LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ຫລື
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 195
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (195)
ກະທຽມ
ນ. ຜັກແນວນຶ່ງ ຫົວເປັນງີມ ຫລື ງ່ຽງ ເປັນຜັກທີ່ຄົນປູກ (ຜັກທຽມ ກໍວ່າ)
ກະທໍ
ນ. ເຄື່ອງສານດ້ວຍຕອກ ຫລື ລວດ ຮູບກົມສູງ ສຳລັບໃສ່ຂອງ (ທໍ ກໍວ່າ)
ກະບອງ
ນ. ເຄື່ອງສຳລັບໄຕ້ໃຫ້ເຫັນຮຸ່ງ ທຳດ້ວຍນ້ຳມັນຍາງ ກັບໄມ້ໂດກແລ້ວເອົາໃບຕອງຮຳ ຫລື ຫໍ່.
ກະບີ້
ນ. ແມງແນວນຶ່ງ ປີກເປັນແຜ່ນບາງໆ ຂາຍາວກົ້ນສ້ວຍແລະຫົວໂປ (ແມງກະບີ້ ເກີດຈາກຕົວຫນ້ຽວ ຫລື ແມງງຳ ທີ່ຢູ່ໃນນ້ຳ)
ກະບຸງ
ນ. ພາຊະນະ ສານດ້ວຍຕອກ ຫລື ຫວາຍ ສຳລັບໃສ່ເຂົ້າ ເປັນຕົ້ນ.
ກະປິ
ອາຫານຄາວຢ່າງນຶ່ງ ເຮັດດ້ວຍກຸ້ງຝອຍ ຫລື ປານ້ອຍ ຫມັກເກືອໃຫ້ເຄັມ ແລະ ຕຳໃຫ້ມຸ່ນ.
ກະພາບໆ
ວ. ອາການພືປີກ ຫລື ວາແຂນອອກ ແລ້ວຫຸບເຂົ້າໄວໆ.
ກະຢ່ອງ
ນ. ພາຊະນະສານດ້ວຍຕອກແຂງ ຮູບມົນ ປາກແລະຕີນທໍ່ກັນ ສຳລັບໃສ່ດອກໄມ້ ຫລື ຖ້ວຍຊາມ ຮຽກວ່າ ພາກະຢ່ອງ ຖ້າແນວນ້ອຍ ແອວກິ່ວ ຮຽກ ຂັນກະຢ່ອງ.
ກະລາດຳ
ນ. ຄົນຊາດແຂກ ທີ່ຢູ່ໃນທະວີບອັຟຣິກາ (ຄຳວ່າ ກະລາດຳ ມາຈາກຄຳວ່າ ກຸລາ ເຊິ່ງເປັນຄຳຮຽກຄົນຕ່າງຊາດ ຫລື ເປັນຄຳທີ່ຄົນລາວ ຮຽກຄົນພະມ້າ ວ່າ ກຸລາຂາກ່ານ)
ກະລຶມ
ນ. ຫວາຍ, ຫວາຍແນວເຄືອໃຫຍ່ (ຮຽກ ຫວາຍກະລຶມ ຫລື ຫວາຍກະລຶມບອງ ລາງແຫ່ງ ຮຽກວ່າ ຫວາຍກະບອງ)
ກະວີ
ນ. ຜູ່ຄຶດ, ຜູ່ແຕ່ງຫນັງສື, ຫມໍລຳ, ນັກແຕ່ງກາບກອນ, ນັກປາດ (ປ. ກວີ): ໃນທາງສາສະຫນາແບ່ງກະວີ ເປັນ 4 ຈຳພວກຄື: 1. ຈິນຕະກະວີ ຜູ່ແຕ່ງດ້ວຍຄວາມຄຶດ; 2. ສຸຕກະວີ ຜູ່ແຕ່ງຕາມໄດ້ຍິນມາ; 3. ອັຕຖະກະວີ…
ກະສັຍ - ກະໄສ - ກະສັຍການ - ກະໄສຍະການ
ນ. ການຫມົດສ້ຽງ, ການສູນໄປ, ຊື່ພະຍາດຝີໃນທ້ອງ ຫລື ປອດແຫ້ງ (ສ. ກສຍ) ນ. ເວລາສ້ຽງໂລກ, ເວລາສຸດ ແຫ່ງສິ່ງທັງປວງ (ສ. ກສັຍກາລ)
ກະຫມຸກ
ນ. ສີດຳ ທີ່ທຳດ້ວຍຄວັນໄຟ ຫລື ເທົ່າປະສົມກັບນຳກ້ຽງ
ກະຫາປະນະ
ນ. ເງິນຕາ ຫລື ນ້ຳຫນັກແຫ່ງຄ່າເງິນ, ກະຫາປະນະນຶ່ງ ເທົ່າກັບ 4 ບາດ (ປ. ກຫາປນ)
ກະອອກ
ນ. ນົກແນວນຶ່ງ ເປັນນົກກິນປາ ສົບ ແລະ ເລັບແຫລມຄົມ ຕົວໃຫຍ່ຂະຫນາດແຫລວ (ນົກອໍຫໍ ຫລື ຢ່ຽວຫວອດ ກໍເອີ້ນ): “ອຸມລົວຮຸ້ງ ຕາໄນແກມກະອອກ ຈິບກ່າປໍ້ເປັຍຝ້າຍ ກະແດບດິນ” (ສິນໄຊ)
ກະເຈາະກະຈອກ
ວ. ອາການສະແດງຄວາມຍິນດີ ໃນເວລາເວົ້າ ຫລື ທຳ ດັ່ງຄຳກອນ: "ຍາມເມື່ອ ຊົລທານ້ຳ ໄຫລນອງຖ້ວມທົ່ງ ມົດບໍ່ມີບ່ອນຊົ້ນ ປາກັ້ງອະເຫີ່ຍຫົວ ຍາມເມື່ອ ຊົລທາແຫ້ງ …
ກະເດບໆ
ວ. ອາການດຶບໄປ ຫລື ໂອບຂຶ້ນ ດັ່ງຄົນໂອບຂຶ້ນຕົ້ນໄມ້ ເປັນຕົ້ນ.
ກະເດ່ວ
ວ. ບາດຍ່າງ ທີ່ບໍ່ສະເຫມີ ຂອງຄົນເຈັບຂາ ຫລື ຕີນ.
ກະເຕິ
ນ. ຝາແຕະ ເປັນຕາຫ່າງໆ ພໍຂອງນ້ອຍລອດລົງໄດ້ (ເອີ້ນວ່າ ຝາກະເຕິ ຫລື ຝາເຕິ). ຂີ້ເຫຍື້ອໄຫລມາເກາະກັນ ເປັນແຜ່ນຢູ່ບ່ອນນ້ຳເວີນ (ເອີ້ນຂີ້ກະເຕິ)
ກະເປາະ
ນ. ພາຊະນະສານຢ່າງນຶ່ງ ຮູບມົນໆ ສຳລັບຂົນດິນ ຫລື ຜອງເຂົ້າ (ກະເພາະ ກໍວ່າ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑