LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 344
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (344)
ວິມົນ
. ບໍ່ມີຄວາມເສົ້າໝອງ, ບໍ່ມີບ່ອນຕິ, ໃສສະອາດ, ງາມ (ປ. ວິມະລະ)
ວືກ
. ເປັນຮອຍຂາດອອກກວ້າງ (ດັງວືກ)
ວືກ:
. ເປັນຮອຍຂາດອອກກວ້າງ (ດັງວືກ)
ວື່:
. ອາການໄປ ຫລື ມາຢ່າງແຮງໃນທາງອາກາດຈົນເກີດສຽງດັງວື່ໆ, ອຸ, ສຽງດັງວື່!
ວື້ນ
. ອາການຄົນ ຫລື ສັດຢູ່ນຳກັນຫລາຍໆ ແລ້ວແຕກອອກຈາກກັນ ເພາະຕື່ນຈົນເກີດສຽງດັງວື້ນ
ວູ່:
. ອາການຂອງໄປລຸກຂຶ້ນແລ້ວຖຶກລົມເປົ່າ, ອາການຂອງຄວາມຮ້ອນ ຫລື ອາຍຮ້ອນທີ່ທັ່ງມາໂດຍແຮງ.
ສິວ
. ໃກ້, ແຮະ (ສິວຫົວໄປ)
ແວບ
. ອາການທີ່ໄຟລຸກນ້ອຍໆ, ຍຸບລົງ, ແພບລົງ, ຫ່ຽວລົງ, ກ. ທຳໃຫ້ຫ່ຽວລົງ ຫລື ຍຸບລົງ
ກະດ່າງກະດາວ
. ມີສີຂາວແລະດຳສັບປົນກັນ ບໍ່ສະເຫມີກັນ, ມີສີບໍ່ສະເຫມີກັນ.
ທົ່ວ
. ຕະຫລອດ, ຫມົດ, ຖ້ວນ, ທຸກສິ່ງ, ທຸກຢ່າງ.
ວອກ
ນ. ລີງ, ຊື່ປີທີ 9 ໃນຮອບ 12 ປີ ມີເຄື່ອງຫມາຍເປັນຮູບລີງ, . ເປັນຮອຍຫລຸບເຂົ້ານ້ອຍໆ ດັ່ງແກ້ມລີງ ເອີ້ນແກ້ມວອກ
ວອງ
. ຕື່ນງ່າຍ, ຫ້າວຫັນ, ອາການທີ່ໃຈບໍ່ໝັ້ນຄົງ
ວາບ
. ອາການຮູ້ເມື່ອຮ້ອນ ຫລື ອາການໄຟລຸກຂຶ້ນໄວ ຫລື ອາການຕົກໃຈ
ວິລາດ:
. ພິລາດ, ງາມ, ງາມຫນ້າຮັກ (ປ. ວິລາສ)
ວີກ
. ຂາດອອກນ້ອຍ, ເປັນຮອຍຂາດອອກຫນ້ອຍໆ (ດັງວີກ)
ວີກ:
, ຂາດອອກນ້ອຍ, ເປັນຮອຍຂາດອອກຫນ້ອຍໆ (ດັງວີກ)
ວຶ:
. ຫຍັບອອກ, ກວ້າງອອກ.
ເວີຍ!
. ຄຳປະກອບທ້າຍ ເພື່ອເນັ໊ນຄວາມໃຫ້ຄັກ
ເວີຍ!:
. ຄຳປະກອບທ້າຍ ເພື່ອເນັ໊ນຄວາມໃຫ້ຄັກ
ເວີ່:
. ເຫວີ, ມີສົບບານອອກ ດັ່ງສົບໝູ

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑