LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 344
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (344)
ສລໍ - ສະຫລໍ
. ເຫຼືອ, ເສດ, ປີດປາຍ.
ສະເມີ - ສະເໝີ
. ທໍ່ກັນ, ປານກັນ, ຮາບພຽງ, ເປັນນິດ, ບໍ່ຂາດສາຍ.
ສາມ
. 1 ກັບ 2 ສົມກັນ, ເລກ 3.
ສົມທົບ
. ໂຮມເຂົ້ານຳກັນ, ໂຮມກັນ.
ສົມນ້ຳສົມຕ່ອນ
. ສົມພໍດີກັນ, ພໍດີກັບເຮັດຢ່າງນັ້ນ.
ສົມບູນ
. ເຕັມພ້ອມ, ມີທຸກຢ່າງ (ປ. ສັມປຸນນ)
ສົມປະກອບ
. ພໍດີກັນ.
ສເລົາ - ສະເຫລົາ
. ງາມ.
ສແລງ - ສະແຫລງ
. ຜິດ, ບໍ່ເໝາະກັບພະຍາດ (ຂອງກິນທີ່ຜິດພະຍາດ)
ສ້ຽມ
ກ. ເຮັດໃຫ້ແຫຼມ. . ແຫຼມ, ມີປັນຍາ.
ຫຶ - ຫື
. ເປັນຄຳຕອບ ຫລື ຂານ ເມື່ອມີຜູ້ຮ້ອງ, ເປັນຄຳປະກອບຄຳຖາມ ດັ່ງ ແມ່ນແທ້ບໍ່ຫຶ!
ຫຶກ
. ຫນາ, ບໍ່ບາງ, ບໍ່ແລບ, ມີປັນຍາປູ້
ຫື້
. ເປັນຄຳປະຕິເສດບອກ ບໍ່ ດັ່ງ ບໍ່ໃຫ້, ບໍ່ໄດ້, ບໍ່ເຮັດ
ຫູ່
. ຫຍຸ້ງເຂົາ, ຫຍໍ່
ຫ່າງ
. ຍະອອກໄກກັນ, ໄກ, ບໍ່ຕິດກັນ, ຫ່ງເຫີນກັນໄປ, ໄກກັນໄປ, ບໍ່ຄຸ້ນກັນດັ່ງແຕ່ເກົ່າ
ເກັ່ງ
. ກ້າແຂງ, ບໍ່ຢ້ານ, ສາມາດ.
ເກິ
. ເຊີ້, ລືມສະຕິ, ເຜີ.
ເກິ່ງ
. ເຄິ່ງ, ສະເຫມີກັນ, ທໍ່ກັນ.
ເກີ້
. ເຊີ້, ກະດາກອາຍ.
ເກີ້ຍ
1 ນ. ບ່ອນເປັນໂນນຄ້ອຍລົງ. 2 . ອາການທີ່ເປີດເບິ່ງແຕ່ໄກ ຫລື ກາຍໄປມາເພື່ອສິ້ງຊອມເບິ່ງ (ເກີ້ຍໄປເບິ່ງ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑