດຽວວ່າ
. ຢຽວວ່າ, ຄຶດວ່າ, ເຂົ້າໃຈວ່າ.
ກະພຸມມື
ນ. ມືທີ່ນົບຢູ່; . ນົບ.
ກະໂດດ
. ເຕັ້ນ.
ກັນແສງ
. ຮ້ອງໄຫ້ (ສຳລັບເຈົ້າແຜ່ນດິນ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑