LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 344
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (344)
ຜ່ອຍ
. ແຕກງ່າຍ, ບໍ່ຫນຽວ.
ສງຽມ - ສະຫງຽມ
. ຄ່ຽມ, ຈຽມຕົວ, ອ່ອນນ້ອມ.
ສນຸກ - ສະໜຸກ
. ມ່ວນ, ເບີດບານໃຈ, ສະບາຍ, ບໍ່ອຶດຢາກ.
ສລອກກອກ - ສະຫລອກກອກ
. ດື້ດ້ານ ພໍໃຫ້ຢາກຫົວ (ຄົນສະຫລອກກອກ)
ສລອດ - ສະຫລອດ
. ລັບລີ້, ສອດແສ້ວ: “ກຸມພັນປະສົງ ສລອດປຸນໄປຢັ້ງ” (ສິນໄຊ)
ສລາງ - ສະຫລາງ
. ສາງຫລາງ, ງາມເປັນແຖວ.
ສລາດ - ສະຫລາດ
1 . ມີປັນຍາ, ມີຄວາມຄຶດຫຼັກແຫຼມ, ຫຼັກແຫຼມ. 2 ນ. ປາຫລາດ (ເບິ່ງ ຫລາດ)
ສລ່າງ - ສະຫລ່າງ
. ງາມ, ຫຼາຍ “ສົມບັດລົ້ນກອງມະນີນັບໂກດ ພິສລ່າງລ້ວນ ລືໄຮ້ຫ່າງແຄນ” (ສິນໄຊ)
ສອມລອມ
. ຊອມ, ຈອບ, ຊອມຖ້າກິນ ຫຼືຖ້າເວົ້ານຳ.
ສິ່ມ
. ບໍ່ສະຫວ່າງ, ເຫງົາຊົງ, ຄ່ອຍໆໄຫຼອອກ (ເຫື່ອສຶມ)
ສຶ່ມ
. ເວົ້າຄ່ອຍໆໃກ້ຫູ.
ສຸ້ມ
. ແຫຼມສັ້ນໆ. ກ. ທຳໃຫ້ແຫຼມ ຫຼື ທຳໃຫ້ສ້ວຍເຂົ້າ.
ສົມຄະເນ
. ພໍດີຕາມທີ່ກະໄວ.
ຫຸ້ນ
. ຫ້ວນ, ສັ້ນເຂົ້າ
ຫົກ
. ຈຳນວນຫ້າສົມກັບນຶ່ງ, ເລກ 6
ຫ້າ
. ຈຳນວນ ສີ່ ສົມກັບນຶ່ງ, ເລກ 5
ເກ
1 . ຊົ່ວ: “ກູນີ້ ມິໃຊ່ສາມານເຊື້ອ ຍິງເກກາງກາດ” (ສິນໄຊ) 2 ນ. ກິີປາ (ເບິ່ງ ກີ)
ເກີນ
1 ນ. ໄມ້ລຳດຽວ ສຳລັບກ່າຍຂຶ້ນລົງແທນຂັ້ນໃດ. 2 . ເຫລືອ, ລື່ນ, ໂພດ.
ເກ່ເດ່
. ພົ້ນອອກໄປ, ຍາວລື່ນອອກ.
ເທັຍຣະຄາ - ເທັຍລະຄາ
. ຍືນຍາວ, ເຫິງນານ (ມາຈາກ ປ. ທີຄະ, ສ. ທີຣຄ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑