LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 344
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (344)
ກັ່ນ
1 ນ. ສົ້ນຂອງດວງມີດທາງໃສ່ດ້າມ ຕັ້ງແຕ່ບ່ອນເປັນບັກໄປ, ບ່ອນບັກ, ຮອຍກ່ານອ້ອມ, ຮອຍຫມາຍ, ຂວັນດອກໄມ້, ຂາຕ້າງ ຫລື ກະຈອນ, ກັ່ນພູ ນ. ຂວັ້ນພູ, ຊື່ເຄືອໄມ້ແນວນຶ່ງ ດອກມີຣົດເຜັດ ໃຊ້ທຳຢາ. 2 ກ. ຕອງ,…
ກໍ່
1 ນ. ຊື່ໄມ້ແນວນຶ່ງ ຫນ່ວຍນ້ອຍມົນ ນວນທາງໃນມີຣົດມັນ, ຊື່ເຫັດແນວນຶ່ງ ເຊິ່ງເກີດໃນຮົ່ມຕົ້ນກໍ່ ເອີ້ນວ່າ ເຫັດກໍ່. 2 ກ. ຕັ້ງຕົ້ນ, ຕັ້ງເຄົ້າໃຫມ່, ສ້າງສາ, ຕັ້ງຕົ້ນສານສິ່ງໃດສິ່ງນຶ່ງ, ເອົາຫີນ ຫລື…
ທ່ຽງ
ນ. ຊື່ເວລາ, ເຄິ່ງກາງວັນ ເອີ້ນວ່າ ທ່ຽງ ຫລື ທ່ຽງວັນ, ເຄິ່ງກາງຄືນ ເອີ້ນວ່າ ທ່ຽງຄືນ; . ຊັນ, ບໍ່ຫວັ່ນໄຫວ, ບໍ່ເນີ້ງ, ບໍ່ເຂົ້າພຸ້ນເຂົ້າພີ້, ບໍ່ບ່ຽງ, ຄັດເຄັ່ງຕາມລະບຽບ, ແນ່ນອນ, ຫມັ້ນຍືນ.
ທອກ
. ເປັນຄຳເອີ້ນໝາ ແລະ ໝູໂຕໃຫຍ່ທີ່ສຸດ ເຊິ່ງມີໂຕດຽວ ຫລື ຢູ່ໂຕດຽວວ່າ ໝູທອກ ໝາທອກ. ລູກໝາ ເຊິ່ງເປັນຜູ້ທີ່ມີແຕ່ໂຕດຽວ, . ໂທນ, ດຽວ ດັ່ງລູກທອກ.
ເຜືອກ
ນ. ພືດທີ່ມີຫົວແນວນື່ງ ຕົ້ນ ແລະໃບ ຄືບອນ ໃຊ້ເປັນອາຫານ. 2 . ຂາວ (ໃຊ້ສຳລັບຊ້າງຂາວວ່າ ຊ້າງເຜືອກ) 3 ນ. ໄມ້ໄຜ່ເປັນລິ້ວຖັກຕິດກັນໃຫ້ເປັນແຜ່ນ ສຳລັບກັນບໍ່ໃຫ້ປາໄປມາໄດ້.
ໂກລາຫົນ
ນ. ຄວາມວຸ່ນວາຍ, ສຽງຄຶກຄື້ນ; . ວຸ່ນວາຍ (ຄຳນີ້ໃຊ້ຜິດໄປວ່າ ໂກລະຫົນ ຫລື ກົລຫົນ) (ປ. ໂກລາຫລ)
ກອນ
1 ນ. ເຄື່ອງເທິງຂອງເຮືອນ ທີ່ພາດຢູ່ເທິງຂ້າວ ຮຽງກັນເປັນແຖວ. 2 ນ. ຄຳເວົ້າທີ່ມີສຽງເກາະກ່າຍກັນ; . ຄ່ອງກັນ, ເກາະກ່າຍກັນ. 3 ນ. ໄລຜັກຕູ “ກັນກົງກອນ ຫມູ່ຍິງຍາຕ້ອງ” (ສິນໄຊ). 4 ນ. ມື, ແຂນ, ງວງຊ້າງ. (ປ.…
ກະແດ້ງ
. ຫ່ຽວແຫ້ງ, ແຫ້ງ: “ຂາກະທວຍແຫ້ງ ອັນກະແດ້ງດ້ວຍແດດ ແລະ ແປວໄຟ” (ເວດສັນຕຣະ)
ກຳລັງ
ນ. ເຫື່ອແຮງ, ໄພ່ພົນ, ພົນຮົບ; . ແຂງແຮງ. ເຫມາະ, ພວມ, ພໍດີ (ກຳລັງນອນ); 2 ນ. ຮຽກຈຳນວນເທື່ອຂອງເລກທີ່ຄູນຕົວເອງວ່າ ກຳລັງ ດັ່ງ 5 ຄຸນກັນ 2 ເທື່ອ ຮຽກວ່າ 5 ກຳລັງ 2 (5X5 : 5^2)
ກ້າ
1 ນ. ຕົ້ນເຂົ້າທີ່ຫວ່ານໄວ້ຖີ່ໆ ສຳລັບຫລົກໄປດຳ, ຫີນ (ພູເຂົາກ້າ). 2 ກ. ເອົາເມັດພືດຜັກຕ່າງໆ ຫວ່ານໄວ້ເພື່ອຫລົກໄປປູກໃຫມ່. 3 . ແຂງ, ບໍ່ຢ້ານ, ກ້າຫານ . ບໍ່ຢ້ານ.
ທຸກ
1. . ຫມົດ, ຄົບ, ຖ້ວນ, ດັ່ງ ຄົນໃນບ້ານໄປທຸກຄົນ. . ຫມົດຊູ່ຍາມ. 2. ນ. ຄວາມຢາກ, ຄວາມລຳບາກ, ຄວາມທໍຣະມານ (ປ. ທຸກຂ)
ຜົງ
1 ນ. ຝຸ່ນ, ສິ່ງທີ່ມຸ່ນ ແລະບໍ່ຕິດກັນ, . ແຫ້ງບໍ່ຕິດກັນ, ອາການຂອງທີ່ເປັນປຸຍ ເປັນຍອງແລະອ່ອນຟູຂຶ້ນ (ຝ້າຍດີດຜົງ) 2 . ພວມ, ກຳລັງ (ຜົງບ່າວ, ຜົງສາວ) ງາມ, ຂາວສະອາດ.
ສລັບ - ສະຫລັບ
1 . ສັບຫວ່າງ, ຂັ້ນຕາມຍ່ານ (ສລັບຊັບຊ້ອນ) 2 ກ. ເວົ້າປີ້ນ, ເວົ້າປິ່ນແປ້ ເຊື່ອບໍ່ໄດ້, ຕົວະ: “ສູຫາກເຄີຍສລັບລີ້ນ ລວງກັນກິ່ນທ່ານ ກູກໍຮູ້ເພດພ້ຽງ ຜີເຖົ້າຊູ່ເຊີງ” (ສິນໄຊ)
ພຍັນຊະນະຕົວທີ່ 25 ເປັນພວກອັກສອນສູງ ໃຊ້ເປັນຕົວສະກົດບໍ່ໄດ້ ແຕ່ ຫ ໃຊ້ປະສົມອັກສອນຕ່ຳ 7 ຕົວ ຄື: ງ ຍ ນ ມ ຣ ລ ໃຫ້ເປັນອັກສອນສູງໄດ້ ດັ່ງ: ຫງ ຫຍ ຫນ ຫມ ຫຣ ຫລ ຫວ
ຫາກ
ກ. ເປັນກິຣິຍານຸໂຍກ ແປວ່າ ຄວນ ເພີງ ດັ່ງກ່າວວ່າ ອັນຊາວບ້ານຫາກຕິຕຽນ. . ຈາກ, ແຍກອອກໄປ ດັ່ງ ຕ່າງຫາກ, ສັນ, ຖ້າ, ແມ່ນ.
ເກົ້າ
1 . ຈຳນວນນັບຢູ່ລະຫວ່າງ ແປດ ກັບ ສິບ, ເລກ 9. 2 ນ. ຜົມ, ກ. ມ້ວນຜົມເຂົ້າຂອດໄວ້ເທິງຫົວ.
ແສມແລມ
. ເວົ້າສອຍລອຍນຳ, ເວົ້າປະຈົບ, ລັກສະນະຂອງຮູບໜ້າທີ່ບາງແລະສ້ວຍ; “ຫຼຽວເຫັນໜ້າ ແສມແລມ ຢ້ານແຕ່ແກ່ມ” ກໍວ່າ.
ກັນຫາ
ນ. ນາມພຣະຣາຊທິດາຂອງພຣະເວດສັນດອນ ເປັນນ້ອງສາວຂອງທ້າວຊາລີ ໃນເຣື່ອງເວດສັນຕຣະ (ປ.) . ດຳ, ກັນທະປັກ. ນ. ຂ້າງແຮມ, ເດືອນແຮມ (ປ. ກັນຫະ ປັກຂະ)
ກ່ອງປາ
ກ. ເອົາຜ້າບາງໆໂຕ່ງໄວ້ບ່ອນນ້ຳໄຫລ ສຳລັບໂຕ່ງເອົາປາຕົວນ້ອຍໆ ທີ່ໄຫລລົງມາຕາມນ້ຳ. ກ້ອງ 1 ນ. ເຄື່ອງທີ່ມີຮູ້ສຳລັບສ່ອງເບິ່ງເງົາ ຫລືເຫັນໄກ, ກວດແກ້ວ. 2 ນ. ທາງລຸ່ມ, ໃຕ້. 3 . ດັງໄປໄກ (ສຽງກ້ອງ)
ກ້ອຍ
1 ນ. ອາຫານຢ່າງນຶ່ງ ທຳດ້ວຍຊີ້ນດິບ ຄັ້ນຫມາກສົ້ມ. 2 ນ. ຊື່ນິ້ວມື ແລະນິ້ວຕີນ ທີ່ນ້ອຍ. 3 . ອາການຂອງຜູ່ນ້ອຍ ຫລື ສັດຕົວນ້ອຍ ທີ່ຄ່ອຍລຸກໄປຊ້າໆ. ເກີຍ ນ. ເຊັຍຕ່ຳ, ຊານເຮືອນທາງດ້ານຫນ້າທີ່ມີຫລັງຄາ,…

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑