LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ຫລື
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 195
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (195)
ກະກາ
ນ. ເປັນຄຳຮຽກ ລະບຽບການປະສົມອັກສອນ ອັນເປັນບົດຮຽນຂັ້ນຕົ້ນຕາມແບບບູຮານ ຄື ການປະສົມອັກສອນ ທີ່ມີແຕ່ພະຍັນຊະນະ ກັບ ສະຫລະປະສົມ ຍັງບໍ່ທັນມີຕົວສະກົດ ຮຽກວ່າແມ່ ກະກາ ຫລື ກໍກາ.
ກະຈັງ
ນ. ລາຍຂຽນ ຫລື ລາຍສານຮູບ 4 ລ່ຽມຫັກເຂົ້າໃນ (ເອີ້ນ ລາຍກະຈັງ).
ກະຊິບ - ກະຊິບກະຊາບ
ກ. ເວົ້າຄ່ອຍໆໃກ້ຫູ ສ່ຳ ຫລື ສຶ່ມໃສ່ຫູ ວ. ອາການເວົ້າຄ່ອຍໆ ແລະຟ້າວ.
ກະຊ້າ
ນ. ພາຊະນະ ສານດ້ວຍໄມ້ໄຜ່ ຫລື ຂອງອື່ນ ສຳລັບໃສ່ສິ່ງຂອງ; “ຈວງຈັນຫລ້າງ ຂອງແພງທາງເທດ ສັງຊິມາຄວ່າຫ້ອຍ ຫູກະຊ້າທ່ຽວຂາຍ” (ຄຳກອນບູຮານ)
ກະຍັງ
ນ. ເຄື່ອງໃຊ້ສານດ້ວຍຕອກ ຫລື ຫວາຍ ຄືຮູບກະບຸງ ແຕ່ສູງ ແລະມີສາຍພາຍ (ເປັນເຄື່ອງໃຊ້ຂອງພວກລາວເທິງ)
ກະຍ່າ
ນ. ຜັກແນວນຶ່ງ ກິ່ນຂິວ ໃບສ້ອຍ ຕາມກ້ານແລະຕົ້ນ ມີຫນາມ (ກ້ານຍ່າ ຫລື ກ້ານຫຍ້າ ກໍເອີ້ນ)
ກະດັນ
ນ. ຕົ້ນໄມ້ແນວນຶ່ງ ໃບນ້ອຍຍາວ ມີລົດສົ້ມ ມັກເກີດຕາມແຄມນ້ຳ, ຊີ້ນ ຫລື ນວນຫມາກໄມ້ ທີ່ເປັນກ້ອນແຂງ. ວ. ເປັນກ້ອນແຂງ.
ກະດາດ
ນ. ເຈ້ຍ; ກະດາດແກ້ວ ນ. ເຈ້ຍທີ່ເປັນແຜ່ນບາງໆ ແລະ ໃສ; ກະດາດຊາຍ ນ. ເຈ້ຍ ສຳລັບຂັດຂອງໃຫ້ກ້ຽງ ທາງພື້ນມີຫີນ ຫລື ເມັດຊາຍຕິດຢູ່.
ກະດິງ
1 ນ. ເຄື່ອງສັ່ນໃຫ້ມີສຽງດັງ ເພື່ອສັນຍານໃຫ້ໄດ້ຍິນ ເຮັດດ້ວຍໂລຫະ ມີລູກພັດຢູ່ທາງໃນ ສຳລັບແຂວນຄໍສັດ ຫລື ແຂວນຕາມໂງ່ນສິມ ເປັນຕົ້ນ. 2 ນ. ຊື່ແມ່ນ້ຳສາຍນຶ່ງ ເປັນສາຂາຂອງນ້ຳຂອງ…
ກະດິບໆ
ວ. ອາການດຶບໄປແຫ່ງແມງບົ້ງ ຫລື ປິງ.
ກະດຸມ
ນ. ຫມາກຕຸ້ມໂສ້ງເສື້ອ ຫລື ກະເປົ໋າ (ດຸມ ກໍວ່າ)
ກະດຽມ
ວ. ອາການທີ່ທຳໃຫ້ຂົນລຸກ, ອາການທີ່ພາໃຫ້ອາຍໃນໃຈ ຫລື ອາການທີ່ທຳໃຫ້ຢາກຫົວ ເພາະຖືກຫນິ່ງ.
ກະຕັກ
ນ. ໄມ້ແສ້ມີເຫລັກຢູ່ປາຍ ສຳລັບແທງງົວໃຫ້ເດີນໄວ (ຮຽນວ່າ ເຫລັກປະຕັກ ຫລື ເຫລັກກະຕັກ)
ກະຕາກ
ກ. ສຽງໄກ່ຮ້ອງ ໃນເວລາມັນໄຂ່ ຫລື ຕື່ນຕົກໃຈ.
ກະຕິກ
ນ. ພາຊະນະສຳລັບໃສ່ນ້ຳເຢັນ ຫລື ນ້ຳຮ້ອນ ຮູບຕ່າງໆ (ຕິກ ກໍວ່າ)
ກະຕູດ
ນ. ແຜ່ນເງິນ ຫລື ຄຳ ທີ່ຂຽນຄາຖາໃສ່ ນັບຖືວ່າ ເປັນເຄື່ອງແຄ້ວຂອງຄົງ, ເຄື່ອງແຄ້ວຄົງ.
ກະຕ່ອງ
ນ. ເຄື່ອງສຳລັບຕັກເອົາຂອງ ສານດ້ວຍປໍປ່ານ ຫລື ໄມ້ ມີຄັນຈັບ.
ກະຕ່ຳ
ນ. ເຄື່ອງຫ້າງເອົາສັດປ່າ ເຮັດດ້ວຍໄມ້ ເປັນທ່ອນຍາວ ມີສາຍໃຍພານ ເວລາສັດຢຽບ ຫລື ພານ ສາຍໄມ້ນັ້ນ ລັ່ນລົງເຕັງ.
ກະຖີບ
ນ. ເຄື່ອງຫ້າງເອົາສັດປ່າ ທຳດ້ວຍໄມ້ ລຳຂະຫນາດນ້ອຍ. ສົ້ນນຶ່ງຕອກໃຫ້ແຫນ້ນໄວ້ກັບດິນ ແລ້ວຫ້າງອ້າສົ້ນນຶ່ງໄວ້ ເມື່ອສັດມາພານສາຍໃຍ ສົ້ນທີ່ອ້າຢູ່ນັ້ນ ກໍດີດລົງ ຫລື ຖີບລົງເຕັງສັດໄວ້.
ກະທົງ
ນ. ພາຊະນະເຮັດດ້ວຍກາບກ້ວຍ ຫລື ໃບຕອງສຳລັບໃສ່ຂອງຜອກຜີ, ກະທົງຫນ້າງົວ ນ. ກະທົງກາບກ້ວຍ ທີ່ເຮັດເປັນຮູບສາມລ່ຽມ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑