LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 344
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (344)
ສນັ່ນ - ສະໜັ່ນ
. ດັ່ງ, ລັ່ນ, ຫວັ່ນໄຫວ, ລືຊາ.
ສລົດ - ສະຫລົດ
. ເສົ້າໃຈ, ບໍ່ຊື່ນບານຍ້ອນຄວາມສັງເວດ.
ສັມມະ - ສຳມາ
. ດີ, ຄວນ, ຊອບ ດັ່ງ ສັມມາທິດຖິ: ຄວາມເຫັນຊອບ (ປ.)
ສົມນ້ຳໜ້າ
. ເປັນຄຳຫຍໍ້ຫຍັນວ່າ ຄວນທີ່ໄດ້ຮັບຜົນຮ້າຍຢ່າງນັ້ນ.
ສົມສູ່
. ຢູ່ຮ່ວມກັນເປັນຜົວເມຍ.
ເທັດ
. ເວົ້າບໍ່ຈິງ, ຕົວະ.
ແກ່
1 ກ. ດຶງລາກໄປມາ, ດຶງໄປມາໂດຍໃຫ້ຖູພື້ນ. 2 . ເຖົ້າ, ເກົ່າ, ເຫິງນານ, ເຂັ້ມ, ຫລາຍ (ສີແກ່), ໂພດ (ແກ່ເຫລົ້າ), ເຫິງ (ແກ່ວັດ) ຫລາຍ (ແກ່ວິຊາ)
ໄກ
1 . ຫ່າງ, ຍາວ, ເຫິງ, ບໍ່ໃກ້, ກົງກັນຂ້າມກັບໃກ້. 2 ນ. ເດືອຍ ຫລື ບ່ອນລັ່ນຂອງອາວຸດ ຫລື ເຄື່ອງຈັກ.
ກະຈະ
. ຂາວງາມ, ແຈ້ງ, ສະອາດ, ເສາະໃສ.
ກະຈາ
. ກະເທີນ, ຜ້ານກາງ, ບໍ່ອ່ອນ ບໍ່ແກ່: "ຂຸນກະຈານີ້ ພໍ່ນາດີກວ່າ ພໍ່ນາເອື້ອມອິ່ມເຂົ້າ ຂຸນກະຈາເອື້ອມອິ່ມລົມ" (ປູ່ສອນຫລານ)
ກະຈ່າງ
. ແຈ້ງ, ສວ່າງ.
ກະດຽມ
. ອາການທີ່ທຳໃຫ້ຂົນລຸກ, ອາການທີ່ພາໃຫ້ອາຍໃນໃຈ ຫລື ອາການທີ່ທຳໃຫ້ຢາກຫົວ ເພາະຖືກຫນິ່ງ.
ກະທັດ
. ສົມສ່ວນ, ພໍດີ.
ກະມັງ
. ເປັນຄຳບອກຄວາມບໍ່ຄັກໃຈ: “ບໍ່ໄດ້ດອກ ກະມັງ”
ກະມັບກະແມບ
. ຫລົບໆລີ້. (ມັບແມບ ກໍວ່າ)
ກະມົລເນດ - ກະມົນລະເນດ
. ມີຕາງາມຄືດອກບົວ (ປ. ກມລເນຕຕ)
ກະລົກກະລົນ
. ບໍ່ສຸພາບ, ຟ້າວຟັ່ງ.
ກະເທີນ
. ຢູ່ລະຫວ່າງເຄິ່ງກາງ, ກະຈາ.
ກັກຂະລະ
. ຫຍາບຊ້າກ້າແຂງ, ຊົ່ວຮ້າຍ (ປ.)
ກາງຄົນ
. ມີອາຍຸຢູ່ໃນລະຫວ່າງກາງ ບໍ່ຫນຸ່ມ ບໍ່ແກ່.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑