ຄຳທີ່ໃຊ້ຊອກຫາ: ວ ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 344 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (344) - ວິ່ງ
- ກ. ລອຍໄປຕາມອາກາດ, ເຫາະ, ”ທະຍານວິ່ງເວຫາ”; ວິ່ງ, ວອນ ກ. ໜ່ຽວຂໍ, ໄຫວ້ວອນ, ວ. ມີໃຈເລື່ອນລອຍ.
- ວິ່ງ:
- ກ. ລອຍໄປຕາມອາກາດ, ເຫາະ, ”ທະຍານວິ່ງເວຫາ”; ວິ່ງ, ວອນ ກ. ໜ່ຽວຂໍ, ໄຫວ້ວອນ, ວ. ມີໃຈເລື່ອນລອຍ.
- ແວນ
- ວ. ຟ້າວ, ໄວຫລາຍ, ເຫລືອ, ໂພດ ດັ່ງແວນເປືອງ, ແວນຮີບ, ແວນທ່ຽວ, ແວນຍິ່ງ
- ວອຍໆ
- ວ. ອາການທີ່ລົມພັດມາຄ່ອຍໆດັງວອຍໆ, ອາການຫາວນອນອອກສຽງດັງ ວອຍໆ, ອາການເດີນຄົນດຽວໂດຍບໍ່ຢັ້ງ ແລະ ໄປສະເໝີດັ່ງລົມພັດ ”ວອຍໆຂ້າມເຂົາເວຣະບາດ”
- ກະລວດກະລາດ
- ວ. ບໍ່ກ້ຽງບໍ່ມື່ນ, ພໍແຕ່ແລ້ວມື, ບໍ່ແຈ້ງບໍ່ຂາວ (ເວົ້າ ກະລວດກະລາດ)
- ກົ້ວ
- ກ. ປະສົມກັນຢູ່; ວ. ທົ່ວໄປຫມົດ (ຄວັນກົ້ວ), ກີດຂວາງ.
- ຜວນ
- ວ. ຫຍາບ, ບໍ່ມ່ວນຫູ, “ອົມນາງຮູ້ຈາຜວນຕ້ານເຕີບ” (ທ້າວຮຸ້ງ ທ້າວເຈືອງ)
- ວັກໆ
- ວ. ອາການສັ່ນໄວໆດ້ວຍຄວາມໜາວ
- ກະບັກກະບວນ
- ວ. ສົມຄວນ, ມີຄວາມເອົາໃຈໃສ່ (ທຳເປັນກະບັກກະບວນ)
- ສີ້ວ
- ວ. ລັກສະນະຂອງສີຊະນິດນຶ່ງ ແກ່ກວ່າສີຂຽວ ດັ່ງສີຫົວເປັນຜູ້ເປັນຕົ້ນ.
- ເວີ່ງ
- ວ. ເວ, ບໍ່ຊື່, ໂງໄປໄກ ” ທຽວທາງເວີ້ງ”
- ເວີ່ງ:
- ວ. ເວ, ບໍ່ຊື່, ໂງໄປໄກ ” ທຽວທາງເວີ້ງ”
- ແວ່
- ວ. ຜີກຈາກທາງເດີມ, ໄປເຊົາຊົ່ວຄາວ, ຜີກໄປຢາມຄາວນຶ່ງ
- ແວ່:
- ວ. ຜີກຈາກທາງເດີມ, ໄປເຊົາຊົ່ວຄາວ, ຜີກໄປຢາມຄາວນຶ່ງ
- ແວ້:
- ວ. ຮອຍດ່າງ ຫລື ເປັນເດີ່ນຢູ່ກາງ (ຫນ້າແວ້), ຂອງທີ່ມີລັກສະນະມົນບາງ ແລະ ບານອອກ ຫລື ເທວີ (ປາກແວ້)
- ກວັ່ງ
- ວ. ໄກ, ສຸດສາຍຕາ (ເບິ່ງ ຄວັ່ງ ດ້ວຍ)
- ວັ່ງ
- ກ. ຄຶດຮອດ, ວ. ມັກ, ເລື່ອນລອຍ (ໃຈວັ່ງວອນກະສັນ)
- ວັ່ງ:
- ກ. ຄຶດຮອດ, ວ. ມັກ, ເລື່ອນລອຍ (ໃຈວັ່ງວອນກະສັນ)
- ວາກ
- ວ. ຂາດອອກສ່ວນນຶ່ງ, ເປັນຮອຍກວ້າງອອກ
- ວາກ:
- ວ. ຂາດອອກສ່ວນນຶ່ງ, ເປັນຮອຍກວ້າງອອກ
|