LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 344
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (344)
ກ້ຽງ
1 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຫນ່ວຍມົນ ນວນເປັນງີມ ແລະມີບົວນ້ອຍໆ. 2 . ມື່ນ, ບໍ່ຊາ, ຫມົດ, ບໍ່ເຫລືອ, ແປນ, ສະອາດ.
ທັງ
ສັ. ກັບ, ແລະ (ທັງກິນທັງນອນ). . ໃຊ້ນຳຫນ້າຄຳອື່ນໂຮມ ດັ່ງ ທັງບ້ານວ່າ, ຫມົດບ້ານ, ທັງຄ້າຍ, ທັງປວງ ວ່າດ້ວຍກັນ ໆລໆ.
ທຸ
. ໃຊ້ເປັນຄຳນຳຫນ້າສັບ ແປວ່າ ຊົ່ວ ດັ່ງ ທຸຈຣິດ ຄວາມປະພຶດຊົ່ວ ເປັນຕົ້ນ; ທຸ ສັບນີ້ແປງເປັນ ທຸຣະ ທໍຣະ ກໍໄດ້ ດັ່ງ ທຸຣະຊົນ, ທຸຣາຄົມ, ທໍຣະພິດ, ທໍຣະຍົດ ເປັນຕົ້ນ (ປ.)
ທໍ່
ນ. ໄມ້ຫລືສິ່ງທີ່ເປັນໂກນຍາວ ສຳລັບໃຊ້ເປັນທາງນ້ຳໄຫລ ຫລື ໃຫ້ຄວັນ ຫລື ລົມອອກ. . ເກິ່ງກັນ, ສ່ວນເດີມ (ດັ່ງ ສາມທໍ່), ທໍ່ໃດ . ກີ່ມາກນ້ອຍ
ສົມ
1 ກ. ໂຮມກັນເຂົ້າ (ສົມເລກ), ປົນ. . ພໍດີ, ຄວນ, ເໝາະ. 2 ນ. ຜູ່ສະຫງົບ, ນັກບວດ, ພິກຂຸ (ປ. ສມນ) “ພູໄຊທ້າວ ທົງຜນວດເປັນສົມ” (ສິນໄຊ)
ສເມີພາກ - ສະເໝີພາກ
. ມີຄວາມທໍ່ທຽມກັນ, ຄວາມເປັນຜູ່ມີສ່ວນທໍ່ກັນ (ປ. ສມພາວ)
ຫີນະ
. ຊົ່ວ, ຕ່ຳຊ້າ, ນ້ອຍ, ຫີນະຍານ ນ. ເປັນຄຳທີຝ່າຍມະຫາຍານ ຄື ນິກາຍພຸທສາສນາ ຝ່າຍເຫນືອ ເອີ້ນ ນິກາຍພຸທສາສນາຝ່າຍໃຕ້ ເຊິ່ງຢູ່ ລັງກາ, ໄທ, ພະມ້າ, ລາວ ຂເມນ ວາ ນິກາຍຫີນະຍານ ແປວ່າ ຍານນ້ອຍ
ເທາະ
. ເປັນຄຳກິຣະຍານຸໂຍກ ບອກຄວາມເຊີນ, ຄວາມໄຫວ້ວອນ ດັ່ງ ໄປເທາະ, ກິນ, ເທາະ, ເຊີນ ເທາະ ໆລໆ.
ກະຊາມ
. ກະເທີນ, ເຖິງຍາມ: “ເດືອນສິບສອງມາຮອດແລ້ວ ພໍກະຊາມໄຂ້ສັ່ນ ປີນີ້ເດືອນຍີ່ມາແລ່ນຮ້ອນ ເດືອນຫ້າຕ່າວຫນາວ” (ຄຳກອນບູຮານ)
ກະຊິບ - ກະຊິບກະຊາບ
ກ. ເວົ້າຄ່ອຍໆໃກ້ຫູ ສ່ຳ ຫລື ສຶ່ມໃສ່ຫູ . ອາການເວົ້າຄ່ອຍໆ ແລະຟ້າວ.
ກະດັນ
ນ. ຕົ້ນໄມ້ແນວນຶ່ງ ໃບນ້ອຍຍາວ ມີລົດສົ້ມ ມັກເກີດຕາມແຄມນ້ຳ, ຊີ້ນ ຫລື ນວນຫມາກໄມ້ ທີ່ເປັນກ້ອນແຂງ. . ເປັນກ້ອນແຂງ.
ກະພາບໆ
. ອາການພືປີກ ຫລື ວາແຂນອອກ ແລ້ວຫຸບເຂົ້າໄວໆ.
ກະມະລະ
ນ. ດອກບົວ, ຫມາກຫົວໃຈ, ກະເພາະອາຫານ, . ສີແດງອ່ອນ, ສີກຸຫລາບ (ໃຊ້ວ່າ ກະມົນ) (ປ. ກມລ)
ກະໂລກກະເລກ
. ຫລຽວຫນ້າຫລຽວຫລັງ ໂດຍອາການຟ້າວ ຫລື ບໍ່ສຸພາບ.
ກະໂລ້
1 ນ. ພາຊະນະ ສານດ້ວຍຕອກ ຮູບຄື ເຂິງສ້ອນປາ. 2 . ສວດອອກ, ມີຕາເຫລືອກ (ບາງພ່ອງຟ້ອນເຢ່ງໂຢ້ ຕາກະໂລ້ຫລອກສາວ) (ສິນໄຊ)
ກິ່ນ
1 ນ. ສິ່ງທີ່ຮູ້ດ້ວຍດັງ; . ເປັນໄງ່ຂຶ້ນ. 2 . ໄວ ແລ່ນກິ່ນໆ, ລົ້ມກິ່ນ.
ກີ່
1 ນ. ເຄື່ອງສຳລັບຄຶງຫູກ, ບ່ອນຄຶງຫູກ ສຳລັບຕ່ຳແຜ່ນແພ, ບ່ອນຕ່ຳຜ້າແພ. 2 . ທໍ່ໃດ (ໃຊ້ເປັນ ຄຳຖາມ ຫລື ຄຳບອກ ກຳນົດບໍ່ໄດ້ ດັ່ງ ເວົ້າວ່າ ກີ່ວັນ, ຈັກກີ່ມື້)
ກ່າຍ
1 ກ. ພາດໄວ້, ຄ້າງຂວາງໄວ້, ຂຽນເອົາຕາມແບບເກົ່າ (ກ່າຍຫນັງສື). 2 . ຄ່ອງກັນ, ຕິດຕໍ່ກັນ (ເກາະກ່າຍ)
ທຸສິນ
. ມີສິນຊົ່ວ, ທຳຜິດວິນັຍ, ປະພຶດຊົ່ວ (ປ. ທຸສສິລ)
ພະສຸ
ນ. ຊື່ເທວະດາຈຳພວກນຶ່ງ, ຊັບສົມບັດ, ຄວາມມັ່ງມີ, . ດີ, ປະເສີດ, ໃຈດີ, ກະລຸນາ (ປ.)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑