LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 344
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (344)
ເຜີ່ນ
. ເວໄປ, ເຈີດ, ໄປບໍ່ທ່ຽງ.
ແກນ
ນ. ໃຈກາງ, ສ່ວນທີ່ແຂງຢູ່ກາງ, . ຂຶ້ນ, ຍົກຂຶ້ນໄດ້ (ຍໍແກນ)
ແທ້ງ
. ອາການເສັ້ນເອັນໃນຄໍ່ຂາ ຫລື ມືພິກ ທຳໃຫ້ເຈັບປວດ.
ໂກກ
ນ. ລີງ; . ມີອາການດັ່ງລີງ, ບໍ່ມີຄວາມອາຍ.
ໂກ້
. ງາມ, ສວຍ.
ໂຫ່
ກ. ຮ້ອງໃຫ້ສຽງດັງຂຶ້ນພ້ອມກັນ, ພ້ອມກັນຮ້ອງ ແລະ ໄລ່, . ສຽງດັງແຊວຢູ່
ກະຈອກ
ນ. ນົກຈອກ, . ບ່ອນເປັນຈອກຫລອກ, ພໍກະເທີນ.
ກະຈັດ
. ຖີ່, ແຈບ ມີລະຍະບໍ່ຫ່າງ.
ກະຈັດກະຈາຍ
. ຊະຊາຍອອກຢ່າງບໍ່ເປັນລະບຽບ
ກະຈັ້ນ
. ຈໍ້, ສັ້ນ, ຈັ້ນ.
ກະດັດ
. ໂພດ, ເຫລືອເກີນ, ກະດັດກະດໍ້, ໂພດເຫລືອ.
ກະດິບໆ
. ອາການດຶບໄປແຫ່ງແມງບົ້ງ ຫລື ປິງ.
ກະດຶມ
. ອາການທີ່ທຳໃຫ້ຂົນລຸກເພາະຂີ້ດຽດ.
ກະດໍ້
. ໂພດ, ເຫລືອ.
ກະຕາບໆ
. ອາການດືບຂຶ້ນລົງຈາກທີ່ສູງ.
ກະທັນຫັນ
. ທັນທີທັນໃດ.
ກະລືດ
. ບໍ່ກ້ຽງ, ບໍ່ສະອາດ.
ກະສາຍ
1 ນ. ການຕິດຕໍ່, ການເປັນສື່, ຢາຕົ້ມ, ຢາປະສົມນ້ຳກິນ, ລົດຝາດ. 2 . ຫອມ, ແດງອ່ອນ, ເຫລືອງເຂັ້ມ (ສ. ກສາຍ)
ກະເຍີມ
. ຕາມແຕ່ຈະເປັນ.
ກະເດບໆ
. ອາການດຶບໄປ ຫລື ໂອບຂຶ້ນ ດັ່ງຄົນໂອບຂຶ້ນຕົ້ນໄມ້ ເປັນຕົ້ນ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑